ຄະນະບໍລິຫານງານຊາວໜຸ່ມ ກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈະຈັດກິດຈະກຳ “ເວທີສົນທະນາສິລະປະວັດທະນະທຳ ແລະ ການປະກວດລາຍການສະແດງໃໝ່ຂອງຊາວໜຸ່ມກະຊວງ ຖວທ” ໃນວັນທີ 20 ທັນວາ ທີ່ຈະມາເຖິງນີ້, ຢູ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ.
ພິທີຖະແຫລງຂ່າວ ກ່ຽວກັບການຈັດງານດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 14 ທັນວາ 2017 ນີ້, ໂດຍທ່ານ ບົວໄລ ພານຸວົງ ຮອງຫົວໜ້າຫ້ອງການກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ການຈັດກິດຈະກຳ “ເວທີສົນທະນາສິລະປະວັດທະນະທຳ ແລະ ການປະກວດລາຍການສະແດງໃໝ່ຂອງຊາວໜຸ່ມ ກະຊວງ ຖວທ” ແມ່ນເພື່ອສຶກສາອົບຮົມໄວໜຸ່ມໃຫ້ມີຈິດໃຈຮັກຊາດ, ຮັກສິລະປະວັດທະນະທຳອັນດີງາມຂອງຊາດ, ພ້ອມກັນປົກປັກຮັກສາ ແລະ ສົ່ງເສີມສິລະປະວັດທະນະທຳລາວ ເພື່ອເປັນການສ້າງຂະບວນການຊາວໜຸ່ມຕ້ອນຮັບປີທ່ອງທ່ຽວລາວ 2018 ໃຫ້ມີບັນຍາກາດອັນຟົດຟື້ນ, ເປັນການເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມກຳລັງແຮງຂອງຊາວໜຸ່ມ ເຂົ້າຂະບວນການຕ່າງໆຂອງຊາດ, ເປັນການແລກປ່ຽນຄວາມຮູ້, ປະສົບການທາງດ້ານສິລະປະວັດທະນະທຳຂອງຜູ້ອາວຸໂສ ທີ່ມີປະສົບການດ້ານສິລະປະວັດທະນະທຳ ກັບຊາວໜຸ່ມຍຸກໃໝ່ ແລະ ເປັນການເສີມຂະຫຍາຍຫົວຄິດປະດິດສ້າງຂອງຊາວໜຸ່ມ ທັງເປັນການປຸກລະດົມຊາວໜຸ່ມ ຮ່ວມບໍລິຈາກເລືອດເພື່ອຊ່ວຍເຫລືອສັງຄົມ.
ພ້ອມດຽວກັນນັ້ນ, ຍັງຈະມີກິດຈະກຳຖາມ-ຕອບ ກ່ຽວກັບຄວາມຮູ້ທາງດ້ານສິລະປະວັດທະນະທຳລາວ ແລະ ຄວາມຮູ້ ກ່ຽວກັບການບໍລິຈາກເລືອດ, ໂດຍຈະມີການມອບລາງວັນໃຫ້ແກ່ຜູ້ຮ່ວມກິດຈະກຳ ພ້ອມນັ້ນ, ຍັງຈະມີກິດຈະກຳສົນທະນາມູນເຊື້ອວັດທະນະທຳລາວ ກັບ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖວທ ທັງເປັນສິລິປິນແຫ່ງຊາດ ແລະ ກິດຈະກຳສົນທະນາ ຫົວຂໍ້ອື່ນໆ ທີ່ສ້າງຄ່ານິຍົມເພງລາວ ໃຫ້ກັບຊາວໜຸ່ມລາວ ແລະ ມີກິດຈະກຳປະກວດລາຍການສະແດງໃໝ່ຂອງຊາວໜຸ່ມ ຈາກກອງສະແດງຕ່າງໆອ້ອມຂ່າງສູນກາງ, ກິດຈະກຳຮ່ວມບໍລິຈາກເລືອດຕະຫລອດວັນ ແລະ ກິດຈະກຳຂາຍເຄື່ອງນຸ່ງຊາວໜຸ່ມ ແລະ ອື່ນໆ.
Editor: ຂ່າວສານປະເທດລາວ