Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ວາງສະແດງຜົນງານຮູບພາບ ຂອງສີລະປິນຈີນ ທີ່ວຽງຈັນ

Details
ທະວີສັກ ໃບລາສີ
Category: Education
Hits: 635

ສູນວັດທະນະທຳຈີນ ປະຈຳລາວ ຈັດງານວາງສະແດງຮູບພາບ ລຽບຕາມປະເທດ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຂອງ ທ່ານ ຫລິວ ຢ້ຽນ ໜິງ, ສີລະປິນແຕ້ມຮູບມ້າ ຍຸກໃໝ່ ທີ່ມີຊື່ສຽງຈາກ ສປ ຈີນ, ເຊິ່ງໄດ້ຈັດຂຶ້ນ ໃນວັນທີ 14 ທັນວາ 2017 ທີ່ສູນວັດທະນະທຳຈີນ, ໂດຍມີ ທ່ານ ບົວເງິນ ຊາພູວົງ,ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວາງ ເວີນ ທຽນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ, ທ່ານ ນາງ ຕິ່ງ ຊິ່ງ, ຫົວໜ້າສູນ ວັດທະນະທຳຈີນ ປະຈຳລາວ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ໄມສິງ ຈັນບຸດຕີ ປະທານສະມາຄົມວິຈິດສິນແຫ່ງຊາດ, ຜູ້ອຳນວຍ ການສະຖາບັນວິຈິດສິນແຫ່ງຊາດລາວ ກ່າວວ່າ: ການວາງສະແດງຮູບພາບຄັ້ງນີ້, ເປັນການສົ່ງເສີມການພົວພັນຮ່ວມມືດ້ານຂະແໜງວິຈິດສິນ ລະຫວ່າງ ສູນວັດທະນະທຳ ສປ ຈີນ ກັບສະຖາບັນວິຈິດສິນແຫ່ງຊາດ ເພື່ອເຜີຍແຜ່ ແລະ ຖ່າຍທອດຄວາມຮູ້ທາງດ້ານເຕັກນິກ ການແຕ້ມຮູບມ້າດ້ວຍນ້ຳມຶກຈີນ ເຊິ່ງເປັນສີລະປະ ແລະ ວັດທະນະທຳອັນລ້ຳຄ່າທີ່ມີຊື່ສຽງຂອງຈີນ. ນອກຈາກນີ້, ຍັງເປັນການແລກປ່ຽນຄວາມຮູ້ ເພື່ອນຳໄປເສີມຂະຫຍາຍ ນໍາໃຊ້ເຂົ້າໃນການຮຽນ-ການສອນ ເພື່ອປະກອບເປັນວິຊາຊີບໃນຂະແໜງສິລະປະວິຈິດຕະກຳຕື່ມອີກ.
ໃນງານວາງສະແດງຄັ້ງນີ້, ໄດ້ລວບລວມເອົາຮູບແຕ້ມມ້າທີ່ແຕ້ມດ້ວຍນ້ຳມຶກຈີນ ຈຳນວນ 40 ຮູບ ມາວາງສະແດງ, ເຊິ່ງການແຕ້ມຮູບມ້າ ດ້ວຍນ້ຳມຶກຈີນ ເປັນຂະແໜງໜຶ່ງຂອງສິລະປະພື້ນເມືອງຂອງຊາວຈີນ ທີ່ມີມາແຕ່ດົນນານແລ້ວ ແລະ ປັດຈຸບັນ ການແຕ້ມຮູບດັ່ງກ່າວ, ໄດ້ກາຍເປັນມໍລະດົກອັນລໍ້າຄ່າຂອງຈີນ. ພິເສດ ໃນງານຜູ້ເຂົ້າຮ່ວມຍັງໄດ້ຊົມການແຕ້ມຮູບສົດ ຈາກ ທ່ານ ຫລິວ ຢ້ຽນ ໜິງ ສິລະປິນແຕ້ມຮູບມ້າຍຸກໃໝ່ ຈາກ ສປ ຈີນ, ເຊິ່ງໄດ້ຮັບຄວາມສົນໃຈ ແລະ ສ້າງຄວາມຕື່ນຕາຕື່ນໃຈໃຫ້ກັບແຂກທີ່ເຂົ້າຮ່ວມຊົມເປັນຢ່າງຍິ່ງ.

Editor: ຂ່າວສານປະເທດລາວ


  • Click to enlarge image 2017-12-15_14-15-43.jpg
  • Click to enlarge image 2017-12-15_14-16-09.jpg
  • Click to enlarge image 2017-12-15_14-16-29.jpg
  • Click to enlarge image 2017-12-15_14-16-51.jpg
  • Click to enlarge image 2017-12-15_14-17-15.jpg
  •  

 

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top