ໃນວັນທີ 13 ທັນວາ ຜ່ານມານີ້; ສະຫະພັນແຮງງານ ຢິຈິໂຣະ ໄອຈິ ຈາກປະເທດ ຍີ່ປຸນ ໄດ້ເດີນທາງມາມອບເງີນຈໍານວນ 14.000.000 ກີບ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍ ດົງເຫັນ, ທີ່ຂຶ້ນກັບ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ. ເພື່ອຊ່ວຍເຫຼື່ອໃນການກໍ່ສ້າງ: ຫ້ອງນໍ້າ, ຫໍສະໝຸດ ປະຈໍາໂຮງຮຽນ.
ຫ້ອງນໍ້າ ຫຼັງດັ່ງກ່າວມີຂະໜາດຄວາມກວ້າງ 4,5 ແມັດ, ຍາວ 2,5 ແມັດ ແລະ ລວງສູງ 3 ແມັດ, ມີໂຄງສ້າງກໍ່ດ້ວຍດິນຈີ່, ມຸງຫລັງຄາດ້ວຍສັງກະສີ.
ໂອກາດດັ່ງກ່າວ; ທ່ານ ຍິຈິໂຣະ ໂຕກາຍ ກໍ່ໄດ້ເປັນກຽດມອບປື້ມຕໍາລາແບບຮຽນຈໍານວນ 111 ຫົວ ເຊິ່ງໃຫ້ກຽດຮັບໂດຍທ່ານ ນາງ ແສງຈັນ ບົວລະບັນໄຊ, ຮອງຜູ້ອໍານວຍການໂຮງຮຽນມັດທະຍົມຕອນປາຍ ດົງເຫັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນາງ ອາດສະພັງທອງ ສຸພອນໄຊ, ຫົວໜ້າຫໍສະໝຸດ ປະຈໍາແຂວງສະຫວັນນະເຂດ, ພ້ອມດ້ວຍການນໍາທີ່ກ່ຽວຂ້ອງທັງສອງຝ່າຍ, ຕະຫຼອດຮອດຄູ-ອາຈານ ແລະ ນ້ອງນັກຮຽນພາຍໃນໂຮງຮຽນມັດທະຍົມຕອນປາຍ ດົງເຫັນ ເຂົ້າຮ່ວມເປັນສັກຂີພິຍານ.
Editor: ດາວໄຊ ສີວິໄລ