Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ແຄນ ແລະ ສຽງແຄນລາວ ໄດ້ຖືກຮັບຮອງຂື້ນທະບຽນເປັນມໍລະດົກໂລກ ຢ່າງ ເປັນທາງການແລ້ວ ເປັນຄວາມພາກພູມ ແລະ ຫນ້າປິຕິຍິນດີ ຂອງຄົນລາວ.

Details
Category: Education
Hits: 1324

ອົງການສຶກສາ-ວິທະຍາສາດ ແລະ ວັດທະນະທໍາ ແຫ່ງ ສະຫະປະຊາຊາດ ຫລື ຢູເນັສໂກ ໄດ້ປະກາດຂື້ນທະບຽນ ໃຫ້ແຄນ ແລະ ສຽງແຄນລາວ ເປັນມໍລະດົກທາງດ້ານວັດທະນະທໍາ ຂອງໂລກ ຢ່າງເປັນທາງການ ເມື່ອວັນທີ 7 ທັນວາ 2017 ທີ່ຜ່ານມາ ທີ່ເກາະເຊຈູ, ສາທາລະນະລັດ ເກົາຫລີ ກາຍເປັນທີ່ຫນ້າພາກພູມໃຈ ແລະ ຍິນດີ ຂອງຄົນລາວທັງຊາດ ທີ່ມໍລະດົກຂອງບັນພະບູລຸດ ທີ່ມີມາແຕ່ບູຮານນາການ ໄດ້ຖືກຮັບຮອງໃຫ້ເປັນມໍລະດົກໂລກ ຢ່າງເປັນທາງການແລ້ວ.

ປະຈູບັນພູມປັນຍາ ທີ່ໄດ້ຮັບການຂື້ນທະບຽນເປັນມໍລະດົກທາງດ້ານວັດທະນະທໍາແລ້ວ ຫລາຍກວ່າ 350 ລາຍການ ນັບແຕ່ປີ 2003 ເປັນຕົ້ນມາ ເຊີ່ງ ອົງການ ຢູເນັສໂກ ໄດ້ຈັດຂື້ນເພື່ອໃຫ້ຮັບຮູ້ເຖິງຄຸນຄ່າທາງສີລະປະວັດທະນະທໍາ ທົ່ວໂລກ ແລະ ບາງຄັ້ງ ຢູ່ເນັສໂກ ຍັງໄດ້ໃຫ້ການສະຫນັບສະຫນູນທາງດ້ານທຶນຮ້ອນ ແລະ ເຕັກນິກ ເພື່ອເປັນການປົກປັກຮັກສາ ອະນຸລັກໄວ້ ສົມກັບເປັນມໍລະດົກໂລກ. ໃນປີ 2017 ນີ້, ມີການສະເຫນີຕໍ່ ຢູ່ເນັສໂກ ຫລາຍກວ່າ 34 ລາຍການ ເພື່ອຊີງ ຂື້ນເປັນມໍລະດົກໂລກ, ແລະ 1 ໃນນັ້ນ ແຄນ ແລະ ສຽງແຄນລາວ ເຊີ່ງເປັນເຄື່ອງດົນຕຣີພື້ນເມືອງຊອງຊາດລາວ ແມ່ນໄດ້ຖືກຄັດເລຶອກ ແລະ ຮັບຮອງຈົດທະບຽນເປັນມໍລະດົກໂລກ ທາງດ້ານວັດທະນະທໍາ ຢ່າງເປັນທາງການ, ພ້ອມກັນນັ້ນ ຍັງມີ ເຕື່ອງດົນຕຣີ ຈາກປະເທດອື່ນໆ

ເຮົາມາຮູ້ເຖິງເນື້ອໃນອັນເລີກເຊີ່ງຂອງແຄນນໍາກັນ. ແຄນ ແມ່ນເຄື່ອງດົນຕີອະມະຕະຂອງຊາວລາວ ເຊິ່ງເປັນສິ່ງທີ່ຕິດພັນຢ່າງສະໜິດແໜ້ນກັບຊີວິດຂອງຄົນລາວ. ແຄນສາມາດກ່ອມອາລົມຄົນໃຫ້ມ່ວນ ແລະ ໃຫ້ຄວາມມ່ວນຊື່ນ ສຸກສັນໃນຍາມມີໄຊຊະນະ ແລະ ປະສົບຜົນສຳເລັດ ອັນຈົບງາມ. ແຄນຍັງກ່ອມຈິດໃຈໃຫ້ຄົນຄຶດຮອດບ້ານເກົ່າເມືອງຫລັງ ແລະ ເຮັດໃຫ້ຄິດຮອດບ້ານເກົ່າທີ່ເຄີຍພັກອາໄສ, ເຮັດໃຫ້ຄຶດຮອດອະດີດຜູ້ເຖົ້າຜູ້ແກ່ ເມື່ອໄດ້ຟັງສຽງແຄນລາວຕ່າງໆ ເຊັ່ນ: ລຳສັ້ນ, ລຳລ່ອງ ແລະ ອື່ນໆ. ແຄນເປັນເຄື່ອງດົນຕີປະເພດໃຊ້ປາກເປົ່າ ດ້ວຍວິທີສູບລົມເຂົ້າ-ອອກຕາມຈັງຫວະ ແລະ ທຳນອງ ຫຼື ລາຍທີ່ໄດ້ກຳນົດຢ່າງຄັກແນ່. ແຄນເຮັດດ້ວຍ ໄມ້ອໍ້ (ໄມ້ປາວ) ເຊິ່ງໄດ້ປະກອບດ້ວຍ ວັດຖຸ 4 ຢ່າງ ແມ່ນ ໄມ້ລູກແຄນ, ໄມ້ອໍ້ (ໄມ້ປາວ), ເຕົ້າແຄນ (ໄມ້ດູ່), ລີ້ນແຄນເຮັດດ້ວຍທອງ ຫຼຶ ເງິນສະເພາະຂີ້ສູດ ໃຊ້ໄວ້ຕິດຮູແຄນ. ແຄນປະກອບມີ 4 ຊະນິດ ຄື:

1. ແຄນຫົກ: ເປັນແຄນສ່ໍານ້ອຍ ເອີ້ນວ່າ: ແຄນນ້ອຍ ຫຼື ແຄນສັ້ນ, ມີລູກແຄນຂ້າງລະ 3 ລູກ ມີສຽງນຳກັນ 5 ສຽງ ຄື: ຟາ-ຊອນ -ລາ-ໂດ-ເຣ.
2. ແຄນເຈັດ: ເປັນແຄນສ່ໍາກາງມີລູກຂ້າງລະ 7 ລູກ, ແຄນສ່ຳກາງນິຍົມເປົ່າໃສ່ດົນຕີອື່ນໆ ມີສຽງນຳກັນ 7 ສຽງ ຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ.
3. ແຄນແປດ: ເປັນແຄນສ່ໍາກາງ ໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ. ໃຊ້ສໍາລັບເປົ່າດ່ຽວໂດຍປະສົມປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ, ແຄນແປດເປັນແຄນທີ່ໝໍລຳນິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່.
4. ແຄນເກົ້າ: ເປັນແຄນທີ່ມີລູກຂ້າງລະເກົ້າ, ແຄນຊະນິດນີ້ແມ່ນແຄນທີ່ເພິ່ນນິຍົມຊົມຊື່ນເປົ່າໃສ່ ລຳໂສມ, ລຳສີພັນດອນ, ລຳພື້ນເມືອງ, ລຳນິທານແຕ່ເກົ່າ.
ປະຫວັດຄວາມເປັນມາຂອງແຄນ ອີງຕາມການຄົ້ນຄວ້າຊອກຫາທາງບູຮານນະຄະດີ ແຕ່ກີ້ແຕ່ກ່ອນ ແລະ ທາງດ້ານວັນນະຄະດີຂອງ ນັກປາດ, ສາດສະດາຈານ ທາງພາຍໃນ ແລະ ຕ່າງປະເທດ ກ່ຽວກັບຄວາມເປັນມາຂອງແຄນແລ້ວ ເພິ່ນກໍ່ສັນນິຖານໄວ້ເປັນຢ່າງເຊື່ອຖືວ່າ: ແຄນເປັນ ອຸປະກອນດົນຕີ ຂອງຄົນລາວບັນດາເຜົ່າ, ແຄນທີ່ໄດ້ຄົ້ນພົບນັ້ນມີເຄົ້າຍາວ ຄື: ແຄນຂອງເຜົ່າມູເຊີ, ແຄນໂທນຂອງເຜົ່າຊ່ວຍ ຢູ່ແຂວງອັດຕະປື. ສະນັ້ນ, ຈິ່ງເວົ້າໄດ້ວ່າດົນຕີປະເພດນີ້ມີມາ ແຕ່ບູຮານນະການແລ້ວ 2 ພັນກວ່າປີ ມາແລ້ວ, ແລະ ໄດ້ຄົງຢູ່ຄູ່ກັບຊາດລາວຕະຫລອດມາຕາມເທົ່າປະຈຸບັນ. ສົມແລ້ວທີ່ທາງ ອົງການສະຫະປະຊາຊາດ ຫລື UNESCO ຮັບຮອງເປັນມໍລະດົກໂລກ ຢ່າງເປັນທາງການ ແລະ ເປັນຄວາມພາກພູມໃຈ ຫາທີປຽບບໍ່ໄດ້ ຂອງຄົນລາວ-ຊາດລາວ.

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  • Click to enlarge image 07.jpg
  • Click to enlarge image 08.jpg
  • Click to enlarge image 09.jpg
  • Click to enlarge image 10.jpg
  • Click to enlarge image 11new.jpg
  • Click to enlarge image 12.jpg
  • Click to enlarge image 13.jpg
  • Click to enlarge image 14.jpg
  • Click to enlarge image 15.jpg
  • Click to enlarge image 16.jpg
  • Click to enlarge image 17.jpg
  • Click to enlarge image 18.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top