Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ກວດກາ ແລະ ມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນປະຖົມຫລັງໃຫມ່ ທີ່ບ້ານສົບເປັ້ງ, ເມືອງຊໍາໃຕ້, ແຂວງຫົວພັນ

Details
Category: Education
Hits: 867

ທ້າຍອາທິດຜ່ານມາ ທີ່ເມືອງຊໍໃຕ້, ແຂວງຫົວພັນ ໄດ້ມີພີທີກວດກາຄຸນນະພາບ 100 ສ່ວນຮ້ອຍ, ພ້ອມທັງມອບ-ຮັບ ໂຮງຮຽນປະຖົມຫລັງໃຫມ່ ໃຫ້ບ້ານສົບເປັ້ງ, ກຸ່ມບ້ານລ່ອງແກ້ມ ຂື້ນຢ່າງເປັນທາງການ ເຊີ່ງໂຮງຮຽນດັ່ງກ່າວ ໂດຍການສະຫນັບສະຫນູນທຶນຈາກກອງທຶນຫລຸດຜ່ອນຄວາມທຸກຍາກ ເປັນອາຄານຖາວອນ 1 ຫລັງ, ມີຂະຫນາດ 8 ແມັດ ຄູນ 14 ແມັດ, ປະກອບມີ 2 ຫ້ອງຮຽນ, 2 ຫ້ອງນໍ້າ, ມີລະບົບເຟີນີເຈີ ຄົບຊຸດ ແລະ ມີລະບົບນໍ້າລິນ ໃຫ້ຊົມໃຊ້ເພີ່ມຕື່ມ. ອາຄານຮຽນຫລັງໃຫມ່ນີ້ ໄດ້ເລີ່ມລົງມືກໍ່ສ້າງມາ ຕົ້ນເດືອນກໍລະກົດ 2017 ຈົນມາເຖິງ ກາງເດືອນຕຸລາ 2017 ຈິ່ງສໍາເລັດ 100 ສ່ວນຮ້ອຍ, ລວມມູນຄ່າການກໍ່ສ້າງທັງໝົດ 200 ລ້ານກວ່າກີບ, ນອກນີ້ຍັງມີທຶນສົມທົບຂອງຊຸມຊົນປະກອບສ່ວນດ້ານແຮງງານປັບຫນ້າດິນ, ເຮັດຮົ້ວໂຮງຮຽນ, ຂົນສົ່ງວັດສະດຸ ແລະ ອື້ນໆ ຄິດໄລ່ເປັນມູນຄ່າ 8 ລ້ານກວ່າກີບ.

ຜ່ານການກວດກາ 100 ສ່ວນຮ້ອຍ ຂອງຄະນະກໍາມະການ ຄັ້ງນີ້, ເຫັນວ່າໂຄງການກໍ່ສ້າງໂຮງຮຽນປະຖົມບ້ານສົບເປັ້ງ ກໍ່ສ້າງຖືກຕ້ອງຕາມເຕັກນິກການອອກແບບ, ຖືກຕາມບໍລິມາດ ແລະ ສໍາເລັດກ່ອນເວລາ ທີ່ກໍານົດໄວ້. ບ້ານສົບເປັ້ງ ແມ່ນຫ່າງຈາກເທດສະບານເມືອງຊໍາໃຕ້ 25 ກິໂລແມັດ ປະກອບມີ 63 ຫລັງຄາເຮືອນ, ພົນລະເມືອງ 400 ກວ່າຄົນ, ຍິງ 200 ຄົນ, ເປັນຊົນເຜົ່າໄຕແດງ 100 ສ່ວນຮ້ອຍ. ປະຈຸບັນພາຍໃນບ້ານມີນັກຮຽນໄວເກນອາຍຸເຂົ້າຮຽນປະຖົມ ທັງໝົດ 41 ຄົນ, ຍິງ 24 ຄົນ, ມີ 5 ຊັ້ນຮຽນ ( ປ1-ປ5 ) ມີຄູ 2 ຄົນ, ຍິງ 1 ຄົນ

ທີມຂ່າວ ຖວທ ເມືອງຊໍາໄຕ້

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01.jpg
  • Click to enlarge image 02new.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top