Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ການແຂ່ງຂັນ ເຕັ້ນເຊຍ ລິດດີ້ງ ຄອນເທດ ປະຈໍາ 2017

Details
Category: Education
Hits: 732

ການແຂ່ງຂັນ ເຕັ້ນເຊຍຊິງຂັນ ທ່ານປະທານຄະນະກໍາມະການ ໂອແລມປິກແຫ່ງຊາດລາວ ໃນປີນີ້ ແມ່ນໄດ້ຈັດຂື້ນໃນວັນທີ 1 ທັນວາ 2017 ທີ່ຜ່ານມ, ທີ່ສະໂມສອນກິລາໃນຮົ່ມ ບື່ງຄະຫຍອງ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ສໍາລັບປີນີ້ ແມ່ນເປັນ ຄັ້ງທີ 6 ໂດຍມີການແຂ່ງຂັນອອກເປັນ 2 ປະເພດ ຄື ປະເພດເຊຍແດັນ ( Cheer Dance ) ແລະ ປະເພດເຊຍມິກ (Cheer Mix ) ເຊີ່ງໃນພິທີແຂ່ງຂັນ ເຕັ້ນເຊຍ ໃນປີນີ້ ໂດຍການເຂົ້າຮ່ວມຮັບຊົມ ມີ ທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮອງສາດສະດາຈານ ປະລິນຍາເອກ ອຸດົມ ພອນພະເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີ ທ່ານ ສູນທອນ ສີຣິສັກ ຮອງຜູ້ອໍານວຍການ ບໍລິສັດເບຍລາວ ຈໍາກັດ, ພ້ອມນີ້ ຍັງມີ ບັນດາແຂກ ຈາກກະຊວງສຶກສາທິການ ແລະ ກິລາ, ຈາກ ມະຫາວິທະຍາໄລແຫ່ງຊາດ, ແລະ ພາກສ່ວນທີ່ກ່ຽວຂ້ອງ ລວມທັງຄະນະກໍາມະການຕັດສິນ , ຕູອາຈານ, ນັກເຈັ້ນເຊຍ ແລະ ກອງເຊຍ ຈາກ ໂຮງຮຽນແຫ່ງຕ່າງໆ ແລະ ສະຖາບັນການສຶກສາ ທີ່ເຂົ້າຮ່ວມການແຂ່ງຂັນ ຢ່າງພ້ອມພຽງ

ສໍາລັບ ການແຂ່ງຂັນ ມິລິນດາ ເຊຍດິດລີ້ງ ຄອນເທດ 2017 ມີໂຮງຮຽນແຫ່ງຕ່າງໆ ແລະ ສະຖາບັນການສຶກສາ ທັງພາກລັດ ແລະ ເອກະຊົນ ລວມທັງໝົດ 20 ທີມເຕັ້ນ, ໃນນັ້ນແມ່ນໄດ້ແບ່ງອອກ ເປັນ 2 ປະເພດການແຂ່ງຂັນ ຄື:

ປະເພດເຊຍເດັ້ນ ປະກອບມີ 12 ທີມ ເຊັ່ນ:
- ໂຮງຮຽນ ມັດທະຍົມສົມບູນ ພັນຫມັ້ນ
- ໂຮງຮຽນ ມັດທະຍົມຕອນປາຍ ມິດຕະພາບ ວຽງຈັນ-ໂຮ່ຈີມິນ
- ໂຮງຮຽນ ມັດທະຍົມສຶກສາສົມບູນ ສາລາຄໍາ
- ໂຮງຮຽນ ມັດທະຍົມຕອນປາຍ ນາຊາຍທອງ
- ໂຮງຮຽນ ມັດທະຍົມສຶກສາສົມບູນ ເພຍວັດ
- ໂຮງຮຽນ ມັດທະຍົມຕອນປາຍ ຈັນທະບູລີ
- ໂຮງຮຽນ ສອງພາສາ ລາວ-ຫວຽດນາມ ຫງວຽນຢູ
- ໂຮງຮຽນ ມັດທະຍົມສຶກສາສົມບູນ ຕານມີໄຊ
- ໂຮງຮຽນ ມັດທະຍົມສຶກສາສົມບູນ ເຈົ້າອານຸວົງ
- ຟຮງຮຽນ ມັດທະຍົມສຶກສາສົມບູນ ສາທິດ
- ໂຮງຮຽນ ມັດທະຍົມສຶກສາສົມບູນ ວຽງຈັນ
- ໂຮງຮຽນ ມັດທະຍົມສຶກສາສົມບູນ ໂພນທັນ

ປະເພດເຊຍ ມິກ ປະກອບມີ 8 ທີມ ເຊັ່ນ:
- ວິທະຍາໄລ ຄອມເຊັນເຕີ
- ວິທະຍາໄລ ລາວທອບ
- ວິທະຍາໄລ ເສດຖາບໍລິຫານທຸລະກິດ
- ສະຖາບັນການທະນາຄານ
- ວິທະຍາໄລລັດຕະນະບໍລິຫານທຸລະກິດ
- ມາຫາວິທະຍາໄລ ແຫ່ງຊາດ
- ວິທະຍາໄລ ເຕັກນິກວິຊາຊິບ ມິດຕະພາບວຽງຈັນ-ຮ່າໂນ້ຍ
- ວິທະຍາໄລ ລາວນານາຊາດ

ສໍາລັງໂຄງການເຕັ້ນເຊຍລິດດີ້ງ ຄອນເທດ ແມ່ນໄດ້ຖືກຈັດຂື້ນຄັ້ງທໍາອິດ ໃນປີ 2012 ເປັນຕົ້ນມາ ເນື່ອງໃນໂອກາດ ຈັດງານມະຫະກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 16 ທີ່ ສປປ ລາວເປັນເຈົ້າພາບ ຈຸດປະສົງ ເພື່ອສະຫນັບສະຫນູນໄວຫນຸ່ມນັກຮຽນ-ນັກສຶກສາ ໄດ້ມີເວທີ ສະແດງອອກ ຄວາມສາມາດຂອງຕົນ ສູ່ສາຍຕາມະຫາຊົນ ໃນການເຈັ້ນທີ່ມີທ່ວງທ່າ, ລິລາແບບສີລະປະກິລາ ທີ່ສ່ອງແສງໃຫ້ເຫັນວ່າ ການເຕັ້ນເຊຍ ກໍ່ແມ່ນການອອກກໍາລັງກາຍ ແລະ ຍັງເປັນການຫລີ້ນກິລາປະເພດຫນຶ່ງ ທີ່ມີສະຫະພັນກິລາລະດັບສາກົນຄຸ້ມຄອງ, ເພື່ອເຮັດໃຫ້ສຸຂະພາບແຂງແຮງ, ສາມາດດຶງດູດເອົາໄວຫນຸ່ມ-ນັກຮຽນ-ນັກສຶກສາ ເຂົ້າສູ່ລະບຽບແບບແຜນ, ຫ່າງໄກສິ່ງເສບຕິດ ຕ້ານປະກົດການຫຍໍ້ທໍ້ ທີ່ບໍ່ດີ ໃນສັງຄົມ. ທັງມີການແຂ່ງຂັນຄຽງຄູ່ກັນໄປ. ນອກນີ້ ຍັງເປັນການເສີມສ້າງຄວາມສາມາດ ຄວາມກ້າຫານ ເຂົ້າໃນກິດຈະກໍາອື່ນໆໃນໂຮງຮຽນອີກດ້ວຍ, ສາມາດຮັກສາຄວາມສາມັກຄີ, ຄວາມເຂົ້າໃຈ ເຊີ່ງກັນ ແລະ ກັນ ໃນແຕ່ລະທີມ, ຄວາມພ້ອມພຽງ ໃນທ່ວງທ່າລີລາ ຢ່າງສະຫນໍາສະເໝີ ແລະ ມີສີສັນ. ສອດຄ່ອງກັບ 3 ລັກສະນະ ແລະ 5 ຫລັກມູນການສຶກສາ
ການແຂ່ງຂັນເຕັ້ນເຊຍ ລິດດີ້ງ 2017 ຊີງຂັນປະທານຄະນະກໍາມະການໂອແລມປິກແຫ່ງຊາດ MIRINDA Cheer-Leading Contest 2017 ໂດຍໄດ້ຮັບການສະຫນັບສະຫນູນ ຈາກ ບໍລິສັດ ເບຍລາວ ຈໍາກັດ ປະກອບມີ ເງີນສົດ ແລະ ຂັນລາງວັນ ແລະ ຜະລິດຕະພັນເຄື່ອງດື່ມຕ່າງໆ, ປະເພດເຊຍແດັນ ( ລຸ້ນມັດທະຍົມ) ລາງວັນຊະນະເລີດຊະນະເລີດ ທຶນການສຶກສາ 12 ລ້ານກີບ ພ້ອມດ້ວຍຂັນຊະນະເລີດ 2017, ນອກຈາກນັ້ນ ຍັງມີລາງວັນ ຮອງ ອັນດັບ 1, ອັນດັບ 2 ແລະ ອັນດັບທີ 3.
ປະເພດເຊຍມິ່ກ ( ມະຫາວິທະຍາໄລ ແລະ ວິທະຍາໄລ, ສະຖາບັນການສຶກສາ ) ລາງວັນຊະນະເລີດ ໄດ້ຮັບທຶນການສຶກສາ ຈໍານວນ 25 ລ້ານກີບ, ພ້ອມດ້ວຍຂັນຊະນະເລີດ. ນອກນັ້ນຍັງມີ ລາງວັນຮອງອັນດັບ 1, 2 ແລະ 3
ຜົນການແຂ່ງຂັນ ທັງ 2 ປະເພດ ຄື:

ປະເພດເຊຍແດັນ ( ມັດທະຍົມ )
- ຮອງອັນດັບ 3 ໂຮງຮຽນມັດທະຍົມສຶກສາ ສົມບູນຕານມີໄຊ ຮັບເງິນລາງວັນ 6 ລ້ານກີບ
- ຮອງອັບດັບ 2 ໂຮງຮຽນມັດທະຍົມສົມບູນ ສາລາຄໍາ ຮັບເງິນລາງວັນ 8 ລ້ານກີບ
- ຮອງອັນດັບ 1 ໂຮງຮຽນຕອນປາຍ ມິດຕະພາບ ວຽງຈັນ-ໂຮ່ຈີມິນ ເງີນລາງວັນ 10 ລ້ານ
- ຊະນະເລີດ ໄດ້ແກ່ໂຮງຮຽນ ສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ຮັບທຶນການສຶກສາ ຈໍານວນ 12 ລ້ານກີບ, ພ້ອມດ້ວຍຂັນລາງວັນຊະນະເລີດ ປະຈໍາປີ 2017
ປະເພດເຊຍມິ່ກ ( ວິທະຍາໄລ/ສະຖາບັນການສຶກສາ )
- ຮອງອັນດັບ 3 ສະຖາບັນການທະນາຄານ ໄດ້ຮັບເງິນລາງວັນ 12 ລ້ານກິບ
- ຮອງອັນດັບ 2 ວິທະຍາໄລ ລາວທອບ ຮັບເງິນລາງວັນ 14 ລ້ານກີບ
- ຮອງອັນດັບ 1 ວິທະຍາໄລ ຄອມເຊັນເຕີ ຮັບທຶນການສຶກສາ 18 ລ້ານກີບ
- ທີມຊະນະເລີດ ໄດ້ແກ່ ວິທະຍາໄລລັດຕະນະບໍລິຫານທຸລະກິດ ໄດ້ຮັບທຶນການສຶກສາ ທັງ ໝົດ 25 ລ້ານກີບ, ພ້ອມດ້ວຍຂັນລາງວັນຊະນະເລີດ 2017

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03new.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  • Click to enlarge image 07.jpg
  • Click to enlarge image 08.jpg
  • Click to enlarge image 09.jpg
  • Click to enlarge image 10.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top