ໃນທ້າມກາງບັນຍາກາດທີ່ທົ່ວພັກ,ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກຳລັງຂຸ້ນຂ້ຽວອອກແຮງແຂ່ງຂັນ, ສ້າງຜົນງານຂະບວນການ ເພື່ອຂໍານັບຮັບຕ້ອນວັນຊາດ 2 ທັນວາຄົບຮອບ 42 ປີ ແລະ ວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 62 ປີ ໃຫ້ເຕັມໄປດ້ວຍຄວາ ໝາຍຄວາມສຳຄັນ. ໂດຍສະເພາະຢູ່ທີ່ເມືອງຊະນະສົມບູນ ແຂວງຈຳປາສັກ. ໃນຕອນເຊົ້າວັນທີ 30 ທັນວາ 2017 ນີ້, ທ່ານ ສົມບູນ ເຮືອງສາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊະນະສົມບູນ ໃຫ້ກຽດນໍາພາບັນດາສະຫາຍນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍພະນັກງານການນຳຫຼັກແຫຼ່ງແຕ່ລະຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດຄະນະສະມາຊິກຊາວໜຸ່ມ, ຫຼານນ້ອຍເຍົາວະຊົນ - ອະນຸຊົນ ເຂົ້າຮ່ວມໄຕ້ທູບທຽນ ຕໍ່ໜ້າອະນຸສາວະລີນັກຮົບນີລະນາມ ແລະ ອະນຸສອນສະຖານ ທ່ານ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປ່ວງຊົນລາວທັງຊາດ, ເພື່ອສະແດງເຖີງຄວາມຈົງຮັກພັກດີ-ກະຕັນຍູ ຮູ້ບຸນຄຸນ, ທັງເປັນການເຊີນຊູຄຸນງາມຄວາມດີມາຍັງບັນພະບູລຸດ, ນັກລົບນີລະນາມພໍ່ແມ່ປະຊາຊົນກວ່າຫຼາຍແສນຄົນທີ່ໄດ້ເສຍສະຫຼະເລືອດເນື້ອ ແລ້ວອຸທິດຊີວິດຂອງຕົນປະກອບສ່ວນເຂົ້າໃນພາລະກິດປົດປ່ອຍຊາດຕ້ານກັບພວກສັດຕູ ເພື່ອຍາດເອົາເອກະລາດ, ປະຊາທິປະໄຕ ບົນຜືນແຜ່ນດີນອັນຄົບຖ້ວນມາສູ່ປະຊາຊົນລາວ ຈົນໄດ້ຮັບໄຊຊະນະ. ເຖີງວັນທີ 2 ທັນວາ 1975 ຈຶ່ງສາມາດປົດແອກ ແລ້ວສາຖາປານາປະເທດລາວເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດລາວ ເຖີງປັດຈຸບັນຄົບຮອບ 42 ປີ,ແຫ່ງການພັດທະນາສະຖຽນນະພາບທາງດ້ານການເມືອງ ມີຄວາມສະຫົງບ ເປັນລະບຽບຮຽບຮ້ອຍ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເສດຖະກິດ, ວັດທະນທໍາ, ຮິດຄອງປະເພນີ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າໄດ້ຮັບການຊຸກຍູ້, ສົ່ງເສີມພັດທະນາດີຂື້ນເທື່ອລະກ້າວ.
ເພື່ອພາລະກິດມູນເຊື້ອອັນດີງາມຂອງເພີນນອກຈາກນັ້ນ ຍັງໄດ້ຈັດໃຫ້ມີພິທີຮັບເອົາສະມາຊິກອະນຸຊົນ, ສະມາຊິກເຍົາວະຊົນ ແລະ ສະມາຊິກຊາວໜຸ່ມ ທັງໝົດ 325 ສະຫາຍ ເພື່ອສຶບສານພາລະກິດອຸດົມການຜົນງານອັນໃຫ່ຍຫຼວງຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໃຫ້ເປັນແນວທາງໃນການເຄື່ອນໄຫວຈັດຕັ້ງປະຕິບັດເຂົ້າໃນ 2 ໜ້າທີ່ຍຸດທະສາດ ກໍ່ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງກ້າວຂື້ນຢ່າງບໍ່ຢຸດຢັ້ງ
ທີມຂ່າວເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ