ທ່ານ ຮາວລຽງ ຊູ ຜູ້ຊ່ວຍເລຂາທິການໃຫ່ຍສະຫະປະຊາຊາດ ຜູ້ຊ່ວຍຜູ້ບໍລິຫານອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ຜູ້ອໍານວຍການອົງການສະຫະປະຊາຊາດ ເພື່ອການພັດທະນາ ສໍາລັບພາກພື້ນອາຊີ ແລະ ປາຊີຟິກ ໄດ້ເດີນທາງຢ້ຽມຢາມເມືອງທ່າແຕງ ແຂວງເຊກອງ ໂດຍເປັນກຽດຕ້ອນຮັບຂອງ ທ່ານ ຄໍາໄພ ສິມມາວັດ ຄະນະປະຈໍາພັກເມືອງ ຮອງເລຂາພັກເມືອງ ທ່າແຕງ ປະທານຊີ້ນໍາສະຖານີວິທະຍຸຊຸມຊົນເມືອງ ພ້ອມພາກສວນກ່ຽວຂ້ອງໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ.
ໂອກາດນີ້ ທ່ານ ຮາວລຽງ ຊູ ຜູ້ຊ່ວຍເລຂາທິການໃຫ່ຍສະຫະປະຊາຊາດ ຜູ້ຊ່ວຍຜູ້ບໍລິຫານອົງການສະຫະປະຊາຊາດ ເພື່ອການພັດທະນາສໍາລັບພາກພື້ນອາຊີ ແລະ ປາຊີຟິກ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ລັດຖະບານແຫ່ງ ສປປ ລາວ ກໍ່ຄືການນໍາທ້ອງຖິ່ນ ທີ່ໄດ້ນໍາພາການຈັດຕັ້ງປະຕິບັດຂະບວນການຕ້ອນຮັບຢ່າງມີປະສິດທິພາບ, ກວມລວມ ແລະ ເປີດກວ້າງ. ທ່ານໄດ້ເນັ້ນຄວາມສໍາຄັນຂອງການລົງທືນໃສ່ການພັດທະນາມະນຸດ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ ຕ້ອງໄດ້ລົງທືນໃສ່ 5 ວຽກຕົ້ນຕໍຂອງແຜນງານແຫ່ງຊາດ ດ້ານການສຶກສາ, ສາທາລະນະສຸກ ປະກອບມີວຽກໂພສະນາການ, ການຮູ້ໜັງສື່, ການເຂົ້າຮຽນຊັ້ນມັດທະຍົມ, ການຕາຍຂອງເດັກລຸ່ມ 5 ປີ, ການຕາຍຂອງແມ່, ວຽກເຫຼົ່ານີ້ ຈະເປັນວຽກໃຫ່ຍ ເຊິ່ງບໍ່ພຽງແຕ່ຂັບເຄື່ອນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາເທົ່ານັ້ນ ຍັງເປັນຮາກຖານໝັ້ນຄົງສໍາລັບການບັນລຸເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030, ສະຫະປະຊາຊາດມີຄວາມກຽມພ້ອມ ທີ່ຈະໃຫ້ການສະໜັບສະໜູນ,ຄວາມພະຍາຍາມໃນການລຶບລ້າງຄວາມທຸກຍາກໃນທຸກຮູບແແບບຢູ່ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ແລະ ຈະເປັນການຂັບເຄື່ອນພາກພື້ນອາຊີ ແລະ ປາຊີຟິກ ໄປສູ່ການພັດທະນາແບບຍືນຍົງ.
ການຢ້ຽມຢາມຂອງທ່ານໃນຄັ້ງນີ້ ທ່ານໄດ້ຮ່ວມເປີດໂຄງການທີ່ເປັນໜຶ່ງໃນໂຄງການສໍາຄັນຂອງສະຫະປະຊາຊາດເພື່ອການພັດທະນາ ໂດຍສຸມໃສ່ການມີສວນຮ່ວມຂອງປະຊາຊົນຜ່ານວິທະຍຸຊຸມຊົນເມືອງທ່າແຕງ ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດຮ່ວມກັບກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.. ສະຖານີວິທະຍຸຊຸມຊົນເມືອງທ່າແຕງ ແມ່ນໜຶ່ງໃນສະຖານີວິທະຍຸຊຸມຊົນທັງໝົດ 8 ແຫ່ງໃນທົ່ວປະເທດ ທີ່ໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ, ວິທະຍຸດັ່ງກ່າວ ສາມາດເຂົ້າເຖິງຜູ້ຟັງຫຼາຍກວ່າ 3 ແສນຄົນ, ອອກອາກາດເປັນພາສາທ້ອງຖິ່ນມີ 11 ພາສາ, ສະຖານີວິທະຍຸຊຸມຊົນທັງໝົດນີ້ ແມ່ນດໍາເນີນການອອກອາກາດໂດຍອາສາສະໝັກຈາກຊຸມຊົນ ທີ່ລາຍງານກ່ຽວກັບ ກະສິກໍາ, ການກຽມຮັບມືກັບໄພພິບັດ, ສຸຂະພາບ, ບົດບາດຍິງ-ຊາຍ, ການເຄື່ອນຍ້າຍທ້ອງຖິ່ນ.
ລະຫວ່າງການຢ້ຽມຢາມສະຖານີແຫ່ງນີ້ ທ່ານ ຮາວລຽງ ຊູ ຜູ້ຊ່ວຍເລຂາທິການໃຫ່ຍສະຫະປະຊາຊາດ ຜູ້ຊ່ວຍຜູ້ບໍລິຫານອົງການສະຫະປະຊາຊາດ ເພື່ອການພັດທະນາ ສໍາລັບພາກພື້ນອາຊີ ແລະ ປາຊີຟິກ ໄດ້ຮ່ວມອອກອາກາດສົດ ແລະ ສົນທະນາກັບອາສາສະໝັກວິທະຍຸຊຸມຊົນ.
ນອກຈາກນີ້ ທ່ານ ຮາວລຽງ ຊູ ກໍ່ໄດ້ໄປຢ້ຽມຢາມສູນຝຶກອົບຮົມການປະກອບອາຊີບສໍາລັບແມ່ຍິງ ແລະ ບ້ານທົດລອງໂຄງການພັດທະນາຊຸມຊົນແບບມີສວນຮ່ວມ ແລະ ຍືນຍົງ ທີ່ໄດ້ຮັບການສະໜັບສະໜູນໂດຍອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ຈັດຕັ້ງປະຕິບັດໂດຍສະຫະພັນແມ່ຍິງຢູ່ແຂວງສາລະວັນ.
Editor: ກຳປານາດ ລັດຖະເຮົ້າ