Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ພິທີກວດກາ 100 ສ່ວນຮ້ອຍ ແລະ ມອບ-ຮັບໂຄງການກໍ່ສ້າງໂຮງຮຽນປະຖົມຫຼັງໃໝ່

Details
Category: Education
Hits: 804

ວັນທີ 14 ພະຈິກ 2017 ຜ່ານມານີ້, ເມືອງຊຳໃຕ້ ແຂວງຫົວພັນ ໄດ້ຈັດພິທີກວດກາ 100% ແລະ ມອບ-ຮັບໂຮງຮຽນປະຖົມຫຼັງໃໝ່ ໃຫ້ຄຸ້ມຄັງໝ້ຽງ, ບ້ານພູແລ, ກຸ່ມບ້ານກະສອນ ຂື້ນເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ມີໄຊ ພອນທະວີສຸກ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຊໍາໃຕ້, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍອດ ນະຕິກຸນ ກຳມະການພັກເມືອງເລຂາພັກກຸ່ມບ້ານກະສອນ, ມີຜູຕາງໜ້າຈາກບໍລິສັດ, ຈາກ ທລຍ ເມືອງ, ກຸ່ມບ້ານ ແລະ ອຳນາດການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ບາຈົ່ງ ຮອງນາຍ ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການຍ່ອຍທືນ ທລຍ ( ກອງທືນຫຼຸດຜ່ອນຄວາມທຸກຍາກ) ຮອບວຽງທີ່ 14 ສະໜັບສະໜູນ. ຄຸ້ມບ້ານຄັງໝ້ຽງ ຂື້ນກັບບ້ານພູແລ, ຕັ້ງຫ່າງຈາກເທດສະບານເມືອງຊຳໃຕ້ 20 ກິໂລແມັດ, ປະກອບມີ 50 ຫຼັງຄາເຮືອນ, ມີ 60 ຄອບຄົວ, ມີພົນລະເມືອງ 377 ຄົນ, ຍິງ193 ຄົນ, ເປັນເຜົ່າມົ້ງ100%, ປະຈຸບັນ ພາຍໃນບ້ານມີນັກຮຽນໃນເກນອາຍຸເຂົ້າໂຮງຮຽນປະຖົມທັງໝົດ 86 ຄົນ, ຍິງ 44 ຄົນ, ມີ 5 ຊັ້ນຮຽນແຕ່ຊັ້ນ ປ 1 ເຖິງ ຊັ້ນ ປ 5, ມີຄູສອນ 3 ຄົນ, ຍິງ 1 ຄົນ, ໃນໄລຍະຜ່ານບ້ານໄດ້ປຸກສ້າງອາຄານຮຽນແບບຊົ່ວຄາວ, ມາໃນປີ 2017 ນີ້ ທາງກອງທືນຫຼຸດຜ່ອນຄວາມທຸກຍາກ (ທລຍ)ໄດ້ໃຫ້ທືນສະໜັບສະໜູນການກໍ່ສ້າງອານຮຽນຖານວອນ 1ຫຼັງ, ຂະໜາດ 8 × 14 ແມັດ. ປະກອບມີ 2 ຫ້ອງຮຽນ ແລະ ຫ້ອງນໍ້າ 2 ຫ້ອງ, ມີລະບົບເຟີນີເຈີຄົບຊຸດ ແລະ ມີລະບົບນໍ້າລີນ.

ອານຄານຮຽນຫຼັງໃໝ່ນີ້ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 28 ມີຖຸນາ ຫາ 28 ຕຸລາ 2017 ສຳເລັດ 100% ລວມມູນຄ່າການກໍ່ສ້າງທັງໝົດ 224 ລ້ານກ່ວາກີບ. ນອກນີ້, ຍັງມີທືນຊຸມຊົນປະກອບສ່ວນດ້ານແຮງງານປັບໜ້າດີນ, ເຮັດຮົ້ວໂຮງຮຽນ, ຂົນສົ່ງວັດສະດຸ ແລະ ອື່ນໆ ຄິດໄລ່ເປັນມູນຄ່າ 16 ລ້ານກ່ວາກີບ. ໂດຍແມ່ນບໍລິສັດ ສີຈະເລີນກໍ່ສ້າງ ເປັນຜູ້ຮັບເໝົາ. ຫຼັງຈາກນັ້ນໃນພິທີຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນເພື່ອເປັນບົດຮຽນໃນຕໍ່ໜ້າ. ຜ່ານການກວດກາ100% ຂອງຄະນະກຳມະການຄັ້ງນີ້ ເຫັນວ່າໂຄງການກໍ່ສ້າງໂຮງຮຽນປະຖົມແຫ່ງນີ້ ເຫັນມີການກໍ່ສ້າງຖຶກຕ້ອງຕາມເຕັກນິກອອກແບບ, ຖຶກຕາມບໍລິມາດ ແລະ ທັນກັບເວລາທີ່ກໍານົດໄວ້. ຫຼັງຈານັ້ນ ທ່ານ ສີທັນ ໄຊແສນຄໍາ ອຳນວຍການບໍລິສັດ ສີຈະເລີນກໍ່ສ້າງ ກຳກັດ ໄດ້ມີຄຳເຫັນ ແລະ ກ່າວມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງຊໍາໃຕ້ ເພື່ອມອບຕໍ່ໃຫ້ບ້ານ ແລະ ໂຮງຮຽນເປັນຜູ້ປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

ຂອບໃຈ ນັກຂ່າວ ຈາກຫ້ອງການ ຖວທ ເມືອງຊໍາໃຕ້

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01new.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top