Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ຄວສ ເປີດອາຄານຮຽນຮູ້ ສ້າງແຮງບັນດາໃຈ ພາຍໃຕ້ໂຄງການ: ຜູ້ສ້າງອະນາຄົດ ຫລື Maker of Tomorrow

Details
Category: Education
Hits: 816

ໃນວັນທີ 15 ພະຈິກ 2017 ຜ່ານມານີ້, ທີ່ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ( ວິທະຍາເຂດຖສກປ່າຫລວງ ) ໄດ້ຈັດພິທີເປີດຫ້ອງຮຽນຮູ້ ສ້າງແຮງບັນດານໃຈ ພາຍໃຕ້ໂຄງການ ຜູ້ສ້າງອະນາຄົດ ຫລື Maker of Tomorrow ເຊີ່ງເປັນອາຄານຂະຫນາດນ້ອຍ ເນື້ອທີ່ພຽງ 36 ຕາແມັດ, ເຊິ່ງໂຄງການດັ່ງກ່າວ ເປັນການຮ່ວມມື ລະຫວ່າງ ພາກວິຊາວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ກັບ ບໍລິສັດ ບອສ ຜູ້ສະຫນອງດ້ານເຕັກໂນໂລຊີ ແລະ ການບໍລິການຊັ້ນນໍາຂອງໂລກ. ໃນພິທີເປີດ ເຂົ້າຮ່ວມເປັນປະທານ ໂດຍ ທ່ານ ສາດສະດາຈານ ປອ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ແອນ ດຼິວ ເດ ຈອງ ຜູ້ອໍານວຍການໃຫຍ່ ບໍລິສັດ ບອສ ພູມມີພາກ ປະເທດລາວ, ກໍາປູເຈຍ ແລະ ມຽນມາ ພ້ອມກັນນີ້ຍັງມີ ຫົວຫນ້າກົມສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ, ຫົວຫນ້າສະຖາບັນພັດທະນາການສຶກສາວິຊາຊີບ, ຫົວຫນ້າ-ຮອງຫົວຫນ້າຄະນະບໍດີ ພາຍໃນຄະນະ, ຄູອາຈານ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ.

ໂຄງການນັກສ້າງສັນວັນໃຫມ່ ແມ່ນເປັນໂຄງການຫນຶ່ງ ທີ່ດີສໍາລັບນັກສຶກສາ ທີ່ຕິດພັນກັບການຮຽນ-ການສອນ ພາກປະຕິບັດ ແລະ ຊີວິດປະຈໍາວັນຫລາຍທີ່ສຸດ ເຮັດໃຫ້ນັກສຶກສາມີຄວາມກະຕຶລືລົ້ນຍາກຮຽນ ແລະ ອອກແຮງງານ, ຜ່ານປະສົບການຫລາຍຕົວຈິງເທົ່າໃດ ກໍ່ຍິ່ງເຮັດໃຫ້ມີຄວາມຮູ້-ຄວາມສາມາດຫລາຍ ສາມາດນໍາໃຊ້ຄວາມຮູ້-ຄວາມສາມາດເລົ່ານັ້ນ ເຂົ້າໃນຂະບວນການຜະລິດ ໃຫ້ມີຄຸນນະພາບ ແລະ ມີປະສິດທີພາບ. ອາຄານດັ່ງກ່າວ ແມ່ນຈະເປັນບ່ອນພົບປະເຊີ່ງກັນ ແລະ ກັນ ເພື່ອສຶກສາຄົ້ນຄວ້າ ຝຶກອົບຮົມທິດສະດີການນໍາໃຂ້ເຄື່ອງມື ຢ່າງຖືກຕ້ອງຕາມວິທີ ແລະ ຖືກຫລັກການ ສໍາລັບງານວິສາວະກໍາຕ່າງໆ. ຕາມການພັດທະນາເຕັກໂນໂລຊີ ທີ່ມີການປ່ຽນແປງ ຢ່າງໄວວາ, ພ້ອມດຽວກັນນັ້ນ ການຮັກສາດ້ານຄວາມສາອາດ ກໍ່ເປັນສິ່ງສໍາຄັນ ແລະ ມີຄວາມຈໍາເປັນ ຕ້ອງໄດ້ເອົາໃຈໃສ່ ເນື່ອງຈາກວ່າ ໂຄງການນີ້ ເກີດຂື້ນໄດ້ ຍ້ອນເຫດຜົນ ສະຖານທີ່ແຫ່ງນີ້ເຄີຍເປີເປື້ອນ ແລະ ເປັນແຮງບັນດາໃຈ ໃນການຄໍານຶງເຖິງສິ່ງແວດລ້ອມ ເຕັກໂນໂລຊີ, ການນໍາໃຊ້ນໍ້າ ຈາກທໍາມະຊາດ ໃຫ້ມີປະສິດທິພາບ. ໂຄງການ Maker of Tomorrow ຫລື ນັກສ້າງສັນວັນໃຫມ່ ຜູ້ສ້າງອະນາຄົດ ແມ່ນໄດ້ຮັບການອອກແບບຈາກວິສາວະກອນຫນຸ່ມ ( ນັກສຶກສາ 3 ທ່ານ ) ຄື: ທ່ານ ອະນຸສອນ ສີສຸທໍາ, ທ່ານ ສຸພະໄຊ ໄຊຍະວົງ ແລະ ທ່ານ ນຸສິນ ນໍາມານິນິນ ເຊີ່ງເປັນຜູ້ປ່ຽນຖ່າຍພື້ນທີ່ຖັງນໍ້າທີ່ບໍ່ໄດ້ໃຊ້ ໃຫ້ກາຍເປັນສະຖານທີ່ຮຽນຮູ້ທີ່ສ້າງສັນ ແລະ ຍືນຍົງ ໂດຍການສະຫນັບສະຫນູນ ຈາກ ບອສ.

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03new.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  • Click to enlarge image 07.jpg
  • Click to enlarge image 08.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top