Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ພິທີເຊັນຍາໂຄງການຮ່ວມມື ສ້າງສູນຄົ້ນຄ້ວາ, ວິໄຈຢາງພາລາ ລາວ

Details
ທະວີສັກ ໃບລາສີ
Category: Education
Hits: 780

ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ກຸ່ມບໍລິສັດ ພັດທະນາກະສິກຳຢຸນນານ ຈຳກັດ ສປ ຈີນ ໄດ້ເຊັນສັນຍາຮ່ວມກັນ ກ່ຽວກັບໂຄງການຮ່ວມມື ສ້າງສູນຄົ້ນຄ້ວາ, ວິໄຈຢາງພາລາ ລາວ ໃນວັນທີ 15 ພະຈິກນີ້ ທີ່ກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງລົງນາມໂດຍທ່ານ ຄຳພັນ ເໝືອນສິດທິດາ, ຫົວໜ້າຫ້ອງການ ກະຊວງກະສິກຳ ແລະ ປ່າໄມ້ ກັບ ທ່ານ ລີ ສື ຈູ່ນ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢາງພາລາຢຸນນານ ຈຳກັດ, ທ່ານ ນາງ ມະນີລາ ປະທານ ບໍລິສັດ ຢາງພາລາຢຸນນານ ຈຳກັດ ສປ ຈີນ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າສະຖາບັນ, ພະນັກງານຫຼັກແຫຼ່ງ, ທີ່ກ່ຽວຂ້ອງ ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້, ພະນັກງານກຸ່ມບໍລິສັດ ຢາງພາລາຢຸນນານ ຈຳກັດ ສປ ຈີນ ເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການຮ່ວມມື ສ້າງສູນຄົ້ນຄ້ວາ, ວິໄຈຢາງພາລາລາວ ແລະ ພຶດກະສິກໍາລາວ ແມ່ນໂຄງການຮ່ວມມືດ້ານວິຊາການ, ຊຶ່ງທາງກະຊວງກະສິກຳ ແລະ ປ່າໄມ້ ແມ່ນປະກອບສ່ວນທີ່ດິນ ຈຳນວນ 20,040 ຕາແມັດ, ຊຶ່ງທີ່ຕັ້ງຢູ່ບ້ານໂນນສະອາດ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ເພື່ອເປັນເນື້ອທີ່ປຸກສ້າງອາຄານ ຈຳນວນ 5 ຫຼັງ, ຊຶ່ງປະກອບດ້ວຍອາຄານຫ້ອງການ ແລະ ຫ້ອງຝຶກອົບຮົມ 1 ຫຼັງ, ອາຄານຫ້ອງທົດລອງ 2 ຫຼັງ ແລະ ອາຄານຫໍພັກ 2 ຫຼັງ, ສ່ວນຝ່າຍກຸ່ມບໍລິສັດ ພັດທະນາກະສິກຳຢຸນນານ ຈຳກັດ ສປ ຈີນ ແມ່ນປະກອບສ່ວນເປັນເງິນ ຈຳນວນ 10 ລ້ານໂດລາສະຫະລັດ, ເພື່ອໃຊ້ຈ່າຍໃນການດຳເນີນການກໍ່ສ້າງອາຄານດັ່ງກ່າວ ພ້ອມທັງປະກອບວັດຖຸອຸປະກອນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃສ່ບັນດາອາຄານດັ່ງກ່າວ. ໂຄງການນີ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1) ແມ່ນເລີ່ມຕົ້ນແຕ່ປີ 2018-2020 ເປັນໄລຍະກໍ່ສ້າງຕຶກອາຄານ ແລະ ກໍ່ສ້າງພະນັກງານວິຊາການລາວ, ໄລຍະທີ 2) ແມ່ນເລີ່ມຕົ້ນແຕ່ປີ 2021-2051 ເປັນໄລຍະການຮ່ວມມືດ້ານວິຊາການ.
ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອະນຸມັດໃຫ້ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບ ກຸ່ມບໍລິສັດ ພັດທະນາກະສິກຳຢຸນນານ ຈຳກັດ ສປ ຈີນ ດຳເນີນໂຄງການຮ່ວມມື ສູນຄົ້ນຄ້ວາວິໄຈ ດັ່ງກ່າວ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ດຳເນີນການກໍ່ສ້າງສູນດັ່ງກ່າວໃຫ້ໄດ້ມາດຕະຖານ ແລະ ຖືກຕ້ອງຕາມລະບຽບກົດໝາຍເພື່ອໃຫ້ໄດ້ຮັບຜົນດີ.

Editor: ດາວໄຊ ສີວິໄລ


  • Click to enlarge image 2017-11-16_8-22-27.jpg
  • Click to enlarge image 2017-11-16_8-23-00.jpg
  • Click to enlarge image 2017-11-16_8-23-21.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top