ກະຊວງສຶກສາທິການ ແລະ ກິລາ (ສສກ) ອາດຈະໄດ້ກໍານົດນະໂຍບາຍ ເພື່ອສັບຊ້ອນຄູທີ່ເຫຼືອໄປສິດສອນຢູ່ບ່ອນທີ່ຍັງຂາດເຂີນຄູ ພ້ອມທັງສ້າງເຄື່ອງມືເພື່ອປະເມີນການເຮັດວຽກຂອງຄູອາສາສະໝັກ ເພື່ອຮັບບັນຈຸເປັນລັດຖະກອນຄູ ໂດຍໃຫ້ບຸລິມະສິດຜູ້ທີ່ເປັນອາສາສະໝັກມາຫຼາຍປີ ແລະ ຜູ້ທີ່ສິດສອນໃນວິຊາທີ່ມີຄວາມຕ້ອງການຂອງທ້ອງຖິ່ນນັ້ນໆແທ້.
ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ວ່າ: ກະຊວງສຶກສາທິການ ແລະ ກີລາ ໄດ້ຊີ້ນຳບັນດາພະແນກສຶກສາທິການ ແລະ ກິລາແຂວງ ໃນການບັນຈຸ ແລະ ສັບຊ້ອນຄູໃຫ້ມີຄວາມໂປ່ງໃສ ແລະ ຖືກຕ້ອງກັບຄວາມຕ້ອງການຕົວຈິງຂອງແຕ່ລະທ້ອງຖິ່ນ ແລະ ຄວາມຕ້ອງການຄູໃນແຕ່ລະວິຊາສອນ ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ ແຕ່ໃນສະພາບຄວາມເປັນຈິງການບັນຈຸ ແລະ ສັບຊ້ອນຄູໃຫ້ຖືກຕ້ອງກັບຄວາມຕ້ອງການຕົວຈິງແມ່ນມີຄວາມຫຍຸ້ງຍາກ ເນື່ອງຈາກວ່າໂກຕາລັດຖະກອນ ທີ່ລັດຖະບານສະໜອງໃຫ້ມີຈຳກັດ, ຍິ່ງໄປກວ່ານັ້ນ ຈຳນວນລັດຖະກອນຄູທີ່ຍົກຍ້າຍໄປເຮັດວຽກຢູ່ຂະແໜງ ການອື່ນກໍມີຫຼາຍໃນແຕ່ລະປີ.
ກະຊວງສຶກສາທິການ ແລະ ກິລາ ກໍາລັງລົງສໍາຫຼວດຈໍານວນຄູທີ່ມີຕົວຈິງໃນທົ່ວປະເທດ ເພື່ອໃຫ້ຮູ້ວ່າ: ຈຳນວນຄູທີ່ບັນຈຸ ແລະ ສັບຊ້ອນຖືກກັບຄວາມຕ້ອງການຕົວຈິງມີເທົ່າໃດ, ເຫຼືອຢູ່ໃສ, ເຫຼືອວິຊາໃດ ແລະ ບໍ່ພໍຢູ່ໃສ, ບໍ່ພໍວິຊາໃດ?. ໃນການສຳຫຼວດດັ່ງກ່າວ, ຍັງໄດ້ເກັບກຳຂໍ້ມູນຈຳນວນຄູອາ ສາສະໝັກທີ່ມີຢູ່ວ່າມີຄູອາສາສະ ໝັກວິຊາໃດແດ່, ຢູ່ໂຮງຮຽນໃດ, ເຮັດວຽກໄດ້ຈັກປີແລ້ວ ເພື່ອລວບ ລວມຂໍ້ສະເໜີແນະຕໍ່ລັດຖະບານ ແລະ ຂໍທິດໃນການແກ້ໄຂໃນຂັ້ນຕໍ່ໄປ.
ຕາມການຄາດຄະເນໃນເບື້ອງຕົ້ນຂອງກະຊວງສຶກສາທິການ ແລະ ກິລາ ກໍ່ອາດຈະກຳນົດນະໂຍບາຍ ເພື່ອສັບຊ້ອນຄູທີ່ເຫຼືອໄປສິດສອນຢູ່ບ່ອນທີ່ຍັງຂາດເຂີນຄູ ພ້ອມທັງສ້າງເຄື່ອງມືປະເມີນການເຮັດວຽກຂອງຄູອາສາສະໝັກ ເພື່ອຮັບບັນຈຸເປັນລັດຖະກອນຄູ ໂດຍໃຫ້ບຸລິມະສິດຜູ້ທີ່ເປັນອາສາສະໝັກມາຫຼາຍປີ ແລະ ຜູ້ທີ່ສິດສອນໃນວິຊາທີ່ມີຄວາມຕ້ອງການຂອງທ້ອງຖິ່ນນັ້ນໆແທ້.
Editor: ເສດຖະກິດ-ການຄ້າ