Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ພິທີເປີດນໍາໃຊ້ຫຼັກສູດ ປະລີນຍາໂທ ສາຂາພັດທະນາ ໃນເຂດສ້າງເຄື່ອນໄຟຟ້າພະລັງນໍ້າແບບຍືນຍົງ.

Details
Category: Education
Hits: 844

ເພື່ອເປັນການພັດທະນາຊັບພະຍາກອນມະນຸດ ຕາມທິດຊີ້ນໍາຂອງພັກ - ລັດຖະບານ ກໍຄື ກະຊວງສືກສາທິການ ແລະ ກິລາ ຕາມແຜນຍຸດທະສາດການພັດທະນາ ການສຶກສາຂອງ ສປປລາວ, ຍົກສູງມາດຕະຖານການສຶກສາ ໃຫ້ໃກ້ຄຽງ ແລະ ທຽບເທົ່າສາກົນ ສະນັ້ນ ໃນວັນທີ 8 ພະຈິກ 2017 ຈຶ່ງໄດ້ມີການ ເປີດນໍາໃຊ້ຫຼັກສູດ ປະລີນຍາໂທ ສາຂາພັດທະນາໃນເຂດສ້າງເຄື່ອນໄຟຟ້າພະລັງນໍ້າແບບຍືນຍົງຂື້ນ ໂດຍການເປັນປະທານຂອງທ່ານ ສາດສະດາຈານ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ເຂົ້າຮ່ວມມີ ຮອງກົມສຶກສາຊັ້ນສູງ ກະຊວງສືກສາ ທິການ ແລະ ກິລາ, ຜູ້ອໍານວຍການອົງການ ຈີໄອແຊັດ ປະຈໍາ ສປປ ລາວ, ມີບັນດາ ຕາງຫນ້າກະຊວງອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຄືທີ່ຮູ້ກັນແລ້ວວ່າ ໃນການພັດຂອງ ສປປ ລາວເຮົາ ເຊິ່ງຖືເອົາການພັດທະນາເຄື່ອນໄຟຟ້າ ເປັນທ່າແຮງອັນສໍາຄັນ ໃນໄລຍະ 10 ປີຜ່ານມາ ແລະ ໃນປະຈຸບັນກໍ່ ມີການສໍາຫຼວດ, ກໍ່ສ້າງ ແລະ ພັດທະນາເຄື່ອນໄຟຟ້າຢ່າງແຜ່ຫຼາຍ ແລະ ກ້ວາງຂວາງ ເພື່ອເປັນໝໍໄຟໃນອາຊຽນ, ດັ່ງນັ້ນການ ສ້າງບຸກຄະລາກອນ ເພື່ອຮັບໃຊ້ວຽກງານດັ່ງກ່າວຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນຫຼາຍ, ການປັບປຸງຫຼັກສູດເກົ່າ ແລະ ສ້າງຫຼັກສູດໃຫມ່ກໍ່ເຊັ່ນດຽວກັນ ເພື່ອສ້າງຊັບພະຍາກອນມະນຸດທີ່ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດທີ່ດີ ຮັບໃຊ້ສັງຄົມ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ຫລຸດພົ້ນອກຈາກຄວາມທຸກຍາກ ແລະ ມີຄວາມສີວິໄລໄປຄຽງຄູ່ກັບ ຄວາມຍືນຍົງທາງດ້ານສິ່ງແວ້ດລ້ອມ

ຫຼັກສູດ ປະລີນຍາໂທ ສາຂາພັດທະນາໃນເຂດສ້າງເຄື່ອນໄຟຟ້າພະລັງນໍ້າແບບຍືນຍົງ ແມ່ນໄດ້ຜ່ານ ກອງປະຊຸມປຶກສາຫາລື ແລະ ສືກສາຄວາມຕ້ອງການທາງສັງຄົມ ຈຶ່ງໄດ້ຮັບອະນຸຍາດ ຈາກກະຊວງສຶກສາທິການ ແລະ ກິລາ ເພື່ອນໍາໃຊ້ ໃນວັນທີ 31 ຕຸລາ 2017 ຫຼັກສູດດັ່ງກ່າວນີ້ແມ່ນ ພາຍໃຕ້ການຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ອົງການຮ່ວມມືລາວເຢຍລະມັນເພື່ອການພັດທະນາ ຫຼື ຈີໄອແຊັດ ໃນການເປີດນໍາໃຊ້ຫຼັກສູດດັ່ງກ່າວນີ້ ມະຫາວິທະຍາໄລແຫ່ງຊາດ ຈະເປັນເຈົ້າການໃນການຈັດຕັ້ງປະຕິບັດ, ສ່ວນຜູ້ທີ່ຈະເຂົ້າສຶກສາ ແລະ ຂອບເຂດການຮຽນຮູ້ ແມ່ນກວມເອົາຫຼາຍພາກສ່ວນ ນັບຕັ້ງແຕ່ຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ, ດ້ານກະສິກໍາ - ປ່າໄມ້, ເສດຖະກິດ - ສັງຄົມ ແລະ ອື່ນໆ. ໃນພິທີດັ່ງກ່າວຍັງໄດ້ມີການ ເປີດໂອກາດ ໃຫ້ບັນດາຜູ້ຕາງຫນ້າຈາກກະຊວງ ແລະ ທຸກພາກສ່ວນທີ່ເຂົ້າຮ່ວມໃນໃນພິທີ ປະກອບຄໍາຄິດເຫັນ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດ.

ສໍາລັບເງື່ອນໄຂຜູ້ທີ່ຈະເຂົ້າຮຽນ ໃນຫຼັກສູດ ປະລີນຍາໂທ ສາຂາພັດທະນາໃນເຂດສ້າງເຄື່ອນໄຟຟ້າພະລັງນໍ້າແບບຍືນຍົງ ແມ່ນຈະໄດ້ມີການຂັດເລືອກ ໂດຍອີງໃສ່ຂໍ້ຕົກລົງວ່າດ້ວຍມາດຕາຖານ ຫຼັກສູດແຫ່ງຊາດລະດັບປະລີນຍາໂທຂອງ ກະຊວງສຶກສາທິການ ແລະ ກິລາ ດັ່ງນີ້: ສໍາລັບນັກດສຶກສາທີ່ ຮຽນຈົບປະລີນຍາຕີແລ້ວໜ້ອຍກວ່າ 2 ປີ ຕ້ອງມີຄະແນນ 3,00 ຂື້ນໄປ ແລະ ສໍາລັບນັກດສຶກສາທີ່ ຮຽນຈົບປະລີນຍາຕີແລ້ວຫລາຍກວ່າ 2 ປີ. ຕ້ອງມີຄະແນນ 2,00 ຂື້ນໄປ ແລະ ຕ້ອງຮຽນຈົບປະລີນຍາຕີ ສາຂາຕ່າງໆ ໃນມະຫາວິທະຍາໄລແຫ່ງຊາດ ໂດຍສະເພາະແມ່ນຄະນະກະເສດສາດ, ຄະນະວິທະຍາສາດປ່າໄມ້, ຄະນະວິທະຍາສາດສິ່ງແວ້ດລ້ອມ, ຄະນະວິທະຍາສາດສັງຄົມ, ຄະນະວິທະຍາສາດທໍາມະຊາດ, ຄະນະຊັບພະຍາກອນນໍ້າ, ຄະນະເສດທະສາດ-ບໍລິຫານທຸລະກິດ, ຄະນະວິສະວະກໍາສາດ ແລະ ຕ້ອງມີຄຸນສົມບັດດີ, ບໍ່ເຄີຍມີຄະດີ ຫຼື ຖືກລົງໂທດ ຕັດອິດສະລະພາບມາກ່ອນ, ມີຄວາມຮູ້ພື້ນຖານທາງດ້ານພາສາອັງກິດ - ຄອມພິວເຕີ້ ແລະ ມີຄວາມສາມາດໃນການປະຕິບັດພັນທະ ແລະ ຄ່າຮຽນ.

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01new.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  • Click to enlarge image 07.jpg
  • Click to enlarge image 08.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top