Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ຄົງເຊໂດນ ສະເຫຼີມສະຫຼອງວັນລ້າງມືສາກົນ

Details
ທະວີສັກ ໃບລາສີ
Category: Education
Hits: 763

ພະແນກສຶກສາທິການ ແລະ ກິລາ ແຂວງ ສາລະວັນ ຮ່ວມກັບ ຫ້ອງການສຶກສາທິການ ແລະ ກີລາເມືອງ ຄົງເຊໂດນ ຈັດພິທີສະເຫຼີມ ສະຫຼອງວັນລ້າງມືສາກົນ 15 ຕຸລາ ຂອງໂລກ, ພິທີດັ່ງກ່າວໄດ້ຈັດຂື້ນໃນອາທິດຜ່ານມານີ້ ທີ່ເດີນໂຮງຮຽນປະຖົມສົມບູນຄົງເໜືອ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມຈິດ ເພັງສຸວັນນະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸຂະວັນ ເພັງອະໄພສີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາທ່ານຫົວໜ້າຂະແໜງການຈາກແຂວງ, ເມືອງ ພ້ອມດ້ວຍຄະນະພັດທະນາການສຶກສາຂັ້ນບ້ານ, ຄູອາຈານ ແລະ ນ້ອງນ້ອຍນັກຮຽນພາຍໃນ 7 ໂຮງຮຽນ ແລະ 7 ບ້ານເຂົ້າຮ່ວມ.
ໃນພິທີ ທ່ານ ສຸຂະວັນ ເພັງອາໄພສີ ກໍ່ໄດ້ເປັນກຽດຂື້ນກ່າວປະຫວັດຄວາມເປັນມາ ຂອງວັນລ້າງມືສາກົນ ທີ່ໄດ້ຈັດຂື້ນໃນໄລຍະສັບປະດານໍາໂລກ ລະຫວ່າງ ວັນທີ 17 ຫາ 23 ສິງຫາ ປີ 2008 ທີ່ນະຄອນຫຼວງສະຕ໋ອກໂຮມ ປະເທດສະວີເດັນ ຖືເປັນເຫດການທາງປະຫວັດສາດຂອງໂລກ ທີ່ໄດ້ມີການລິເລີ່ມຮ່ວມກັນລະຫວ່າງພາກລັດ ແລະ ເອກະຊົນ ເພື່ອສ້າງຂະບວນການລ້າງມື, ວັນລ້າງມືສາກົນຄັ້ງທໍາອິດໄດ້ຖືກຈັດຕັ້ງຂື້ນໃນວັນທີ 15 ຕຸລາ ປີ 2008 ທີ່ໄດ້ຮັບການແຕ່ງຕັ້ງໂດຍສະຫະປະຊາຊາດ ແລະ ຍັງເປັນປີສາກົນທາງດ້ານສຸຂະພາບນໍາອີກ, ນັບແຕ່ມີສ້າງຕັ້ງໃນປີ 2008 ເປັນຕົ້ນມາ ກະຊວງສຶກສາທິການ ແລະ ກິລາ ໄດ້ເຮັດວຽກກັບຫຼາຍພາກສ່ວນທາງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ ເພື່ອສະເຫຼີມສະຫຼອງວັນລ້າງມືດັ່ງກ່າວ ເປົ້າໝາຍຫຼັກກໍ່ແມ່ນເພື່ອ ປູກຈິດສໍານຶກໃນວົງກວ້າງ ກ່ຽວກັບຜົນປະໂຫຍດຂອງການລ້າງມືໃສ່ສະບູ ເພາະວ່າມັນສາມາດປ້ອງກັນພະຍາດໄດ້ຫຼາຍຢ່າງ
ຕອນທ້າຍບັນດາແຂກທຸກພາກສ່ວນ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນ ກໍ່ໄດ້ມີການລ້າງມືໃຫ້ຖືຕາມຫຼັການອະນາໄມນໍາອີກ.

Editor: ດາວໄຊ ສີວິໄລ


  • Click to enlarge image 2017-10-25_9-43-42.jpg
  • Click to enlarge image 2017-10-25_9-44-37.jpg
  • Click to enlarge image 2017-10-25_9-45-07.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top