Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ບໍລິສັດ ເບຍລາວ ສືບຕໍ່ໃຫ້ທຶນການສຶກສາແກ ່ມະຫາວິທະຍາໄລຈຳປາສັກ ແລະ ວິທະຍາໄລຄູປາກເຊ

Details
ທະວີສັກ ໃບລາສີ
Category: Education
Hits: 798

ໃນສົກຮຽນ 2017 -2018 ນີ້ ບໍລິສັດ ເບຍລາວ ໄດ້ໃຫ້ທຶນການສຶກສາແກ່ນັກສຶກສາ ມະຫາວິທະຍາໄລຈໍາປາສັກ ຈຳນວນ 40 ທຶນ ເປັນເງິນ 118 ລ້ານກີບ ແລະ ນັກສຶກສາ ວິທະຍາໄລຄູປາກເຊ ຈຳນວນ 20 ທຶນ ເປັນເງິນ 64 ລ້ານກີບ. ພິທີມອບຮັບທຶນການສຶກສາດັ່ງກ່າວ ຈັດຂຶ້ນທີ່ ມະຫາວິທະຍາໄລຈຳປາສັກ ໃນເມື່ອບໍ່ດົນນີ້. ໃຫ້ກຽດມອບໂດຍ ທ່ານ ບຸນກັນ ກຸລະບຸດ ຜູ້ອຳນວຍກນຝ່າຍປະຊາສຳພັນ ແລະ ກິດຈະກຳເພື່ອສັງຄົມ ບໍລິສັດ ເບຍລາວ, ຮັບແມ່ນທ່ານ ພູໂຂງ ອິນທະປັນຍາ ຮັກສາການຫົວໜ້າຫ້ອງການວິຊາການ ມະຫາວິທະຍາໄລຈຳປາສັກ ແລະ ທ່ານ ພອນ ພູວັນໂນ ຜູ້ອຳນວຍການວິທະຍາໄລຄູປາກເຊ. ມີຄະນະຮັບຜິດໂຄງການໃຫ້ທຶນການສຶກສາ,ພະນັກງານຄູອາຈານ ແລະ ນັກສຶກສາທີ່ໄດ້ຮັບທຶນເຂ້າຮ່ວມ. ທ່ານ ບຸນກັນ ກຸລະບຸດ ຜູ້ອຳນວຍການຝ່າຍປະຊາສຳພັນ ແລະ ກິດຈະກຳເພື່ອສັງຄົມ ບໍລິສັດ ເບຍລາວ ກ່າວວ່າ: ບໍລິສັດ ເບຍລາວ ໄດ້ໃຫ້ທຶນການສຶກສາແກ່ສະຖາບັນການສຶກສາ 7 ສະຖາບັນທົ່ວປະເທດເລີ່ມແຕ່ປີ 2010 ເປັນຕົ້ນມາ, ມີຜູ້ໄດ້ຮັບທຶນການສຶກສາໄປແລ້ວ 2.064 ຄົນ. ເປັນເງິນທັງໝົດ 5 ຕື້ກ່ວາກີບ.ໃນນັ້ນສຳລັບສົກຮຽນ 2017 - 2018 ມີ: 330 ທຶນ ເປັນເງິນ 1 ຕື້ກ່ວາກີບ. ຊຶ່ງປະກອບມີ ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ,ມະຫາວິທະຍາໄລສະຫວັນນະເຂດ,ມະຫາວິທະຍາໄລຈຳປາສັກ,ວິທະຍາໄລຄູສະຫວັນນະເຂດ,ວິທະຍາໄລຄູປາກເຊ ແລະ ສະຖາບັນວິຈິດສິນແຫ່ງຊາດ. .
ແຕ່ສຳລັບມະຫາວິທະຍາໄລຈຳປາສັກໄດ້ຮັບທຶນປີນີ້ເປັນປີທີ 8 ; ສ່ວນວິທະຍາໄລຄູເປັນປີທີ 4 ທັງປີນີ້. ທຶນການສຶກສາທີ່ບໍລິສັດເບຍລາວມອບໃຫ້ນັກສຶກສາແຕ່ລະສະຖາບັນ ແມ່ນຈຸດປະສົງເປົ້າໝາຍມອບໃຫ້ນັກສຶກສາທີ່ດ້ອຍໂອ ກາດ, ຮຽນເກັ່ງ, ຂາດທຶນຮອນ ແລະ ແມ່ນບຸກຄົນທີ່ຫ້າວຫັນຂະຫຍັນໝັ່ນຮຽນອີກດ້ວຍ.

Editor: ດາວໄຊ ສີວິໄລ


  • Click to enlarge image 2017-11-08_13-07-16.jpg
  • Click to enlarge image 2017-11-08_13-07-47.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top