ໃນອາທິດທີ່ຜ່ານມານີ້ ທ່ານ ປອ ພວງປາຣີສັກ ປະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພີທີເປີດນໍາໃຊ້ ໂຮງຮຽນປະຖົມບ້ານໜອງກາ ຊື່ງປະກອນມີ ຈຳນວນ 5 ຫ້ອງຮຽນ ນັບແຕ່ ປໍ1-ປໍ5 ມີໂຕະ, ຕັ້ງ, ແລະ ອຸປະກອນການຮຽນການສອນຄົບຊຸດ ສາມາດຮັບນັກຮຽນໄດ້ທັງໝົດ 150 ກວ່າຄົນ, ລວມມູນຄ່າການກໍ່ສ້າງທັງໝົດ 300ລ້ານກວ່າກີບ, ພ້ອມດຽວກັນນີ້ກໍ່ໄດ້ລົງຢ້ຽມຢາມສຸກສາລາ ຢູ່ບ້ານໃໝ່ໄຊສົມບູນ ຊື່ງສ້າງຕັ້ງສຳເລັດໃນປີ 2015 ມີເຮືອນ 2 ຫຼັງ ແລະ ອຸປະກອນການແພດຄົບຊຸດ ລວມມູນຄ້າທັງໝົດ 600 ກວ່າລ້ານກີບ ແລະ ໃນເວລາຕໍ່ມາໄດ້ລົງຢ້ຽມຢາມ ກຸ່ມຜູ້ຜະລິດກາເຟຄຸນນະພາບ ຊື່ງກຸ່ມດັ່ງກ່າວສ້າງຕັ້ງຂື້ນໃນປີ 2007 ມີສະມາຊີກກຸ່ມທັງໝົດ 42 ຄອບຄົວ, ມີໂຮງອີ້ວຄົບວົງຈອນ 1 ຫຼັງ, ມີລານຕາກກາເຟ ຈຳນວນ 63 ຫຼັງ, ສາມາດຂາຍກາເຟໝາກສ້ອມໄດ້ທັງໝົດ 700 ກວ່າໂຕນ ສ້າງລາຍຮັບໃຫ້ສະມາຊີກຄອບຄົວໜື່ງບໍ່ຫຼຸດ 70 ລ້ານກີບຕໍ່ປີ.
ໃນຕອນທ້າຍ ທ່ານ ປອ ພວງປາຣີສັກ ປະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຍ້ອງຍໍຊົມເຊີຍ ແລະ ຊີ້ນໍາໃຫ້ຮັກສາຄຸນນະພາບກາເຟລາວ ໃຫ້ມີຄວາມຢືນຍົງເຕີບໃຫຍ່ຂະຫຍາຍໂຕຢ່າງຕໍ່ເນື່ອງ, ພ້ອມທັງເປັນມິດຕໍ່ສິ່ງແວດລ້ອມ, ສ້າງແຫຼ່ງລາຍຮັບທີ່ດີ ແລະ ໝັ້ນຄົງ ໃຫ້ແກ່ຜູ້ຜະລິດຊາວສວນຂະໜາດນ້ອຍ ເພື່ອຫຼຸດຜົນອອກຈາກຄວາມທຸກຍາກໃນປີ 2020.
ຂອບໃຈ ທີມຂ່າວ ກະຊວງກະສິກໍາ ແລະ ປ່າໄມ້
Editor: ກຳປານາດ ລັດຖະເຮົ້າ