ຄະນະພັກອຳນາດການປົກຄອງ ພ້ອມດ້ວຍພໍ່ແມ່ປະຊາຊົນ ຮ່ວມກັບຄະນະຄູ-ອາຈານ ໂຮງຮຽນປະຖົມສົມບູນຄຸ້ມມ່ວງແກ້ວ, ບ້ານໃຫ່ຍພັດທະນານາແກວ ເມືອງຊະນະສົມບູນ, ແຂວງຈຳປາສັກ. ໄດ້ພ້ອມກັນຈັດພິທີ ມອບ-ຮັບ ຫ້ອງສະໝຸດຫຼັງໃໝ່ ໂດຍພິທີມອບ-ຮັບແມ່ນໄດ້ຈັດຂື້ນຢ່າງສົມກຽດ. ໃນຕອນເຊົ້າວັນທີ 1 ພະຈິກ 2017 ຜ່ານມານີ້ ຢູ່ທີ່ໂຮງຮຽນປະຖົມຄຸ້ມ-ບ້ານດັ່ງກ່າວ.ໃຫ້ກຽດເຂົ້າຮ່ວມຄັ້ງນີ້ມີ: ທ່ານ ຂາວພອນ ສີຍາທະຈັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆຊະນະສົມບູນ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມຂັ້ນເມືອງ, ທ່ານ ບົວທອງ ບຸນຍະສິດ ກຳມະການພັກເມືອງ ຫົວໜ້າຫ້ອງການພາຍໃນເມືອງ, ພ້ອມດ້ວຍ ທ່ານ ເດີຣມົວ ດຣຸຍ ກາກ ເຕີ ຫົວໜ້າສະມາຄົມຂອບຟ້າສອງຊັ້ນ ( ປະເທດຝຮັງ ) ພ້ອມດ້ວຍຜູ້ປະສານງານໂຄງການ ໃນນັ້ນຍັງມີຜູ້ບໍລິຫານການສຶກຈາກຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ,
ໃນພິທີ ທ່ານ ສີຫາ ແກ້ວລັດຕະນະແສງຄຳ ຮອງນາຍບ້ານໃຫ່ຍພັດທະນານາແກວ ບອກວ່າ: ຫ້ອງສະໝຸດຫຼັງນີ້ແມ່ນໄດ້ເລີ່ມລົງມືກໍ່ສ້າງແຕ່ຕົ້ນເດືອນ ຕຸລາ 2016 ແລະ ສໍາເລັດໃນວັນທີ 16 ກຸມພາ 2017 ປະກອບເປັນອາຄານຊັ້ນດຽວ. ປູ ແລະ ແອ້ມດ້ວຍສີມັງ, ມຸງດ້ວຍກະເບື້ອງ. ມີລວງກວ້າງ 5 ແມັດ, ຍາວ 6 ແມັດ, ມີ 1 ຫ້ອງສະໝຸດ ໃຊ້ສຳລັບເປັນບອນອ່ານໜັງສື, ລວມມີໂຕະ 4 ໜ່ວຍ, ຕັ່ງ 24 ໜ່ວຍ, ກະດານ 1 ແຜ່ນ, ຖານໄວ້ສໍາລັບວາງປື້ມສະໝຸດ 4 ໜ່ວຍ ແລະ ອື່ນໆອິກຈຳນວນໜຶ່ງ ເຊີ່ງໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກສະມາຄົມຂອບຟ້າສອງຊັ້ນ ປະເທດຝຣັງ ລວມມູນຄ່າ 45 ລ້ານກີບ, ນອກນີ້ ຍັງມີທຶນຂອງຊາວບ້ານ ແລະ ບັນດາຜູ້ປະກອບການນັກທຸລະກິດໃຫ້ການປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ຈຳນວນ 12 ລ້ານກີບ, ລວມມູນຄ່າການກໍ່ສ້າງທັງໝົດ 59 ລ້ານ 9 ແສນກວ່າກີບ.
ໂອກາດດ່ຽວກັນນີ້ ທ່ານ ຂາວພອນ ສີຍາທະຈັນ ຮອງເຈົ້າເມືອງໆຊະນະສົມບູນ ໄດ້ຕ່າງໜ້າໃຫ້ກັບອຳນາດການປົກຄອງເມືອງ ເປັນກຽດມອບໃບກຽດຕິຄຸນ ເພື່ອສະແດງເຖິງບຸນຄຸນ ແລະ ຄຸນງາມຄວາມດີຂອງ ທ່ານ ເດີຣມົວ ດຣຸຍກາກເຕີ ພ້ອມດ້ວຍຜູ້ປະສານງານສາມາຄົມຂອບຟ້າສອງຊັ້ນ (ປະເທດຝຣັງ) ແລະ ພາກສ່ວນບຸກຄົນ, ນັກທຸລະກິດດີເດັ່ນທີ່ໄດ້ປະກອບສ່ວນກໍ່ສ້າງຫ້ອງສະໝຸດຫຼັງນີ້ຈົນສາມາດເປີດການນຳໃຊ້ໄດ້ຢ່າງສົມບູນ, ທັງນີ້ກໍ່ເພື່ອເປັນການພັດທະນາວຽກງານການສຶກສາຂອງລາວ ເວົ້າລວມ-ເວົ້າສະເພາະ ກໍ່ຄືເປັນການສົ່ງເສີມອ່ານຂອງເດັກນ້ອຍໃນໄວຮຽນໃຫ້ມີຄວາມຮູ້, ຄວາມສາມາດ, ກາຄິດກາສະແດງອອກ ເປັນບຸກຄະລາກອນທີ່ເຕັມໄປດ້ວຍຄຸນນະພາບສຳຄັນໃນການພັດທະນາປະເທດຊາດຕໍ່ໜ້າ
ຂ່າວຈາກ ຫ້ອງການ ຖວທ ເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ