ທະນາຄານພັດທະນາ (JDB) ໄດ້ຈັດພິທີເຊັນສັນຍາ ກັບ ກຸ່ມບໍລິສັດ ການສຶກສາ ອິນເຕີ ລາວ ອົດສະຕຼາລີ ຈຳກັດ ຂຶ້ນໃນວັນທີ 26 ຕຸລາ ຜ່ານມານີ້ ທີ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ສູນທອນ ຈັນທະວົງ, ຜູ້ອຳນວຍການໃຫຍ່ ທະນາຄານພັດທະນາ (JDB) ກັບ ທ່ານ ຕີຼນາ ດວງປັນຍາ, ຜູ້ອຳນວຍການ ບໍລິສັດ ການສຶກສາ ອິນເຕີ ລາວ-ອົດສະຕາລີ ຈຳກັດ , ມີບັນດາອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ຜູ້ອຳນວຍການ ວິທະຍາໄລ, ຫົວໜ້າກົມກະຊວງສຶກສາທິການ ແລະ ກິລາ ແລະ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງປະເທດ ອົດສະຕາລີ ເຂົ້າຮ່ວມເປັນສັກຂີພິຍານ.
ເພື່ອເປັນການຮ່ວມມືກັນລະຫວ່າງທະນາຄານພັດທະນາ ຫລື (JDB) ແລະ ບໍລິສັດ ການສຶກສາ ອິນເຕີ ລາວ-ອົດສະຕາລີ ຈຳກັດ, ທີ່ຈະຮ່ວມມືກັນສົ່ງເສີມການພັດທະນາຊັບພະຍາກອນມະນຸດ ໃຫ້ສາມາດເຂົ້າເຖິງແຫ່ງທຶນທີ່ໝັ້ນຄົງ ໂດຍສະເພາະແມ່ນການສະໜອງທຶນໃນຮູບແບບການກູ້ຢືມ ແລະ ເພື່ອໃຫ້ຜູ້ມີຈຸດປະສົງຈະໄປສຶກສາຄົ້ນຄ້ວາຢູ່ທີ່ປະເທດ ອົດສະຕາລີ ທີ່ບໍ່ມີທຶນພຽງພໍ ຫຼື ບໍ່ມີຜູ້ຄ້ຳປະກັນ ໃນເວລາຍື່ນຟອມສຳພາດໄປຮຽນທີ່ປະເທດອົດສະຕາລີ ທັງສອງຝ່າຍ ແມ່ນຈະໄດ້ຮ່ວມກັນສົ່ງເສີມໃນຂົງເຂດການສຶກສາ, ສ້າງເງື່ອນໄຂ ແລະ ແນະນຳການປະກອບເອກະສານ ເພື່ອເຂົ້າສຳພາດ ຕາມຂັ້ນຕອນຂອງກົດໝາຍປະເທດອົດສະຕາລີ. ທະນາຄານພັດທະນາ (JDB) ຈະອອກຜະລິດຕະພັນ ເພື່ອໂຄສະນາ ໃຫ້ສັງຄົມຮັບຮູ້ ເພື່ອໃຫ້ນັກສຶກສາ ຫຼື ຜູ້ມີຈຸດປະສົງຢາກຈະໄປຮຽນຕໍ່ ທີ່ປະເທດອົດສະຕາລີ ໃນທຸກລະດັບການສຶກສາ.
ສຳລັບ ບໍລິສັດ ການສຶກສາ ອິນເຕີ ລາວ-ອົດສະຕາລີ ຈຳກັດ ຈະເປັນຝ່າຍສະໜອງຂໍ້ມູນການສຶກສາ ທີ່ກ່ຽວຂ້ອງ ໃຫ້ລະອຽດຈະແຈ້ງຂອງບັນດາໂຮງຮຽນ ແລະ ທີ່ພັກໃນປະເທດ ອົດສະຕາລີ ໃຫ້ຜູ້ສະໝັກ ຫຼື ຜູ້ທີ່ຈະໄປຮຽນຮັບຊາບ ໂຄງການສະໜອງທຶນການສຶກສາໃນຮູບແບບການກູ້ຢືມ ຫຼື ການຄໍ້າປະກັນການໃຫ້ທຶນການສຶກສາ ຕະຫຼອດໄລຍະການຮຽນ ຕາມການຮ້ອງຂໍຂອງຜູ້ກູ້ຢືມ, ການໃຫ້ສິນເຊື່ອແມ່ນໃຫ້ໄປຕາມນະໂຍບາຍ ສິນເຊື່ອຂອງທະນາຄານຮ່ວມພັດທະນາ ແລະ ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ແລະ ສອດຄ່ອງກັບນະໂຍບາຍຂອງລັດຖະບານອົດສະຕາລີ ນຳອີກດ້ວຍ.
Editor: ດາວໄຊ ສີວິໄລ