ໃນວັນທີ 24 ຕຸລາ ຜ່ານມານີ້ ທີ່ໂຮງຮຽນການເມືອງການປົກຄອງແຂວງ ສາລະວັນ ໄດ້ເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ VI ສະໃໝ່ທີ VIII ໂດຍການເປັນປະທານຂອງ ທ່ານ ນາງ ມະນີຊົງ ລືສີສະມຸດ, ກຳມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າໂຮງຮຽນການເມືອງການປົກຄອງແຂວງ ສາລະວັນ, ມີບັນດາຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການເຂົ້າຮ່ວມ.
ທ່ານ ນາງ ມະນີຊົງ ລືສີສະມຸດ ກຳມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າໂຮງຮຽນການເມືອງການປົກຄອງແຂວງ ສາລະວັນ ກໍ່ໄດ້ຜ່ານເອກະສານມະຕິບົດລາຍງານບໍລິຫານງານພັກແຂວງຄັ້ງທີ່ VI ສະໃໝ່ທີ VIII. ເຊິ່ງມີ 6 ເອກະສານຄື: ບົດສະຫຼຸບລາຍງານແຜນການ-ການລົງທຶນຂອງແຂວງ ແລະ ບົດຕິລະຄາຂອງຄະນະບໍລິຫານງານພັກແຂວງ 6 ເດຶອນຕົ້ນປີ, ທິດທາງແຜນ 6 ເດຶອນທ້າຍປີ, ບົດລາຍງານແຜນການວິທີຈັດເກັບງົບປະມານ 2017 ແລະ ບົດລາຍງານວຽກງານ 3 ສ້າງ, ພ້ອມດ້ວຍບົດລາຍງານການຈັດຕັ້ງປະຕິບັດແຜນການຈຸດສຸມຂອງອຸດສະຫະກຳການຄ້າ ນຳອີກດ້ວຍ.
Editor: ດາວໄຊ ສີວິໄລ