Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ມະຫາວິທະຍາໄລຈຳປາສັກເປີດສົກຮຽນໃຫ່ມ ສົກປີ 2017-2018 ແລະ ສະເຫີມສະຫລອງວັນຄູແຫ່ງຊາດ ຄົບຮອບ 23 ປີ

Details
Category: Education
Hits: 974

ກາງເດືອນ ຕຸລາ 2017 ນີ້, ທີ່ຫ້ອງປະຊຸມໃຫ່ຍຂອງມະຫາວິທະຍາໄລຈຳປາສັກ ໄດ້ມີພິທີເປີດສົກຮຽນ 2017-2018 ພ້ອມທັງສະເຫຼີມສະຫລອງວັນຄູແຫ່ງຊາດ 7 ຕຸລາ 1994-2017 ຄົບຮອບ 23 ປີ ຂື້ນ. ໂດຍການເປັນປະທານຂອງ ທ່ານ ປະລິນຍາເອກ ບຸນມີ ພອນສະຫັວນ ອະທິການບໍດີມະຫາວິທະຍາໄລຈຳປາສັກ ມີພະນັກງານ ຄູ- ອານຈານ ພາຍໃນມະຫາວິທະຍາໄລຈໍາປາສັກ, ແຂກຖືກເຊີນ ພ້ອມດ້ວຍນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີໄດ້ຮັບຟັງການລາຍງານການຈັດຕັ້ງການເຄື່ອນໄຫວປະຕິບັດແຜນພັດທະນາຂອງມະຫາວິທະຍາໄລຈຳປາສັກ ໃນໄລຍະ 1 ປີຜ່ານມາ, ໄດ້ສະຫຼຸບຕີລາຄາດ້ານດີ, ດ້ານອອ່ນ ຂໍ໊ຄົງຄ້າງ ເປັນຕົ້ນແມ່ນວຽກງານການເມືອງແນວຄິດ, ວຽກງານການຮຽນການສອນ ແມ່ນປະຕິບັດຕາມທິດຊີ້ນຳຂອງກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ, ໄດ້ຈັດຕັ້ງການຮຽນ-ການສອນ ທັງລະດັບອະນຸປະລິນຍາ ແລະ ປະລິນຍາຕີ ລວມທັງລະບົບຕໍ່ເນື່ອງ, ໃນ 06 ຄະນະວິຊາ ຄື: ນິຕິສາດ, ລັດຖະສາດ, ພາສາອັງກິດທົ່ວໄປ, ບໍລິຫານການທ່ອງທ່ຽວ, ລ້ຽງສັດ, ປູກຝັງ, ການປ່າໄມ້, ຄູ້ມຄອງ, ເສດຖະສາດ, ຄູຄະນິດສາດ ວິສະວະກຳໂຍທາ ແລະ ວິສະວະກຳໄຟຟ້າ ແລະ ວຽກງານອື່ນໆ.

ໃນສົກປີ 2016-2017 ມີນັກສຶກສາທັງໝົດ 4,775 ຄົນ, ຍິງ 2,158 ຄົນ, ພອ້ມທັງຜ່ານແຜນທິດທາງການເຄື່ອນໄຫວ ຂອງມະຫາວິທະຍາໄລຈຳປາສັກ ໃນຕໍ່ໜ້າ, ຈາກນັ້ນ ກໍ່ໄດ້ຜ່ານປະຫວັດຄວາມເປັນມາ ຄວາມໝາຍສຳຄັນຂອງວັນຄູແຫ່ງຊາດລາວ, ຄຳວ່າ: ຄູແມ່ນເປັນແມ່ພີມຂອງຊາດ, ການຮຽນ-ການສອນ ແລະ ປະຫວັດຄວາມເປັນມາຂອງນາຍຄູຄຳ ເຊິງແມ່ນຄູຄົນລາວຜູ້ທຳອິດທີ່ໄດ້ອຸທິດຕົ້ນເຂົ້າໃນພາລະກິດສິດສອນຢ່າງຫ້າວຫັນໄປພ້ອມໆກັບການປຸກລະດົມພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້່າຮ່ວມພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂື້ນທັງແບບເກົ່າ ແລະ ໃໝ່ ຢ່າງພິລະອາດຫານ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຈິ່ງເຮັດໃຫ້ພື້ນຖານການສຶກສາໃນຖັນແຖວຄູໄດ້ຮັບການພັດທະນາດີຂື້ນ, ດັ່ງນັ້ນ, ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງຄູໃນທົ່ວສັງຄົມ ພັກລັດຖະບານຈິ່ງໄດ້ກຳນົດໃຫ້ມີວັນຄູແຫ່ງຊາດ ໂດຍຖືເອົາວັນເຂົ້າລາດຊະການຂອງນາຍຄູຄຳ ວັນທີ່ 7 ຕຸລາ ແລະ ໄດ້ຈັດຕັ້ງສະເຫຼີມສະຫລອງແຕ່ປີ 1994 ມາຮອດປັດຈຸບັນຄົບຮອບ 23 ປີ ເພຶ່ອໃຫ້ທຸກພາກສ່ວນໄດ້ພ້ອມກັນສະເຫຼີມສະຫລອງ ສະແດງຄວາມກະຕັນຍູຮູ໊ບຸນຄຸນຕໍ່ຄູ ແລະ ອາຈານ ທີ່ໄດ້ສິດສອນມາ ແລະ ເປັນການປູກຈິດສຳນຶກໃຫ້ນັກຮຽນ ນັກສຶກສາ ໄດ້ຮັບຮູ້ຄວາມໝາຍຄວາມສຳຄັນຂອງຄູຕະຫລອດໄປ.

ທີມຂ່າວແຂວງຈໍາປາສັກ

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  • Click to enlarge image 07.jpg
  • Click to enlarge image 08.jpg
  • Click to enlarge image 09.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top