Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເມືອງວັງວຽງ ສະເຫລີມສະຫລອງ 7 ຕຸລາ ວັນຄູແຫ່ງຊາດ

Details
Category: Education
Hits: 861

ເມືອງວັງວຽງ ແຂວງວຽງຈັນ ໄດ້ມີພິທີສະເຫລີມສະຫລອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 23 ປີ (07/10/1994-07/10/2017) ຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳຜ່ອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆວັງວຽງ, ມີ ທ່ານ ພູວົງ ບັນນາວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງວັງວຽງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ,ພະນັກງານອາວຸໂສ ບຳນານ, ຄູ - ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີສະເຫລີມສະຫລອງຄັ້ງນີ້ ທ່ານ ຄໍາເພົາ ຈັນທິລາດ ພະນັກງານບໍານານ ຍັງໄດ້ໃຫ້ກຽດຂຶ້ນເລົ່າຄືນປະຫວັດຄວາມເປັນມາ ແລະ ມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຕະຫລອດໄລຍະຜ່ານມາ ແລະ ສະແດງຄວາມຮູ້ບຸນຄຸນ ກະຕັນຍູ ຕໍ່ບັນດາຄູ-ອາຈານທີ່ໄດ້ຖ່າຍທອດວິຊາຄວາມຮູ້ ກ່ອນຈະມີວັນນີ້ກໍຍ້ອນມີຄູເປັນຜູ້ສິດສອນ ແລະ ໃນໂອກາດດຽວກັນ ທ່ານຍັງຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດການຮຽນ-ການສອນທົ່ວເມືອງວັງວຽງ ໃນສົກຮຽນ 2016-2017

ຜ່ານມາມີຜົນສຳເລັດຫຼາຍດ້ານເຊິ່ງມັນໄດ້ສະແດງອອກ ປະຊາກອນໃນໄລຍະເຂົ້າຮຽນໃນລະດັບຕ່າງໆມີໂອກາດໄດ້ເຂົ້າຮຽນຫຼາຍຂຶ້ນ, ແລະ ໃນນັ້ນກໍ່ມີຫຼາຍເປົ້າໝາຍໄດ້ບັນລຸຄາດໝາຍແລ້ວເຊັ່ນວ່າ: ອັດຕາເຂົ້າຮຽນຂອງເດັກເກນອາຍຸ 3-4 ປີ ບັນລຸ 61,91% (ຄາດໝາຍ 70%), ເດັກອາຍຸ 3-5 ປີ ບັນລຸ 81,3% ( ຄາດໝາຍ 90%), ເດັກເກນອາຍຸ 5 ປີ ບັນລຸ 98,75% ( ຄາດໝາຍ 100%), ອັດຕາເຂົ້າຮຽນສຸທິໃນຊັ້ນປະຖົມບັນລຸ 99,56% (ຄາດໝາຍ 100%), ອັດຕາຫຼອດເຫຼືອຂອງນັກຮຽນ ປໍ1 ຮອດ ປໍ5 100% (ຄາດໝາຍ 100%), ດັດສະນີຄວາມສະເໜີພາບດ້ານການສຶກສາລະຫວ່າງຍິງ-ຊາຍໃນເກນ 6-10 ປີຢູ່ລະຫວ່າງ 0,93%, ອັດຕາເຂົ້າຮຽນລວມມັດທະຍົມຕອນຕົ້ນບັນລຸ 103,07% (ຄາດໝາຍ 100%) ລື່ນຄາດຫມາຍ, ອັດຕາເຂົ້າຮຽນລວມມັດທະຍົມຕອນປາຍ 80,06% ( ຄາດໝາຍ 100% ). ພ້ອມນັ້ນ ທ່ານເຈົ້າເມືອງ ຍັງໄດ້ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາ ແລະ ກິລາແຕ່ລະຂັ້ນ ໂດຍສະເພາະຫ້ອງການທີ່ກ່ຽວຂ້ອງ ຈົ່ງສືບຕໍ່ ຂະຫຍາຍຕະໜ່າງການສຶກສາກ່ອນໄວຮຽນໄປສູ່ເຂດຊົນນະບົດຫ່າງໄກ ດ້ວຍການຊຸກຍູ້ສົ່ງເສີມການລົງທຶນທາງພາກລັດ ແລະ ພາກເອກະຊົນ, ເອົາໃຈໃສ່ປັບປຸງດ້ານການບໍລິຫານຄຸ້ມຄອງ, ການຮຽນ-ການສອນ ໃຫ້ມີຄຸນນະພາບດີຂຶ້ນ.

ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານຄູທ່ານເຈົ້າເມືອງໆວັງວຽງທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງວັງວຽງ ຍັງໄດ້ຜັດປ່ຽນກັນຂຶ້ນມອບໃບຍ້ອງຍໍ ຂັ້ນກະຊວງສຶກສາທິການ ແລະ ກິລາ,ຂັ້ນພະແນກສຶກສາທິການ ແລະ ກິລາແຂວງໃຫ້ຄູອາຈານທົ່ວເມືອງວັງວຽງຜູ້ທີມີຄຸນງາມຄວາມດີໃນການສິດສອນ ຈາກນັ້ນ, ບັນດາພາກສ່ວນຫ້ອງການຕ່າງໆພາຍໃນເມືອງພ້ອມກັບການນຳຂັ້ນເມືອງກໍ່ໄດ້ມອບກະຕ໋າຂອງຂວັນໃຫ້ກັບຄູ-ອາຈານ ເພື່ອອວຍພອນວັນຄູແຫ່ງຊາດດັ່ງກ່າວຕ່າງໜ້າຮັບຂອງຂວັນໂດຍແມ່ນ ທ່ານ ພູວົງ ບັນນາວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງວັງວຽງ ພ້ອມດ້ວຍຄະນະ.

ໃນຕອນທ້າຍພິທີຍັງໄດ້ຮັບຊົມການສະແດງສີນລະປະຂອງນ້ອງນ້ອຍນັກຮຽນຕື່ມອີກ

ທິມຂ່າວ ຫ້ອງການ ຖວທ ເມືອງວັງວຽງ

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 01new.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  • Click to enlarge image 07.jpg
  • Click to enlarge image 08.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top