Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເມືອງວຽງໄຊ ຈັດພິທີ ປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ຢ່າງເປັນທາງການ

Details
Category: Education
Hits: 739

ພິທີປະກາດ ເມືອງວຽງໄຊ ເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ຢ່າງເປັນທາງການ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 3 ຕຸລາ 2017 ນີ້ ຢູ່ທີ່ສະໂມສອນຂອງ ໂຮງຮຽນ ມສ ວຽງໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຮອງສາດສະດາຈານ, ປະລິນຍາເອກ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງຫົວພັນ ຜູ້ຊີ້ນຳວຽກງານຂົງເຂດວັດທະນາທຳ, ສັງຄົມຂັ້ນແຂວງ, ທ່ານ ແອງສອນ ນາມມະນີນິນ ເຈົ້າເມືອງວຽງໄຊ, ທ່ານ ເຄນທະນູ ພຸດທະວົງສາ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍເຈົ້າເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ມາຈາກ 10 ເມືອງ ທົ່ວແຂວງ, ຫົວໜ້າໜ່ວຍງານການສຶກສານອກໂຮງຮຽນ 10 ເມືອງທົ່ວແຂວງ, ບັນດາຫົວໜ້າກົມກອງຫ້ອງການ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານປະຕິວັດອາວຸໂສບຳນານ, ຄະນະພັກກຸ່ມບ້ານ, ອໍານາດການປົກຄອງບ້ານ, ນັກທຸລະກິດ-ພໍ່ຄ້າຊາວຂາຍ, ຄູ-ອາຈານ, ພໍ່-ແມ່ປະຊາຊົນ ແລະ ນ້ອງຫຼານ ນັກຮຽນ-ນັກສຶກສາ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ, ທ່ານ ອອນ ແພງພູວັນ ກຳມະການພັກເມືອງຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາເມືອງວຽງໄຊ ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນສໍາເລັດການຈັດຕັ້ງປະຕິບັດ ການຮຽນ - ການສອນ ຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງທົ່ວເມືອງວຽໄຊ ແລະ ທິດທາງແຜນການສຶກສາໃນຕໍ່ໜ້າ, ເຊິ່ງເມືອງດັ່ງກ່າວໄດ້ປະກາດຈົບຊັ້ນປະຖົມບຳລຸງທົ່ວເມືອງ ໃນວັນທີ 4 ມີນາ ປີ 2010 ເຊິ່ງພາຍຫຼັງ ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລົງເກັບກຳສະຖິຕິປະຊາກອນທີ່ມີເກນອາຍຸ 15-35 ປີ ທີ່ຍັງບໍ່ທັນຈົບຊັ້ນມັດທະຍົມຕອນຕົ້ນ ຈຳນວນ 2.490 ຄົນ, ຍິງ 874 ຄົນ ທີ່ຍັງຕົກຫຼົ່ນມາຈາກສາຍສາມັນສຶກສາ. ມາຮອດ ສົກຮຽນ 2015-2016 ຜ່ານມານີ້ໄດ້ຈັດຕັ້ງ ການຮຽນ-ການສອນ ຊັ້ນມັດທະຍົມຕົ້ນບຳລຸງ 28 ບ້ານ, ມີກຸ່ມເປົ້າໝາຍຜູ້ຮຽນທັງໝົດ 552 ຄົນ, ຍິງ 173 ຄົນ, ໄດ້ຮຽນຈົບ ແລະ ຜ່ານການປະເມີນ ແລະ ສອບເສັງຕົວຈິງແມ່ນໄດ້ 100% ສະເພາະການປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງຄັ້ງນີ້ ແມ່ນເປັນເມືອງທີ 7 ຂອງແຂວງຫົວພັນ ແລະ ເປັນເມືອງທີ 100 ໃນທົ່ວປະເທດ

ຕອນທ້າຍພິທີ, ທ່ານ ຮອງສດສະດາຈານ, ປະລິນຍາເອກ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມອບໃບຢັ້ງຢືນ ປະກາດຈົບຊັ້ນ ມັດທະຍົມຕອນຕົ້ນບຳລຸງ ທົ່ວເມືອງຊຳໃຕ້ ໃຫ້ແກ່ ເມືອງວຽງໄຊ ຮັບໂດຍ ທ່ານ ແອງສອນ ນາມມະນີນິນ ເຈົ້າເມືອງວຽງໄຊ ແລະ ໄດ້ມີການມອບໃບຢັ້ງຢືນ, ໃບຍ້ອງຍໍຂັ້ນກະຊວງ, ຂັ້ນແຂວງ ໃຫ້ບັນດາກົມກອງຫ້ອງການ, ຄອບຄົວ ແລະ ບຸກຄົນ, ນາຍບ້ານ ຕາມລຳດັບ ຫຼັງຈາກນັ້ນ, ຄະນະນໍາໄດ້ຕັດແຖບຜ້າ, ເປີດປ້າຍ ແລະ ລັ່ນຂ້ອງ 9 ບາດ ເພື່ອເປັນສັນຍາລັກໃນການປະກາດ ເມືອງວຽງໄຊ ແຂວງຫົວພັນ ເປັນເມືອງ ຈົບຊັ້ນມັດທະຍົມຕອນຕົ້ນບຳລຸງຢ່າງເປັນທາງການ.

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 2new.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top