ໃນວັນທີ 4 ຕຸລາຜ່ານມານີ້, ແມ່ນມີຫລາຍໂຮງຮຽນ ພາຍໃນນະຄອນຫລວງວຽງຈັນ ກໍ່ຄືທົ່ວປະເທດ ໄດ້ພ້ອມກັນສະເຫລີມສະຫລອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 23 ປີ ຢ່າງເປັນຂະບວນການຟົດຟື້ນ. ແລະ ຢູ່ທີ່ໂຮງຮຽນ ໄຊພອນສົມບູນ ກໍ່ໄດ້ຈັດງານສະເຫລີມສະຫລອງວັນຄູແຫ່ງຊາດ ເຊັ່ນດຽວກັນ. ດ້ວຍບັນຍາກາດຄືກຄື້ນ ແລະ ມີຫລາຍກິດຈະກຳ ສຳລັບຄູອາຈານ ແລະ ຫລານນ້ອຍນ້ກຮຽນ. ພາຍໃນງານ ມີຄູອາຈານ, ຜູ້ປົກຄອງ ແລະ ຫລານນ້ອຍນັກຮຽນເຂົ້າຮ່ວມ ຢ່າງພ້ອມພຽງ. ເຊີ່ງໃນພິທີ ທ່ານນາງ ເຂັມພອນ ໄຊຍະວົງ ຜູ້ອຳນວຍການໂຮງຮຽນ ໄຊພອນ ສົມບູນ ໄດ້ຂື້ນເລົ່າລາຍງານປະຫວັດຄວາມເປັນມາຂອງນາຍຄູຄໍາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວັນຄູແຫ່ງຊາດ, ເລົ່າຄືນປະຫວັດຄວາມເປັນມາ ແລະ ມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂອງວັນຄູແຫ່ງ ວັນທີ່ 7 ຕຸລາ ວັນຄູແຫ່ງຊາດລາວ ວ່າ: ມວນມະນຸດໄດ້ດຳເນີນການພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າໄປຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ສັງຄົມມະນຸດ ໄດ້ມີການປ່ຽນຈາກລະບອບນີ້ ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດພັດທະນາການດັ່ງກ່າວ ຄູໄດ້ມີບົດບາດປະກອບສ່ວນອັນສຳຄັນ ທີ່ບໍ່ມີໃຜ ແລະ ຊັ້ນຄົນໃດ ຈະປະຕິເສດໄດ້.
ສະນັ້ນ ຄໍາວ່າຄູ ແມ່ນຄຳເວົ້າທີ່ສືບທອດກັນຫຼາຍເຊັ່ນຄົນມາແລ້ວ, ຄູ ໝາຍເຖີງຄົນທີ່ມີຄວາມຮູ້ ແລະ ປະສົບການ ເຊີ່ງຜູ້ນັ້ນສາມາດໄປຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ ເອິ້ນວ່າ: ການສອນ ແລະ ການຮຽນ. ຄຳວ່າ: ຄູ ຄືແມ່ພີມຂອງຊາດ, ເປັນຄຳເວົ້າທີ່ສຶບທອດກັນມາຫລາຍເຊັ່ນຄົນ, ຄູ ຫມາຍເຖິງບຸກຄົນທີ່ມີຄວາມຮູ້ ແລະ ປະສົບການ, ເປັນຜູ້ຖ່າຍທອດຄວາມຮູ້ ແລະ ປະສົບການທີ່ດີ ໃຫ້ກັບຄົນອື່ນ.
ສຳລັບປະເທດລາວເຮົາ ຊື່ສຽງຂອງຄູ ກຳເນີດມາຈາກນາຍຄູ ທ່ານຫນຶ່ງ ທີ່ມີຊື່ວ່າ ຄູຄຳ ເມື່ອປີ 1907 ຄູຄຳ ໄດ້ເຂົ້າຮ່ວມການອົບຮົມຄູ, ພາຍຫລັງສຳເລັດ ໃນວັນທີ 7 ຕຸລາ 1907 ຄູຄຳ ໄດ້ເລີ່ມສິດສອນ ທີ່ໂຮງຮຽນສົງ ທີ່ວຽງຈັນ, ເບື່ອງຕົ້ນມີພະສົງໄດ້ເຂົ້າຮຽນ 50 ອົງ, ຄູຄຳ ໄດ້ເປັນຄູສອນຢູ່ໂຮງຮຽນປະຖົມ ດ້ວຍຈິດໃຈຮັກຊາດ ຂອງ ຄູຄຳ ໄດ້ເອົາໃຈໃສ່ສຶກສາພະສົງ ໃຫ້ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ. ຈົນມາເຖິງປີ ຄສ 1913 ຄູຄຳ ໄດ້ເປັນຄູສອນທີ່ ໂຮງຮຽນ ຕັບໂຟແລງ ( ໂຮງຮຽນ ປີເອ ຕັບໂຟແລງ) ຕອນນັ້ນມີຄູ ພຽງ 3 ທ່ານ, ມາໃນປີ 1949 ຄູຄຳ ໄດ້ລົ້ມປ່ວຍ ແລະ ເສຍຊີວິດໄປ. ນັ້ນຄືປະຫວັດຄວາມເປັນມາຂອງຄູຄຳ ນັບໄດ້ວ່າເປັນຄູຜູ້ທຳອິດ ທີ່ບັນທຶກໄວ້ ໃນປະຫວັດສາດຂອງລາວ.
ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ 2 ທັນວາ 1975 ການສຶກສາຂອງລາວ ໄດ້ຮັບການພັດທະນາ, ໂຮງຮຽນໄດ້ມີການຂະຫຍາຍຕົວ ຢ່າງໄວວາ ຈາກຕົວເມືອງ ໄປສູ່ຊົນນະບົດ, ລູກຫລານປະຊາຊົນລາວ ບັນດາເຜົ່າ ໄດ້ຮັບການສຶກສາ ແລະ ໄດ້ເຂົ້າຮຽນຢູ່ໂຮງຮຽນ, ຄູທີ່ມີນ້ຳໃຈຫອມຮັກປະເທດຊາດ ໄດ້ຖືກຊຸບຫລໍ່ກໍ່ສ້າງຢູ່ພາຍໃນປະເທດຢ່າງພຽງພໍ, ເຂົ້າເຈົ້າໄດ້ນຳເອົາຄວາມຮູ້ ຄວາມສາມາດ ປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ ເພື່ອນຳເອົາຄວາມອຸດົມສົມບູນພູນສຸກ ມາສູ່ປະຊາຊົນບັນດາເຜົ່າ, ຊື່ສຽງຄູ ໄດ້ຕິດພັນກັບຂະບວນປະຕິວັດ ແຫ່ງການພັດທະນາ ມາແຕ່ລະສະໄຫມ, ດັ່ງນັ້ນ, ເພື່ອໃຫ້ລະນືກເຖິງຄຸນງາມຄວາມດີຂອງຄູ ໃນທົ່ວສັງຄົມ ໄດ້ກາຍເປັນພຶດຕິກຳຕົວຈິງ ລັດຖະບານ ຈິ່ງໄດ້ກຳນົດເອົາວັນຄູແຫ່ງຊາດຂື້ນມາ ໂດຍກຳນົດເອົາວັນຮັບໃຊ້ລາດຊະການຂອງ ຄູຄຳ ເປັນວັນຄູແຫ່ງຊາດຂອງລາວເຮົາ
ສຳລັບການຈັດ ກິດຈະກຳທີ່ແຕກຕ່າງ, ມີການອ່ານປະຫວັດຄວາມເປັນມາຂອງຄູລາວ, ກິດຈະກຳອ່ວຍພອນຄູ, ມອບຂອງຂວັນ ແກ່ຄູ, ການສະແດງສີລະປະ-ວັນນະຄະດີ ຟ້ອນ, ຮ້ອງເພງ, ອ່ານກອນອ່ວຍພອນສະດູດີຄູ ຂອງຫລານນ້ອຍນັກຮຽນ ແລະ ການແຂ່ງຂັນກິລາ. ທີ່ສ້າງສຽງຫົວ ແລະ ຮອຍຍິມແກ່ຄູອາຈານ ແລະ ນັກຮຽນ.
Editor: ກຳປານາດ ລັດຖະເຮົ້າ