Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ເປີດກອງປະຊຸມໃຫຍ່ ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫົວພັນ ປະຈຳປີ 2017

Details
Category: Education
Hits: 902

ກອງປະຊຸມໃຫຍ່ ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫົວພັນ ປະຈຳປີ 2017 ໄດ້ໄຂຂຶ້ນເມື່ອບໍ່ດົນມາ ນີ້ຢູ່ທີ່ ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາແຂວງ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງຫົວພັນ ຜູ້ຊີ້ນຳຂົງເຂດວັດທະນາທຳ, ສັງຄົມຂັ້ນແຂວງ, ທ່ານ ຄຳພວງ ບຸນມີໄຊ ຄະນະປະຈຳພັກ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີປະທານກຳມະທິການວັດທະນາທຳ, ສັງຄົມບັນດາເຜົ່າ ສະພາປະຊາຊົນແຂວງ ທີ່ປະຈຳແຕ່ລະເມືອງ, ຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ, ຫົວໜ້າ, ຮອງ ພະແນກການອ້ອມຂ້າງແຂວງ, ເຈົ້າເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ມາຈາກ 10 ເມືອງ ທົ່ວແຂວງ, ຮອງຜູ້ອຳນວຍການ ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ ໃນນາມຄູ່ຮ່ວມພັດທະນາວຽກງານການສຶກສາ ແລະ ກິລາ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຕັ້ງໜ້າ. 

ຈຸດປະສົງ ຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການສະຫຼຸບການຈັດຕັ້ງປະຕິບັດ ວຽກງານການຶກສາ ແລະ ກິລາ ສົກປີ 2016-2017 ແລະ ວາງແຜນພັດທະນາ ການສຶກສາ ແລະ ກິລາ ສົກປີ 2017-2018 ໃຫ້ບັນລຸຕາມຄາດໝາຍ ໃນພິທີຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດ ທະນາການສຶກສາ ແລະ ກິລາ ສົກປີ 2016-2017 ແລະ ແຜນພັດທະນາການສຶກສາ ແລະ ກິລາ ສົກປີ 2017-2018 ຈາກ ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ

ແລະ ໂອກາດຽວກັນ ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງ ຜູ້ຊີ້ນຳຂົງເຂດວັດທະນາທຳ, ສັງຄົມຂັ້ນແຂວງ ໃນນາມປະທານກອງປະຊຸມ ໄດ້ມີຄໍາເຫັນໂດຍເພິ່ນໄດ້ຮຽກຮ້ອງມາຍັງຜູ້ແທນເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເອົາໃຈໃສ່ໃນການປະກອບ ຄຳຄິດ-ຄຳເຫັນ ໃສ່ບົດສະຫຼຸບ ສົກປີ 2016-2017 ແລະ ທິດທາງແຜນການສົກປີ 2017-2018 ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາທົ່ວແຂວງ ໃຫ້ມີຄວາມສົມບູນ, ມີຄຸນພາບ, ມີປະສິດທິຜົນສູງ, ແລະ ອັນໃດຄວນສົ່ງເສີມ, ອັນໃດຄວນປັບປຸງແກ້ໄຂ ທັງນີ້ກໍ່ເພື່ອໃຫ້ທຸກບັນຫາທີ່ສະເໜີຂຶ້ນມາໃຫ້ໄດ້ຮັບການປັບປຸງແກ້ໄຂ, ພ້ອມທັງມີເນື້ອໃນສອດຄ່ອງກັບສະພາບຕົວຈິງ ແລະ ສອດຄ່ອງກັບ ແຜນຍຸດທະສາດການສຶກສາແຫ່ງຊາດ, ພ້ອມທັງເຮັດໃຫ້ກອງປະຊຸມໃນຄັ້ງນີ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 1.jpg
  • Click to enlarge image 2.jpg
  • Click to enlarge image 3.jpg
  • Click to enlarge image 4new.jpg
  • Click to enlarge image 5.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top