ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຈັດການແຂ່ງຂັນຄະນິດຄິດໄວຊິງແຊ້ມວຽງຈັນ ຄັ້ງທີ III ຂຶ້ນໃນວັນທີ 17 ກັນຍາ 2017 ເພື່ອໃຫ້ເຍົາວະຊົນລາວໄດ້ມີເວທີ ແລະ ໂອກາດໃນການສະແດງຄວາມສາມາດທາງຄະນິດສາດ ແລະ ທັກສະການຄິດຄຳນວນເລກ, ມີໂອກາດໃນການແຂ່ງຂັນແລກປ່ຽນປະສົບການເພື່ອພັດທະນາຄວາມຮູ້ທາງຄະນິດສາດໃຫ້ຫຼາຍຂຶ້ນ ແລະ ເຮັດໃຫ້ເຍົາລະຊນລາວມີຄວາມຮູ້ຄວາມສາມາດເທົ່າທຽບກັບກົນເທື່ອລະກ້າວ. ທ່ານ ສຸລະໄຊ ຈົງຈິດໄພສານ ຜູ້ອໍານວຍການສູນຄະນິດຄິດໄວ ສະມາດແມ໊ດກ່າວວ່າ: ການຈັດການແຂ່ງຂັນໃນຄັ້ງນີ້ໄດ້ຮັບການສະໜັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ; ເຊິ່ງເປັນການສົ່ງເສີມໃຫ້ເຍົາວະຊົນລາວມີຄວາມສົນໃຈ ແລະ ເຫັນເຖິງຄວາມສຳຄັນຂອງຄະນິດສາດ ທັງເປັນການວັດໄອຄິວຂອງສະໝອງນ້ອງໆນັກຮຽນໃຫ້ມີການພັດທະນາທັກສະ, ຄວາມໃສ່ໃຈ ແລະ ຮັກໃນການຮຽນຄະນິດສາດຫຼາຍຂຶ້ນ ພ້ອມທັງເປັນຝຶກທັກສະຄວາມສາມາດ ແລະ ພັດທະນາຄວາມພ້ອມຂອງເຍົາວະຊົນລາວໃຫ້ມີສະກາຍຍະພາບເທົ່າທຽມກັບພາກພື້ນ, ສາກົນ ແລະ ໃຫ້ເຕີບໃຫຍ່ໄປເປັນກຳລັງແຮງອັນສຳຄັນໃນການພັດທະນາປະເທດຊາດໃນອະນາຄົດ. ສໍາລັບການແຂ່ງຂັນໃນຄັ້ງນີ້ມີນັກຮຽນເຂົ້າຮ່ວມແຂ່ງຂັນ ຈໍານວນ 225 ຄົນ, ໄດ້ແບ່ງເປັນ 3 ລະດັບ ຄື: ລະດັບ A ມີອາຍຸ 5-7 ປີ, ລະດັບ B ມີອາຍຸ 7-11 ປີ ແລະ ລະດັບ C ມີອາຍຸ 11-15 ປີ, ເຊິ່ງທຸກລະດັບການແຂ່ງຂັນຈະເຮັດຂໍ້ສອບທັງ 2 ປະເພດ ຄື: ຂໍ້ສອບຕາມໂຈດບວກ ແລະ ລົບ ມີ 4 ຊັ້ນ 2 ຫຼັກ ຈຳນວນ 100 ຂໍ້ ໃຊ້ເວລາ 15 ນາທີ ສຳລັບລະດັບ ເອ
ສ່ວນວ່າ ລະດັບ ບີ ແລະ ຊີ ແມ່ນໃຊ້ເວລາ 10 ນາທີ, ຊໍ້ສອບບອກຄຳປາກເປົ່າຕາມໂຈດບວກ ແລະ ລົບ ມີ 4 ຊັ້ນ 2 ຫລັກ ຈຳນວນ 50 ຂໍ້ ແລ້ວຄັດເອົາຜູ້ທີ່ມີຄະແນນສູງສຸດ ທີ່ 1 ຫາ ທີ 3 ສຳລັບຜູ້ຊະນະເລີດທີ່ 1 ໄດ້ຮັບຂັນລາງວັນ ພ້ອມທຶນການສຶກສາ ມູນຄ່າ 3 ລ້ານກີບ, ຊະນະເລີດທີ 2 ໄດ້ຮັບຂັນລາງວັນ ແລະ ທຶນຮຽນສະມາດແມັດ ໄລຍະ 4 ເດືອນ ມູນຄ່າ 2 ລ້ານກີບ, ສ່ວນອັນດັບທີ 3 ໄດ້ຮັບຂັນ ແລະ ທຶນຮຽນສະມາດແມັດ ໄລຍະ 2 ເດືອນ ມູນຄ່າ 1 ລ້ານກີບ.
ຜົນການແຂ່ງຂັນ ລະດັບ ເອ ຊະນະເລີດ ທີ 1 ແມ່ນ ນາງ ອະນິດາ ທຳມະວົງ , ທີ 2 ແມ່ນ ນາງ ປະວິນາ ໄຊຍະວົງຄຳດີ ແລະ ທີ 3 ແມ່ນ ທ້າວ ພາດາ ຈູນລະມະນີ
ລະດັບບີ ຊະນະເລີດ ທີ 1 ແມ່ນ ນາງ ປາລະມີ ສີສຸທຳມະນີ , ທີ 2 ແມ່ນ ນາງ ສໍມະນີ ຂັນຈະເລີນ ແລະ ທີ 3 ແມ່ນ ທ້າວ ເອກ ຊາບັນດິດ. ສ່ວນລະດັບຊີ ຜູ້ຊະນະເລີດ ທີ 1 ແມ່ນ ນາງ ສຸດາລັດ ສີຫາມະນີວົງ, ທີ 2 ແມ່ນ ນາງ ອັກສອນສະຫວັນ ບຸນທະລັງສີ ແລະ ທີ 3 ນາງ ວິລະສິນ ອິນທະຈັກ.
Editor: ກຳປານາດ ລັດຖະເຮົ້າ