Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ໄຂການແຂ່ງຂັນຄະນິດຄິດໄວ ຊິງແຊ້ມວຽງຈັນ ຄັ້ງທີ 3 ຫວັງວ່າເປັນເວທີສະແດງອອກຂອງເຍົາວະຊົນລາວ.

Details
ທະວີສັກ ໃບລາສີ
Category: Education
Hits: 717

ສູນຄະນິດຄິດໄວ ສະມາດແມ໊ດ ( Smart math ) ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຈັດການແຂ່ງຂັນຄະນິດຄິດໄວຊິງແຊ້ມວຽງຈັນ ຄັ້ງທີ III ຂຶ້ນໃນວັນທີ 17 ກັນຍາ 2017 ເພື່ອໃຫ້ເຍົາວະຊົນລາວໄດ້ມີເວທີ ແລະ ໂອກາດໃນການສະແດງຄວາມສາມາດທາງຄະນິດສາດ ແລະ ທັກສະການຄິດຄຳນວນເລກ, ມີໂອກາດໃນການແຂ່ງຂັນແລກປ່ຽນປະສົບການເພື່ອພັດທະນາຄວາມຮູ້ທາງຄະນິດສາດໃຫ້ຫຼາຍຂຶ້ນ ແລະ ເຮັດໃຫ້ເຍົາລະຊົນລາວ ມີຄວາມຮູ້ຄວາມສາມາດເທົ່າທຽບກັບກົນເທື່ອລະກ້າວ.
ທ່ານ ສຸລະໄຊ ຈົງຈິດໄພສານ ຜູ້ອໍານວຍການສູນຄະນິດຄິດໄວ ສະມາດແມ໊ດກ່າວວ່າ: ການຈັດການແຂ່ງຂັນໃນຄັ້ງນີ້ ເປັນການສົ່ງເສີມໃຫ້ເຍົາວະຊົນລາວມີຄວາມສົນໃຈ ແລະ ເຫັນເຖິງຄວາມສຳຄັນຂອງ ຄະນິດສາດ ທັງເປັນການວັດໄອຄິວຂອງສະໝອງນ້ອງໆນັກຮຽນໃຫ້ມີການພັດທະນາທັກສະ, ຄວາມໃສ່ໃຈ ແລະ ຮັກໃນການຮຽນຄະນິດສາດຫຼາຍຂຶ້ນ ພ້ອມທັງ ເປັນຝຶກທັກສະຄວາມສາມາດ ແລະ ພັດທະນາຄວາມພ້ອມຂອງເຍົາວະຊົນລາວໃຫ້ມີສະກາຍຍະພາບເທົ່າທຽມກັບພາກພື້ນ, ສາກົນ ແລະ ໃຫ້ເຕີບໃຫຍ່ໄປເປັນກຳລັງແຮງອັນສຳຄັນໃນການພັດທະນາປະເທດຊາດໃນອະນາຄົດ.
ສໍາລັບການແຂ່ງຂັນໃນຄັ້ງນີ້ມີນັກຮຽນເຂົ້າຮ່ວມແຂ່ງຂັນ ຈໍານວນ 225 ຄົນ, ໄດ້ແບ່ງເປັນ 3 ລະດັບ ຄື: ລະດັບ A ມີອາຍຸ 5-7 ປີ, ລະດັບ B ມີອາຍຸ 7-11 ປີ ແລະ ລະດັບ C ມີອາຍຸ 11-15 ປີ ເຊິ່ງທຸກລະດັບການແຂ່ງຂັນຈະເຮັດຂໍ້ສອບທັງ 2 ປະເພດ ຄື: ຂໍ້ສອບຕາມໂຈດບວກ ແລະ ລົບ ມີ 4 ຊັ້ນ 2 ຫຼັກ ຈໍານວນ 100 ຂໍ້ ໃຊ້ເວລາ 15 ນາທີ ສໍາລັບລະດັບ A, ສ່ວນລະດັບ B ແລະ C ແມ່ນໃຊ້ເວລາ 10 ນາທີ ແລະ ຂໍ້ສອບບອກຄໍາປາກເປົ່າ ຕາມໂຈດບວກ ແລະ ລົບ ມີ 4 ຊັ້ນ 2 ຫຼັກ ຈໍານວນ 50 ຂໍ້ ແລ້ວຄັດເອົາຜູ້ທີ່ມີຄະແນນສູງສຸດ 1-3 ຄື: ຜູ້ຊະນະເລີດທີ 1 ໄດ້ຮັບຂັນລາງວັນ ແລະ ທຶນຮຽນສະມາດແມ໊ດ 6 ເດືອນ ເປັນມູນຄ່າ 3.000.000 ກີບ, ຊະນະເລີດທີ 2 ໄດ້ຮັບຂັນລາງວັນ ແລະ ທຶນຮຽນສະມາດແມ໊ດ 4 ເດືອນ ເປັນມູນຄ່າ 2.000.000 ກີບ ແລະ ຊະນະເລີດທີ 3 ຮັບຂັນລາງວັນ ແລະ ທຶນຮຽນສະມາດແມ໊ດ 2 ເດືອນ ເປັນມູນຄ່າ 1.000.000 ກີບ ລວມເປັນທຶນຮຽນສະມາດແມ໊ດທັງໝົດ 18 ລ້ານກີບ ແລະ ຜູ້ເຂົ້າແຂ່ງຂັນທຸກຄົນແມ່ນໄດ້ຮັບຫຼຽນລາງວັນຊົມເຊີຍ; ຜົນການແຂ່ງຂັນຂອງລະດັບ A ຊະນະເລີດທີ 1 ແມ່ນ ນາງ ອະນິດາ ທໍາມະວົງ ໄດ້ 145 ຄະແນນ ໃນຄະແນນທັງໝົດ 150 ຄະແນນ, ຮອງຊະນະເລີດອັນດັບ 2 ແມ່ນນາງ ປະວິນາ ໄຊຍະວົງຄໍາດີ ໄດ້ 145 ຄະແນນ ແລະ ອັນດັບທີ 3 ແມ່ນທ້າວ ພາດາ ຈູນລະມະນີ ໄດ້ 144 ຄະແນນ; ລະດັບ B ຊະນະເລີດທີ 1 ແມ່ນນາງ ປາລະມີ ສີສຸທໍາມະນີ ໄດ້ເຕັມ 150 ຄະແນນ, ຮອງຊະນະເລີດອັນດັບທີ 2 ແມ່ນນາງ ສໍມະນີ ຂັນຈະເລີນ ໄດ້ 148 ຄະແນນ ແລະ ອັນດັບທີ 3 ແມ່ນທ້າວ ເອກ ຊາບັນດິດ ໄດ້ 148 ຄະແນນ; ສໍາລັບລະດັບ C ຊະນະເລີດທີ 1 ແມ່ນນາງ ສຸດາລັດ ສີຫາມະນີວົງ ໄດ້ 149 ຄະແນນ, ຮອງຊະນະເລີດອັນດັບທີ 2 ແມ່ນນາງ ອັກສອນສະຫັວນ ບຸນທະລັງສີ ໄດ້ 145 ຄະແນນ ແລະ ອັນດັບທີ 3 ແມ່ນນາງ ວິລະສິນ ອິນທະຈັກ ໄດ້ 144 ຄະແນນ.

Editor: ຕະວັນ ແສງສະຫວັນ


  • Click to enlarge image 2017-09-19_9-09-04.jpg
  • Click to enlarge image 2017-09-19_9-09-40.jpg
  • Click to enlarge image 2017-09-19_9-10-12.jpg
  • Click to enlarge image 2017-09-19_9-10-56.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top