Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ໄດ້ແລ້ວສາມກຸ່ມນັກຮຽນຈາກສາມຮູບເງົາເລື່ອງສັ້ນຂອງ ສປປ.ລາວ ເພຶ່ອເຂົ້າຮ່ວມງານມະຫາກຳຮູບເງົານັກຮຽນທີປະເທດຍີ່ປຸ່ນ.

Details
ທະວີສັກ ໃບລາສີ
Category: Education
Hits: 858

ກົມຮູບເງົາ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບສະຖານ ທູດຍີ່ປຸ່ນ ຈັດການແຂ່ງຂັນຮູບເງົາເລື່ອງສັ້ນ ຂອງນັກຮຽນມັດທະຍົມສົມບູນ ທົ່ວປະເທດ ຄັ້ງທີ 9 ປະຈຳ ປີ 2017 ພາຍໃຕ້ຫົວຂໍ້ “ຄູຢູ່ໃນໂຮງຮຽນຂອງຂ້ອຍ” ເຊິ່ງມີຄວາມຍາວບໍ່ເກີນ 3 ນາທີ.
ພິທີຄັດເລືອກຮູບເງົາເລື່ອງສັ້ນຂອງນັກຮຽນມັດທະຍົມ ຂອງ ສປປ.ລາວ ເພຶ່ອຄັດເລືອກເອົາຮູບເງົາເລື່ອງສັ້ນ 3 ເລື່ອງ ໄປເຂົ້າຮ່ວມງານມະຫາກຳຮູບເງົານັກຮຽນ ຢູ່ທີ່ປະເທດຍີ່ປຸ່ນ ປະຈຳປີ 2017 ໄດ້ຈັດຂຶ້ນໃນວັນທີ 12 ກັນຍາ 2017 ຢູ່ທີ່ກົມຮູບເງົາ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ວິທູນ ສຸນດາຣາ, ຫົວໜ້າກົມຮູບເງົາ ແລະ ທ່ານ ນາງ ມິຊິໂກະ ນາກາໂນະ ເລຂາຜູ້ທີ່ 1, ຫົວໜ້າພະແນກວັດທະນະທຳ ແລະ ການພົວພັນ ຂອງສະຖານທູດຍີ່ປຸ່ນ ປະຈຳລາວ, ມີບັນດາທ່ານຄະນະກົມ, ຄະນະພະແນກ, ຄະນະກຳມະການຕັດສິນ, ຄູອາຈານ, ສື່ມວນຊົນ, ພະນັກງານວິຊາການ ແລະ ນັກສ້າງຮູບເງົາສັ້ນນັກຮຽນເຂົ້າຮ່ວມ.
ຂະນະທີທ່ານ ຄຳເພົ້າ ວັນນະວົງ ຮອງຫົວໜ້າກົມຮູບເງົາ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ການແຂ່ງຂັນຮູບເງົາເລື່ອງສັ້ນ ສຳລັບນັກຮຽນມັດທະຍົມສົມບູນ ໄດ້ຈັດຂຶ້ນໃນທຸກໆປີ ເຊິ່ງມີເປົ້າໝາຍສົ່ງເສີມການຜະລິດຮູບເງົາເລື່ອງສັ້ນ, ພ້ອມທັງໃຫ້ໂອກາດນ້ອງນັກຮຽນ ໄດ້ສະແດງຄວາມສາມາດ, ສ້າງ
ສັນຈີນຕະນາການ. ສຳລັບປີນີ້ ມີຮູບເງົາເລື່ອງສັ້ນ ເຂົ້າແຂ່ງຂັນທັງໝົດ 51 ເລື່ອງ. ໃນນັ້ນຈາກ ນະຄອນຫລວງວຽງຈັນ 49 ເລື່ອງ ແລະ ຕ່າງແຂວງ 2 ເລື່ອງ, ເຊິ່ງເກນການໃຫ້ຄະແນນ ຂອງຄະນະກໍາມະການ ແມ່ນເບິ່ງຈາກເນື້ອໃນບົດ ແລະ ກໍາກັບການສະແດງ, ການຖ່າຍທຳ, ການຕັດຕໍ່, ການສະແດງ, ການບັນທຶກສຽງ ແລະ ປະກອບສຽງ.
ຜ່ານການແຂ່ງຂັນເຫັນວ່າ ທີມທີ່ຊະນະເລີດການ ແຂ່ງຂັນຮູບເງົາເລື່ອງສັ້ນປີນີ້ ແມ່ນໂຮງຮຽນ ຫ້ອມສະຫວັນ, ໂດຍມີຊື່ເລື່ອງວ່່າ ຄູສາຍພັນໃໝ່, ອັນດັບ 2 ແມ່ນເລື່ອງໂອກາດ ຈາກໂຮງຮຽນຫ້ອມສະຫວັນ ແລະ ອັນດັບ 3 ແມ່ນເລື່ອງ ສໍດຳຂອງຄູ ຈາກໂຮງຮຽນ ມ.ສ ສາທິດ. ຜູ້ຊະນະເລີດທັງ 3 ທີມ ຄັ້ງນີ້, ແມ່ນຈະໄດ້ເຂົ້າຮ່ວມແຂ່ງຂັນ ບຸນມະໂຫລານ ຮູບເງົາເລື່ອງສັ້ນ ຂອງມັດທະຍົມສົມບູນ ອາຊີ-ສາກົນ ທີ່ເກາະຮ໌ອກໄກໂດ ປະເທດຍີ່ປຸ່ນ.

Editor: ຕະວັນ ແສງສະຫວັນ


  • Click to enlarge image 21728071_1804866456194120_7367569613435329804_n.jpg
  • Click to enlarge image 21740186_1804866862860746_2368539566159356466_n.jpg
  • Click to enlarge image 21740436_1804866946194071_5368527576914505714_n.jpg
  • Click to enlarge image 21740639_1804866112860821_2931611011245906329_n.jpg
  • Click to enlarge image 21751701_1804866062860826_1427159276058456566_n.jpg
  • Click to enlarge image 21752431_1804866356194130_8854641123730952267_n.jpg
  • Click to enlarge image 21761516_1804866812860751_9042647889895466759_n.jpg
  • Click to enlarge image 21761539_1804876292859803_5371931406098730788_n.jpg
  • Click to enlarge image 21761744_1804866772860755_105034861263947530_n.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top