ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຈັດພິທີ່ສະຫລຸບການເຄື່ອນໄຫວວຽກງານດ້ານວິຊາການ ປະຈຳສົກການສຶກສາ 2016-2017 ແລະ ວາງທິດທາງແຜນການເຄື່ອນໄຫວ ປະຈໍາສົກການສຶກສາ 2017-2018 ຢູທີ່ສະໂມສອນຂອງຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາເຂດດອນນົກຂຸ້ມ ໂດຍການໃຫ້ກຽດເຂົ້າຮ່ວມທ່ານ ຮອງສາສະດາຈານ ພຸດ ສິມມາລາວົງ, ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ທ່ານ ຮອງສາສະດາຈານ ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ມີບັນດາຄູ-ອາຈານ, ວິຊາການ, ແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ພິທີທ່ານ ຮອງສາສະດາຈານ ວຽງວິໄລ ທ່ຽງຈັນໄຊ, ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຂື້ນຜ່ານບົດສະຫລຸບການເຄື່ອນໄຫວວຽກງານດ້ານວິຊາການຂອງຄະນະນິຕິສາດ ແລະ ລັດຖະສາດ ປະຈຳສົກການສຶກສາ 2016-2017 ຊຶ່ງທ່ານໄດ້ຍົກໃຫ້ເຫັນຜົນສຳເລັດໃນແຕ່ລະດ້ານຂອງຄະນະນິຕິສາດ ແລະ ລັດຖະສາດ ທີ່ຍາດມາໄດ້ໃນປີຜ່ານມາ ເຊິ່ງຄະນະນິຕິສາດ ແລະ ລັດຖະສາດ ເປັນຫນຶ່ງໃນ 13 ຄະນະວິຊາ ທີ່ຂື້ນກັບມະຫາວິທະຍາໄລແຫ່ງຊາດ ມີບົດບາດໃນການກໍ່ສ້າງນັກວິຊາການສາຂາວິຊາກົດຫມາຍແພ່ງ, ກົດຫມາຍອາຍາ, ກົດຫມາຍທຸລະກິດ, ກົດຫມາຍປົກຄອງ ແລະ ການຕ່າງປະເທດໃນລະດັບປະລິນຍາຕີ ແລະ ປະລິນຍາໂທ ເພື່ອຕອບສະຫນອງນັກວິຊາການດ້ານກົດຫມາຍ ແລະ ການຄຸ້ມຄອງລັດດ້ວຍກົດຫມາຍໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ. ຄຽງຄູ່ກັນນັ້ນ ທາງຄະນະ ຍັງໄດ້ມີການພັດທະນາ ແລະ ເອົາໃຈໃສ່ວຽກງານຈັດຕັ້ງການຮຽນ-ການສອນ, ວຽກງານການພັດທະນາຫລັກສູດ ແລະ ວິທີການສິດສອນ, ວຽກງານປະກັນຄຸນະພາບການສຶກສາ, ວຽກງານຄົ້ນຄວ້າວິທະຍາສາດ ແລະ ວຽກງານທະບຽນ.
ໃນນີ້ ວຽກງານກວດກາ ແລະ ປະເມີນຜົນດ້ານວິຊາການໄດ້ດຳເນີນຢ່າງຕໍ່ເນື່ອງ ຊຶ່ງໃນສົກການສຶກສາ 2016-2017 ມີນັກສຶກສາທີ່ມີຫນ້າເຂົ້າຮັບໃບປະກາສະນີຍະບັດ ທັງຫມົດ 284 ຄົນ, ຍິງ 119 ຄົນ ໃນນັ້ນ ມີນັກສຶກສາທີ່ໄດ້ຮັບໃບປະກາສະນີຍະບັດກຽດນິຍົມ ຈຳນວນ 6 ຄົນ, ຍິງ 5 ຄົນ ແລະ ນັກສຶກສາປີສຸດທ້າຍ ສົກສຶກສາ 2016-2017 ທີ່ຕົກຄ້າງ ມີ 16 ຄົນ, ຍິງ 5 ຄົນ. ນັກສຶກສາປະລິນຍາໂທ ທີ່ມີສິດເຂົ້າຮັບໃບປະກາສະນີຍະບັດໃນສົກການສຶກສາ 2016-2017 ມີ 63 ຄົນ, ຍິງ 24 ຄົນ.
ຄ່ຽງຄູກັນນັ້ນ ດ້ານດີ ກໍ່ຍັງມີ ດ້ານອ່ອນ ທີ່ທາງຄະນະນິຕິສາດ ແລະ ລັດຖະສາດ ຈະຕ້ອງພ້ອມກັນປັບປຸງຕົນເອງຢ່າງຮອບດ້ານ ແລະ ແລກປ່ຽນບົດຮຽນກັບບັນດາຄະນະວິຊາຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ແມ່ນການພັດທະນາດ້ານວິຊາການ ເພື່ອໃຫ້ຄຸນນະພາບການສຶກສາຂອງຄະນະນິຕິສາດ ແລະ ລັດຖະສາດ ສາມາດບັນລຸແຜນຍຸດທະສາດຂອງມະຫາວິທະຍາໄລແຫ່ງຊາດ ວາງອອກ ແລະ ນັບມື້ນັບຫຍັບເຂົ້າສູ່ກັບມາດຕະຖານສາກົນເທື່ອລະກ້າວ.
Editor: ຕະວັນ ແສງສະຫວັນ