Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ພິທີ ມອບ-ຮັບ ໂຮງຮຽນປະຖົມສົມບູນ ບ້ານດອນ ເມືອງຊຳເໜືອ ຫຼັງໃໝ່.

Details
Category: Education
Hits: 853

ພິທີ ມອບ-ຮັບ ໂຮງຮຽນປະຖົມສົມບູນ ບ້ານດອນ ເມືອງຊຳເໜືອ ແຂວງຫົວພັນ ຫຼັງໃໝ່ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 6 ກັນຍາ 2017 ນີ້ຢູ່ທີ່ເດີ່ນໂຮງຮຽນດັ່ງກ່າວ ໂດຍເປັນກຽດການເຂົ້າຮ່ວມຂອງ ທ່ານນາງ ແພງ ກັນຍາພິມ ຮອງເຈົ້າແຂວງຫົວພັນ, ມີ ທ່ານ ກວກ ຖົງ ຊ້ອນ ປະທານອົງການ ຜິດ 3 ພັນ, ສາທາລະນະລັດ ເກົາຫຼີ ຜູ້ສະໜັບສະໜູນທຶນການກໍ່ສ້າງ ພ້ອມດ້ວຍຄະນະ, ມີ ທ່ານ ສຸດຖະໜອມ ອິນທະວົງ ຫົວໜ້າກົມ, ຫ້ອງການປະສານງານ ຄະນະກຳມະການໂອແລັມປິກແຫ່ງຊາດລາວ ກະຊວງສຶກສາທິການ ແລະ ກິລາ, ນອກນັ້ນ ຍັງມີ ເຈົ້າເມືອງຊຳເໜືອ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊຳເໜືອ, ຄະນະກວດກາ ແລະ ຄຸ້ມຄອງໂຄງການຂັ້ນແຂວງ, ຂັ້ນເມືອງ, ຄະນະພັກກຸ່ມບ້ານດອນ, ນາຍບ້ານ, ປະຊາຊົນບັນດາເຜົ່າ, ຄະນະອຳນວຍການ, ພະນັກງານຄູອາຈານ ຕະຫຼອດຮອດນ້ອງຫຼານນັກຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານນຳ.

ໃນພິທີ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານ ໂຄງການກໍ່ສ້າງ ໂຮງຮຽນປະຖົມສົມບູນ ບ້ານດອນ ເມືອງຊຳເໜືອ ໂດຍຫຍໍ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງ ໂຮງຮຽນປະຖົມສົມບູນ ບ້ານດອນ ເມືອງຊຳ ເໜືອ ຫຼັງໃໝ່ນີ້ ໄດ້ເລີ່ມຕົ້ນລົງມືກໍ່ສ້າງນັບແຕ່ວັນທີ 1 ມີນາ 2017 ເປັນຕົ້ນມາ ລວມເວລາການກໍ່ສ້າງໄດ້ 151 ວັນ, ມາຮອດວັນທີ 30 ສິງຫາ 2017 ໄດ້ສຳເລັດລົງ 100% ຈົນມາຮອດວັນທີ 6 ກັນຍາ 2017 ນີ້ ຈິ່ງໄດ້ຈັດພິທີ ມອບ-ຮັບ ຢ່າງເປັນທາງການ, ໂຄງການກໍ່ສ້າງ ໂຮງຮຽນປະຖົມສົມບູນ ບ້ານດອນ ເປັນອາຄານຊັ້ນດຽວ ມີເນື້ອທີທັງໝົດ 7 X 40 ແມັດ, ປະກອບມີ 5 ຫ້ອງຮຽນ, 1 ຫ້ອງການຄູ, ຫ້ອງນໍ້າ 1 ຫຼັງ ປະກອບມີ 4 ຫ້ອງ, ຝາ ກໍ່ດ້ວຍດິນຈີ່, ແຜ່ນພື້ນເບຕົງເສີມເຫຼັກ, ຫຼັງຄາມຸງກະເບື້ອງ, ມີໄຟຟ້າ ແລະ ເຟີນີເຈີຄົບຊຸດ ລວມມູນຄ່າການກໍ່ສ້າງທັງໝົດ 71,500 ໂດລາ ສະຫະລັດ ຫຼື ເທົ່າກັບ 580 ລ້ານກ່ວາກີບ ເຊິ່ງແມ່ນ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ເປັນເຈົ້າຂອງໂຄງການ.

ໂຄງການດັ່ງກ່າວ ໂດຍໄດ້ຮັບການລະດົມທຶນຈາກຫຼາຍພາກສ່ວນ ສະເພາະແມ່ນ ທ່ານ ປ໋າກ ເເທ ຢອງ ຜູ້ອຳນວຍການບໍລິສັດທາງດີ ເພື່ອການສຶກສາ ສາກົນ, ຜູ້ຊ່ຽວຊານ ໂຮງຮຽນມະຫາວິທະຍາໄລ ສຸພານຸວົງ ຫຼວງພະບາງ, ທ່ານ ສຸດຖະໜອມ ອິນທະວົງ ຫົວໜ້າກົມ ຫ້ອງການປະສານງານ ຄະນະກຳມະການໂອແລັມປິກແຫ່ງຊາດລາວ, ກະຊວງສຶກສາທິການ ແລະ ກິລາ ແລະ ກໍ່ໄດ້ຮັບທຶນຊ່ວຍເຫຼືອຈາກ ທ່ານ ຄິມຊ້ອງຮວນ ແລະ ທ່ານ ຄິມ ຫວນກິ ຈຳນວນ 580 ລ້ານກ່ວາກີບ, ຄະນະດຽວກັນ ທ່ານ ກວກ ຖົງຊ້ອນ ປະທານອົງການ ຜິດ 3 ພັນ, ສາທາລະນະ ເກົາຫຼີ, ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຫົວພັນ ແລະ ຜູ້ອໍານວຍການໂຮງຮຽນປະຖົມສົມບູນບ້ານດອນ ໄດ້ຂຶ້ນເຊັນບົດບັນທຶກ ມອບ-ຮັບ ຢ່າງເປັນທາງການ,

ໂອກາດດຽວກັນ ທ່ານນາງ ແພງກັນຍາພິມ ຮອງເຈົ້າແຂວງຫົວພັນ ກໍ່ໄດ້ມອບໃບຍ້ອງຍໍ ຂອງທ່ານເຈົ້າແຂວງຫົວພັນ ໄຫ້ແກ່ຄະນະຜູ້ແທນຈາກ ສ ເກົາຫຼີ ທີ່ໄດ້ນຳທຶນມາຊ່ວຍເຫຼືອໃນຄັ້ງນີ້ຕາມລຳດັບ, ທ້າຍພິທີຄະຜູ້ແທນຝ່າຍລາວ ແລະ ສ ເກົາຫຼີ ໄດ້ພອມກັນຂຶ້ນຕັດແຖບຜ້າເພື່ອເປັນສິລິມຸງຄຸງ ແລະ ຮ່ວມປູກຕົ້ນໄມ້ອ້ອມໂຮງຮຽນຕື່ມອີກ.

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 0.jpg
  • Click to enlarge image 1.jpg
  • Click to enlarge image 2.jpg
  • Click to enlarge image 4.jpg
  • Click to enlarge image 5.jpg
  • Click to enlarge image 6.jpg
  • Click to enlarge image 7new.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top