Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ສປປ ລາວ ຖືເອົາວຽກງານການລຶບລ້າງຄວາມບໍ່ຮູ້ໜັງສື ເປັນບູລິມະສິດໃນການພັດທະນາຊັບພະຍາກອນມະນຸດ

Details
Category: Education
Hits: 725

ເນື່ອງໃນໂອກາດ ວັນສາກົນແຫ່ງການລຶບລ້າງຄວາມທຸກບໍ່ຮູ້ໜັງສື ຄົບຮອບ 52 ປີ (8 ກັນຍາ 1965 - 8 ກັນຍາ 2017), ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ທ່ານນາງ ແສງເດືອນ ຫລ້າຈັນທະບູນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ວ່າ: ວັນດັ່ງກ່າວ ແມ່ນມີຄວາມສໍາຄັນຢ່າງຍິ່ງ ຕໍ່ປະຊາຊາດໃນໂລກ, ໂດຍສະເພາະ ແມ່ນຜູ້ດ້ອຍໂອກາດ, ພາດໂອກາດ, ພາດໂອກາດການສຶກສາ, ຄວາມບໍ່ຮູ້ໜັງສື ແລະ ການຮຽນບໍ່ຈົບການສຶກສາຂັ້ນພື້ນຖານ, ຊຶ່ງເປັນອຸປະສັກຢ່າງໃຫຍ່ຫລວງຕໍ່ຕົນເອງ ແລະ ຄອບຄົວ, ຕໍ່ກັບການພັດທະນາຄົນ ກໍຄື ການພັດທະນາຊັບພະຍາກອນມະນຸດ, ພັດທະນາເສດ ຖະກິດ-ສັງຄົມຂອງຊາດ. ດັ່ງນັ້ນ, ປະຊາຊົນໃນທົ່ວໂລກ ຈຶ່ງຮຽກຮ້ອງທວງເອົາສິດ ແລະ ໂອກາດທາງການສຶກສາຮ່ຳຮຽນ ເພື່ອເຮັດໃຫ້ປະເທດເຫລົ່ານັ້ນ ຫລຸດພົ້ນອອກຈາກຄວາມບໍ່ຮູ້ໜັງສື. ທ່ານນາງ ແສງເດືອນ ຫລ້າຈັນທະບູນ ກ່າວວ່າ: ສະເພາະ ສປປ ລາວ ພັກ ແລະ ລັດຖະບານ ຍາມໃດກໍເຫັນຄວາມສຳຄັນ ຕໍ່ວຽກງານສຶກສາຂອງປະຊາຊົນບັນດາເຜົ່າ ຕໍ່ການລົບລ້າງຄວາມບໍ່ຮູ້ໜັງສື ທີ່ໄດ້ສະແດງອອກໃຫ້ເຫັນ ໃນກົດໝາຍວ່າດ້ວຍການສຶກສາແຫ່ງ ສປປ ລາວ ໄດ້ລະບຸສະເພາະຕໍ່ວຽກ ງານການລົບລ້າງຄວາມບໍ່ຮູ້ໜັງສື ກໍຄື ລະບົບການສຶກສາ ນອກໂຮງຮຽນ ພາຍຫລັງທີ່ ສປປ ລາວ, ໄດ້ປະກາດການຈົບຊັ້ນ ປະຖົມບຳລຸງທົ່ວປະເທດຢ່າງເປັນທາງການ ໃນວັນທີ 28 ສິງຫາ 2015 ເປັນຕົ້ນມາ ກໍໄດ້ສືບຕໍ່ການເກັບກຳສະຖິຕິ ຈໍານວນປະຊາກອນ ທີ່ຍັງບໍ່ທັນຈົບຊັ້ນປະຖົມ ແລະ ພ້ອມທັງຈັດຕັ້ງປະຕິບັດ ແຜນການຮຽນ-ການສອນ ຂອງການສຶກສານອກໂຮງຮຽນ, ຊຶ່ງໃນປີ 2016-2017 ໄດ້ມີຜົນສຳເລັດບາງດ້ານ ຄື: ປະຊາກອນທີ່ມີເກນອາຍຸ 15 ປີຂຶ້ນໄປ ຮຽນຈົບລະດັບລົບລ້າງຄວາມຮູ້ໜັງສື ມີເກືອບ 10.000 ຄົນ, ຍິງປະມານ 5.000 ຄົນ; ຮຽນຈົບຊັ້ນປະຖົມບຳລຸງ ເກືອບ 20.000 ຄົນ, ຍິງຫລາຍກວ່າ 10.000 ຄົນ; ໄດ້ຮຽນບຳລຸງຊັ້ນມັດທະຍົມ ແລະ ຜູ້ທີ່ຮຽນຈົບຊັ້ນມັດທະຍົມຕອນຕົ້ນລະບົບບຳລຸງ ມີຫລາຍກວ່າ 40.000 ຄົນ, ຍິງເກືອບ 20.000 ຄົນ, ໄດ້ປະກາດຈົບຊັ້ນມັດທະຍົມຕອນຕົ້ນທົ່ວເມືອງໄດ້ 89 ເມືອງ ແລະ ປະກາດຈົບຊັ້ນ ມັດທະຍົມຕອນຕົ້ນບຳລຸງທົ່ວແຂວງໄດ້ 2 ແຂວງ ແລະ 1 ນະຄອນຫລວງ ຄື: ແຂວງໄຊຍະບູລີ, ແຂວງຊຽງຂວາງ ແລະ 1 ນະຄອນຫລວງ; ຈົບຊັ້ນມັດທະຍົມຕອນປາຍ ມີເກືອບ 1.900 ຄົນ, ຍິງຫລາຍກວ່າ 500 ຄົນ. ອີງຕາມເປົ້າໝາຍການພັດທະນາ ແບບຍືນຍົງການສຶກສາຫລັງ ປີ 2015 ຈະພັດທະນາຕາມທິດແບບຍືນຍົງ ແລະ ການຮຽນຮູ້ຕະຫລອດຊີວິດ. ສະນັ້ນ, ສປປ ລາວ ໄດ້ເລັ່ງໃສ່ຍົກລະດັບການສຶກສາ ໃຫ້ພົນລະເມືອງລາວ ຈົບການສຶກສາພາກບັງຄົບ (9 ປີຮຽນ) ເອົາໃຈໃສ່ຂະຫຍາຍຕາໜ່າງ ການສຶກສາຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນໃຫ້ທົ່ວເຖິງ ພ້ອມສ້າງເງື່ອນໄຂ ໃຫ້ພົນລະເມືອງລາວ ສາມາດເຂົ້າເຖິງການສຶກສາຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນໃຫ້ທົ່ວເຖິງ ທັງສ້າງເງື່ອນໄຂໃຫ້ພົນລະເມືອງລາວ ສາມາດເຂົ້າເຖິງການສຶກສາ ຢ່າງມີຄວາມສະເໝີພາບກັນ, ພ້ອມນັ້ນ ກໍເອົາໃຈໃສ່ການຈັດການຮຽນ-ການສອນ ການບຳລຸງຍົກລະດັບ ໃຫ້ປະຊາຊົນໃນຮູບແບບ ການສຶກສານອກໂຮງຮຽນເປັນປົກກະຕິ, ຜູ້ທີ່ຈົບຊັ້ນປະຖົມສຶກສາແລ້ວ ກໍໃຫ້ສືບຕໍ່ບຳລຸງໃຫ້ຈົບຊັ້ນມັດທະຍົມຕົ້ນ ຫລື ສູງກວ່ານັ້ນ ເພື່ອໃຫບັນລຸຄາດໝາຍຮອດ ປີ 2020 ປະຊາກອນທີ່ມີອາຍຸແຕ່ 15-35 ປີ ໃຫ້ສຳເລັດການສຶກສາ ຊັ້ນມັດທະຍົມຕອນຕົ້ນບຳລຸງ ໃນຂອບເຂດທົ່ວປະເທດ.

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 01new.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  • Click to enlarge image 07.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top