Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ບັນຍາກາດການໄຂສົກຮຽນໃໝ່ ສົກຮຽນ 2017 -2018 ທີ່ແຂວງໄຊຍະບູລີ

Details
Category: Education
Hits: 908

ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນທັງຊາດເວົ້າລວມ ເວົ້າສະເພາະຊາວແຂວງໄຊຍະບູລີ ພວມອອກແຮງແຂ່ງຂັນກັນສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນ ປະຕິວັດລາວ, ມະຕິກອງປະຊຸມໃຫຍ່ຄັ້ງທີ 6 ອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງເມືອງ ໄຊຍະບູລີ.

ອົງການປົກຄອງເມືອງ ພ້ອມດ້ວຍຫ້ອງການສຶກສາທິການ ແລະ ກິລາເມືອງໄຊຍະບູລີ ຈັດພິທີໄຂສົກຮຽນ ໃໝ່ສົກ 2017-2018 ຢູ່ແຂວງໄຊຍະບູລີ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 1 ກັນຍາ 2017 ນີ້ຢູ່ທີ່ເດີ່ນກິລາໃນຮົ່ມຂອງແຂວງ, ໃຫ້ກຽດເຂົ້າຮ່ວມໃພິທີ ຄັ້ງນີ້ໂດຍແມ່ນ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງໄຊຍະບູລີ ມີເຈົ້າເມືຶງ, ຮອງເຈົ້າເມືອງ, ພະເຖລະ ນຸເຖລະ ຄູອາຈານ ແລະ ບັນດານ້ອງນັກຮຽນເຂົ້າຮ່ວມ.

ໃນພິທີອັນມີຄວາມໝາຍຄວາມສໍາຄັນນີ້ ທ່ານ ບຸນຄົງ ພົງສະຫວັນ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ກໍ່ໄດ້ໃຫ້ກຽດຂຶ້ນກ່າວເປີດພິທີໄຂສົກຮຽນໃໝ່ ສົກ 2017 -2018 ຢ່າງເປັນທາງການ, ຈາກນັ້ນ ທ່ານ ຄໍາສິງ ສໍລະສຸກ ກໍາມະການປະຈໍາພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ໄຊຍະບູລິີ ກໍ່ໄດ້ໃຫ້ກຽດກ່າວປາໃສຕໍ່ພິທີ ຊຶ່ງໃນ 1 ປີຜ່ານມາການດໍາເນີນວຽກງານສຶກສາ ແລະ ກິລາ ແມ່ນໄປຕາມວິໄສທັດແຕ່ນີ້ຮອດປີ 2030. ຍຸດທະສາດການສຶກສາ ແລະ ກິລາ 2025 , ແຜນການສຶກສາ 5 ປີຄັ້ງທີ 8 ແຕ່ປີ 2016 - 2020. ພາຍໃຕ້ການຊີ້ນໍານໍາພາຂອງອົງຄະນະພັກ- ອົງການປົກຄອງແຕ່ລະຂັ້ນ, ການຕິດຕາມຊຸກຍູ້ ແລະ ສະໜັບສະໜູນຈາກພະແນກສຶກສາທິການ ແລະ ກິລາແຂວງ, ຄວາມເປັນເຈົ້າຂອງຜູ້ບໍລິຫານການສຶກສາຄູອາຈານ ແລະ ການປະກອບສ່ວນທົ່ວສັງຄົມຈຶ່ງເຮັດໃຫ້ການພັດທະນາ

ການສຶກສາ ແລະ ກິລາສືບຕໍ່ຂະຫຍາຍຕົວ ເຕີບໃຫຍ່ຢ່າງຕໍ່ເນື່ອງເຮັດໃຫ້ລູກຫຼານປະຊາຊົນໄດ້ເຂົ້າຮຽນຢ່າງທົ່ວເຖິງນັບແຕ່ໂຮງຮຽນລ້ຽເດັກຈົນຮອດໂຮງຮຽນວິຊາຊີບ, ໄດ້ເຮັດໃຫ້ຄຸນນະພາບ ການຮຽນການສອນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ ສາມາດເອົານັກຮຽນທີ່ມີພອນສະຫວັນ ເຂົ້າຮ່ວມການແຂ່ງຂັນລະດັບແຂວງ ລະດັບຊາດ ຈົນສາມາດນໍາເອົາບົດບາດຊື່ສຽງມາສູ່ແຂວງ ໄຊຍະບູລີ ກໍ່ຄືເມືອງ ໄຊຍະບູລີ.

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01new.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  • Click to enlarge image 07.jpg
  • Click to enlarge image 08.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top