Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເມືອງຄຳ ປະກາດຮັບຮອງ ບັນດາໂຮງຮຽນປອດຢາເສບຕິດ 5 ສະໄຫມ, ແລະ 3 ສະໄຫມ ຕິດຕໍ່ກັນ.

Details
Category: Education
Hits: 748

ເມື່ອບໍ່ດົນມານີ້ໂຮງຮຽນ ມສ ຄັງວຽງ ໄດ້ຈັດພິທີປະກາດຮັບຮອງໂຮງຮຽນປອດຢາ ເສບຕິດ 5 ປີ ແລະ 3 ປີ ຕິດຕໍ່ກັນ ຂື້ນທີ່ໂຮງຮຽນ ມສ ຄັງວຽງ, ເມືອງຄໍາ ແຂວງຊຽງຂວາງ ຢ່າງເປັນທາງ ການ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສີຫວັດ ໄມປັນຍາ ຮອງຫົວໜ້າຫ້ອງການສຶກສາ ທິການ ແລະ ກິລາເມືອງ, ມີ ທ່ານ ທອງຜີວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີ ທ່ານ ຈຽງຄຳ ພົມມະວົງສາ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງຄຳ, ມີຫົວໜ້າ, ຮອງຫົວໜ້າຫ້ອງ ການທີ່ກ່ຽວຂ້ອງ, ມີຄູອາຈານພ້ອມດ້ວຍນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ່ ທ່ານນາງ ວຽງທອງ ແທັກລາວັນ ຮອງຫົວໜ້າໜ່ວຍງານພະລະສີລະປະ ສຶກສາ ທິການ ແລະ ກິລາເມືອງ ກໍ່ໄດ້ຂື້ນຜ່ານບົດສະຫຼຸບໃຫ້ຮູ້ວ່າ: ເມືອງຄຳ ປະກອບມີ 6 ກຸ່ມ, ມີ 90 ບ້ານ, ມີພົນລະເມືອງ ທັງໝົດ 52.326 ຄົນ, ຍິງ 25.188 ຄົນ, ມີໂຮງຮຽນຊັ້ນ ມໍຕົ້ນ ແລະ ມໍປາຍ ຈໍານວນ 20 ແຫ່ງ ພ້ອມທັງໄດ້ໃຫ້ຮູ້ເຖິງການຈັດຕັ້ງປະຕິບັດຂອງໜ່ວຍງານພະລະສີລະປະສຶກສາທິການ ແລະ ກິລາ ໃນໄລຍະຜ່ານມາໃຫ້ຮູ້ອີກຕື່ມວ່າ ໜ່ວຍງານພະລະສີລະປະສຶກສາ ທິກາ ແລະ ກິລາ ຍັງໄດ້ລົງກະຕຸກຊຸກຍູ້ສ້າງ ໂຮງຮຽນປອດສິ່ງເສບຕິດ ໃນຊັ້ນມັດທະຍົມທົ່ວເມືອງເພື່ອປະຕິບັດປະຕາມການຮຽນ-ການສອນ ໃຫ້ໄປຕາມ ຫຼັກສູດກ່ຽວກັບການສະກັດກັ້ນຕ້ານບັນຫາສິ່ງປະກົດການຫຍໍ້ທໍ້ ແລະ ຜົນຮ້າຍຂອງສິ່ງເສບຕິດເຂົ້າໃນວິຊາຮຽນໃຫ້ແທດເໝາະກັບຊົ່ວໂມງຮຽນ, ລົງກວດກາປະເມີນເປົ້າໝາຍທີ່ວາງອອກໃຫ້ໄດ້ຕາມແຜນທີ່ວາງໄວ້. ພ້ອມນີ້ກໍ່ຍັງໄດ້ລົງປະຕິບັດຕົວຈິງໃນການແທກນ້ຳປັດສະຫວະໂດຍໃຊ້ນ້ຳຢາວິທະຍາສາດການແພດ ແລະ ນຳເອົາເອກະສານປົດສະເຕີສິ່ງເສບຕິດ ແລະ ກົດໝາຍວ່າດ້ວຍຢາເສບຕິດລົງເຜີຍແຜ່ເຊື່ອມຊືມ ໃຫ້ຄູອາຈານ ແລະ ນ້ອງນັກຮຽນໃຫ້ຮັບຮູ້ ແລະ ເຂົ້າໃຈ. ເຊິ່ງປະຈຸບັນເມືອງຄຳສາມາດສ້າງນາມມະຍົດ ໂຮງຮຽນປອດສິ່ງເສບຕິດໄດ້ຈຳນວນ 15 ແຫ່ງຄື:
- ໂຮງຮຽນ ມໍສໍ ນ້ຳແທ້,
- ມໍສໍ ວຽງໄຊ,
- ມໍສໍ ນາແປນ,
- ມໍສໍ ບຸນຖີ່ນ,
- ມໍສໍ ສຳພັນໄຊ,
- ມໍສໍ ເຜີ້ງຊາມ,
- ມໍສໍ ສູນແມນ,
- ມໍຕົ້ນ ຈອມສີ,
- ມໍສໍ ຄັງວຽງ,
- ມໍຕົ້ນ ບ້ານບົວ,
- ມໍຕົ້ນ ບ້ານທ່າ,
- ມໍຕົ້ນລ້ອງຄາວ,
- ມໍຕົ້ນ ແທນ ຈ້ອງ
- ມໍຕົ້ນ ສົບອໍ້. ພ້ອມດຽວກັນນີ້ກໍ່ຍັງຈະໄດ້ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງເປັນຕົ້ນແມ່ນ
ງົບປະມານຊື້ອຸປະກອນ,ນ້ຳຢາວິທະຍາສາດ ແລະ ນຳເອົາເອກະສານ, ນິຕິກໍາຕ່າງໆລົງເຜີນແຜ່ເຊື່ອມຊືມໃຫ້ ແກ່ຄູອາຈານ,ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງໄດ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງຕື່ມອີກ.
ຫຼັງຈາກນັ້ນ ທ່ານ ທອງຜີວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ກໍ່ໄດ້ຂື້ນຜ່ານລັດຖະດຳລັດ ຂອງປະທານ ປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ່ 190/ປປທ ວ່າດ້ວຍການ ປະດັບຫຼຽນໄຊແຮງງານ ແລະ ດຳລັດນາຍົດລັດຖະມົນຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ່ 425/ນຍ ວ່າດ້ວຍການປະດັບຫຼຽນກາແຮງງານໃຫ້ແກ່ໂຮງຮຽນທີ່ຮັກສາ ນາມມະຍົດ 5 ສະໄໝ ແລະ 3 ສະໄໝຕິດຕໍ່ກັນ ໂດຍເປັນກຽດພັດປ່ຽນກັນຂື້ນມອບຂອງ ທ່ານ ສີຫວັດ ໄມປັນຍາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ທ່ານ ທອງຜິວ ສີປັນຍາ ຮອງພະແນກສຶກສາທິການ ແລະ ກິລາແຂວງ. ຕອນທ້າຍ ທ່ານ ສີຫວັດ ໄມປັນຍາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ກໍ່ໄດ້ ຂື້ນໂອ້ລົມມີຄຳຄິດຄຳເຫັນ ແລະ ໃຫ້ທິດຊີ້ນຳກ່ອນອື່ນໝົດທ່ານກໍ່ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ ຈັດຕັ້ງປະຕິບັດຮັກສານາມມະຍົດໃນໄລຍະຜ່ານມາ ແລະ ຍັງຍົກໃຫ້ເຫັນເຖິງຜົນຮ້າຍຂອງສິ່ງເສບຕິດ ພ້ອມທັງໃຫ້ທິດຊີ້ນຳແກ່ຄູອາຈານຈົ່ງພ້ອມກັນເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ ແລະ ນຳເອົາເອກະສານ ສິ່ງເສບຕິດລົງເຜີຍແຜ່ເຊື່ອມຊືມແກ່ນ້ອງນັກຮຽນໄດ້ຮັບເຂົ້າໃຈເຖິງຜົນຮ້າຍຂອງສິ່ງເສບຕິດໃຫ້ທົ່ວເຖິງ ແລະ ເລິກເຊິ່ງຂື້ນເປັນກ້າວໆ.

ທີມຂ່າວ ຫ້ອງການ ຖວທ ເມືອງຄຳ

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 00new.jpg
  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top