Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນັ້ນໃຫ້ວຽກງານທາງດ້ານການສຶກສາ ໄດ້ຮັບການປັບປຸງຫຼັກສູດການຮຽນ-ການສອນ

Details
Category: Education
Hits: 767

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອ່ານສານອວຍພອນເຖິງຜູ້ບໍລິຫານການສຶກສາ, ຄູອາຈານ, ນັກຮຽນ-ນັກສຶກ ແລະ ພໍ່ແມ່ພີ່ນ້ອງປວງຊົນລາວໃນທົ່ວປະເທດ ເນື່ອງໃນໂອກາດວັນເປີດສົກຮຽນໃໝ່ ສົກປີ 2017-2018 ເຊິ່ງທ່ານໄດ້ຮຽກຮ້ອງມາຍັງບັນດາຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ຈົ່ງເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມບໍລິສຸດ, ຊື່ສັດ ແລະ ນໍ້າໃຈເສຍສະຫຼະສູງ ໃນການບໍາລຸງສ້າງນັກຮຽນ-ນັກສຶກສາ ທີ່ເປັນກຳລັງແຮງຂອງຊາດ ທັງໃນປະຈຸບັນ ແລະ ອານາຄົດ.

ທ່ານກ່າວຕື່ມວ່າ: ສໍາລັບການພັດທະນາດ້ານການສຶກສາໃນສົກຮຽນ 2016-2017 ຜ່ານມາ ມີຜົນສຳເລັດຫຼາຍດ້ານທີ່ໜ້າຊົມເຊີຍ. ຜົນສຳເລັດຫຼາຍດ້ານໃນການປະຕິຮູບລະບົບການສຶກສາ ເປັນຕົ້ນແມ່ນ: ສາມາດຍົກຄຸນນະພາບຂອງວຽກງານກິລາ-ກາຍະກຳ, ປັບປຸງຫຼັກສູດການຮຽນ-ການສອນ, ສ້າງໃຫ້ຄູສອນເກັ່ງ, ຫຼໍ່ຫຼອມໄດ້ນັກຮຽນ-ນັກສຶກສາ ທີ່ມີຄຸນສົມບັດທັງຮຽນດີ-ຮຽນເກັ່ງ, ພັດທະນາໄດ້ໂຮງຮຽນຕົວແບບ, ໂຮງຮຽນສີຂຽວ, ໂຮງຮຽນປອດສິ່ງເສບຕິດ ແລະ ອື່ນໆ. ຂະນະທີ່, ເດັກຢູ່ເກນອາຍຸເຂົ້າຮຽນໄດ້ເຂົ້າເຖິງການສຶກສາ ແລະ ກິລາຫຼາຍຂຶ້ນ, ນັກຮຽນ-ນັກສຶກສາ ໄດ້ມີຄວາມຕັ້ງໃຈຕໍ່ການຮຽນດ້ວຍຕົນເອງ ແລະ ມີຜົນການຮຽນດີຂຶ້ນ. ເວົ້າລວມແລ້ວ ໃນສົກຮຽນທີ່ຜ່ານມາ ໄດ້ສືບຕໍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ດ້ານຄຸນນະພາບຂອງການສຶກສາ ແລະ ບັນລຸຕາມມາດຕະຖານຮັບປະກັນຄຸນນະພາບການສຶກສາແຫ່ງຊາດ ແລະ ໃນບາງດ້ານແມ່ນສາມາດຍົກລະດັບມາດຕະຖານການສຶກສາ ໃຫ້ຫຍັບໃກ້ເຂົ້າ ແລະ ເທົ່າທຽມກັບມາດຕະຖານຂອງບັນດາປະເທດໃນພາກພື້ນ ແລະ ສາກົນ. ຕາງໜ້າໃຫ້ການນໍາຂອງພັກ ແລະ ລັດຖະບານ, ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ-ຄະນະນໍາກະຊວງສຶກສາທິການ ແລະ ກິລາ, ບັນດາມະຫາວິທະຍາໄລ, ໂຮງຮຽນວິຊາຊີບ, ໂຮງຮຽນສາມັນສຶກສາ, ບັນດາສະຖາບັນການສຶກສາທຸກຂັ້ນ ແລະ ບັນດາການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານອາວຸໂສບໍານານ, ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ພວກຫຼານ ນັກຮຽນ-ນັກສຶກສາທຸກຖ້ວນໜ້າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າຕໍ່ຜົນສໍາເລັດດັ່ງທີ່ກ່າວມານີ້. ພ້ອມກັນນີ້, ກໍ່ຂໍສະແດງຄວາມຂອບໃຈມາຍັງຄູ່ຮ່ວມພັດທະນາ, ບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນຕະຫຼອດຮອດອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ມີສ່ວນຮ່ວມເຂົ້າໃນການພັດທະນາວຽກງານການສຶກສາຂອງ ສປປ ລາວ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ເປັນກໍາລັງແຮງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຕະຫຼອດມາ ແລະ ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າຍັງຈະໄດ້ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຕື່ມອີກ.

ຜົນສຳເລັດທີ່ກ່າວມານັ້ນ ໄດ້ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມ ຂອງປະເທດເຮົາ, ແຕ່ ກໍ່ຍັງປະເຊີນກັບອຸປະສັກ ແລະ ສິ່ງທ້າທາຍທົດສອບຫຼາຍປະການ ເປັນຕົ້ນ: ການຂະຫຍາຍຕາໜ່າງການສຶກສາ ໂດຍສະເພາະການສຶກສາກ່ອນໄວຮຽນໄປສູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກຍັງບໍ່ທັນທົ່ວເຖິງ, ການບັນລຸເປົ້າໝາຍການສຶກສາເພື່ອທຸກຄົນກໍ່ຄື ເປົ້າໝາຍສະຫັດສະຫວັດດ້ານການພັດທະນາ ຍັງມີບາງຕົວຊີ້ບອກກໍ່ຍັງເປັນສິ່ງທ້າທາຍ ໂດຍສະເພາະອັດຕາການລອດເຫຼືອຂອງນັກຮຽນຊັ້ນປະຖົມ; ຄວາມສະເໜີພາບ ລະຫວ່າງ ຍິງ-ຊາຍ; ການເຂົ້າເຖິງການສຶກສາທີ່ຍັງແຕກໂຕນກັນ ລະຫວ່າງ ຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ໂດຍສະເພາະໃນສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ; ຄ່ານິຍົມຂອງຜູ້ປົກຄອງ ແລະ ຜູ້ຮຽນ ທີ່ຕ້ອງການການສຶກສາຂັ້ນປະລິນຍາຕີຂຶ້ນໄປ ແລະ ບໍ່ເຫັນຄວາມສໍາຄັນຂອງການສຶກສາຂັ້ນອາຊີວະສຶກສາ; ການສ້າງສີມືແຮງງານ ຍັງບໍ່ທັນສອດຄ່ອງກັບຄວາມຕ້ອງການ ຂອງຕະຫຼາດແຮງງານ ແລະ ອື່ນໆ. ຂໍຮຽກຮ້ອງມາຍັງບັນດາຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມບໍລິສຸດ, ຊື່ ສັດ ແລະ ນໍ້າໃຈເສຍສະຫຼະສູງ ໃນການບໍາລຸງສ້າງນັກຮຽນ-ນັກສຶກສາທີ່ເປັນກຳລັງແຮງຂອງຊາດທັງໃນປະຈຸບັນ ແລະ ອານາຄົດ.

Editor: ກຳປານາດ ລັດຖະເຮົ້າ

{gallery}News/sbd/2017/09/05/sbd-1{/gallery}

© 2025 Lao Star TV

  • About Us
  • Services
  • Contact Us
Go Top