Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ພິທີມອບ-ຮັບໃບປະກາສະນີຍະບັດ ການສຶກສາກົດໝາຍຊັ້ນສູງຮຸ້ນທີ I ຂອງສະຖາບັນພັດທະນາກໍາມະບານລາວ

Details
ທະວີສັກ ໃບລາສີ
Category: Education
Hits: 752

ນັກສຶກສາສະຖາບັນພັດທະນາກຳມະບານລາວ ສຳເລັດການສຶກສາກົດໝາຍລະບົບຊັ້ນສູງຮຸ້ນທີ I ສົກປີ 2016-2017 ພິທີມອບໃບປະກາສະນີຍະບັດ ໃຫ້ແກ່ສະຖາບັນພັດທະນາກໍາມະບານລາວ ເປັນກຽດເຂົ້າຮ່ວມ ແລະ ມອບໃບປະກາສະນີຍະບັດ ໂດຍທ່ານ ເສີມສຸກ ສິມພະວົງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ມີທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ, ມີບັນດາ ຫົວໜ້າກົມ, ຫົວໜ້າສະຖາບັນ, ພະນັກງານຄູ-ອາຈານ ແຂກຖືກເຊີນ ພ້ອມດ້ວຍນັກສຶກສາເຂົ້າຮ່ວມ.
ໃນພິທີ ທ່ານ ສົມນຶກ ສຸວັນນະສານ ຫົວໜ້າສະຖາບັນພັດທະນາກຳມະບານລາວ ກ່າວເຖິງຜົນສໍາເລັດໃນການກໍ່ສາ້ງນັກສຶກສາກົດໝາຍລະດັບຊັ້ນສູງ ເຊິ່ງຊຸດນີ້ແມ່ນໝາກຜົນອັນສຳຄັນ ໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສະຖາບັນພັດທະນາກຳມະບານລາວ ແລະ ສະຖາບັນຍຸຕິທຳແຫ່ງຊາດ ເຊິ່ງເປັນບົດຮຽນອັນລ້ຳຄ່າໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານພະນັກງານຂອງ ຄູ-ອາຈານ ພາຍໃນສະຖາບັນພັດທະນາກຳມະບານລາວ. ນັກສຶກສາທີ່ໄດ້ຮັບໃບປະກາສະນີຍະບັດຄັ້ງນີ້ ມີທັງໝົດ 329 ຄົນ, ຍິງ 139 ຄົນ, ຈາກຜົນການສຶກສາມສາມາດຈັດລະດັບການສຶກສາໄດ້ໃນລະດັບດີເລີດ ຫຼື ເກຣດ A ຈຳນວນ 125 ຄົນ, ລະດັບດີຫຼາຍ ຫຼື ເກຣດ B ບວກ ຈໍານວນ 158 ຄົນ, ລະດັບເກຣດ B ຈຳນວນ 41 ຄົນ ແລະ ເກຣດ C ບວກ ຈໍານວນ 5 ຄົນ,
ໃນໂອກາດດຽວກັນນີ້ ຍັງໄດ້ມອບຫຼຽນກາກໍາມະບານໃຫ້ແກ້ພະນັກງານຄູ-ອາຈານ ຈາກສະຖາບັນຍຸຕິທຳແຫ່ງຊາດ ແລະ ສະຖາບັນພັດທະນາກຳມະບານລາວ ທີ່ມີຜົນງານດີເດັ່ນໃນການສິດສອນຖ່າຍທອດຄວາມຮູ້ທາງດ້ານກົດໝາຍໃຫ້ກັບນັກສຶກສາສະຖາບັນພັດທະນາກຳມະບານລາວ ໃນໄລຍະຜ່ານມາ ແລະ ໄດ້ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາທີ່ມີຜົນງານດີເດັ່ນ ຮຽນດີ, ຮຽນເກັ່ງ ແລະ ປະກອບສ່ວນການເຄື່ອນໄຫວວຽກງານພາຍໃນສະຖາບັນພັດທະນາກຳມະບານລາວ ຕະຫຼອດໄລຍະການຄົ້ນຄ້ວາຮ່ຳຮຽນ.
ບັນດານັກສຶກສາທີ່ເຂົ້າຮ່ວມ ຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ເສີມສຸກ ສິມພະວົງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ທີ່ສະຖາບັນພັດທະນາກຳມະບານລາວ ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງນັກສຶກສາທີ່ໄດ້ເອົາໃຈໃສ່ສຶກສາຄົ້ນຄ້ວາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງຜ່ານຜ່າຄວາມຫຍຸ້ງຍາກໃນຕະຫຼອດໄລຍະການສຶກສາຮ່ຳ ຮຽນ ໄດ້ເນັ້ນໜັກໃຫ້ນັກສຶກສານຳເອົາຄວາມຮູ້ຄວາມສາມາດໄປຜັນຂະຫຍາຍໃນການປະກອບອາຊີບ, ໃນອົງການ ຈັດຕັ້ງລັດ ແລະ ເອກະຊົນໃຫ້ສຳເລັດ.
ໃນພິທີທ່ານ ເສີມສຸກ ສິມພະວົງກໍ່ໄດ້ໃຫ້ກຽດມອບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາທີ່ສຳເລັດຈາກສະຖາບັນພັດທະນາກຳມະບານລາວ ຈຳນວນ 329 ຄົນ, ຍິງ 139 ຄົນ.

Editor: ຕະວັນ ແສງສະຫວັນ


  • Click to enlarge image 2017-09-04_12-24-02.jpg
  • Click to enlarge image 2017-09-04_12-24-37.jpg
  • Click to enlarge image 2017-09-04_12-28-22.jpg
  • Click to enlarge image 2017-09-04_12-30-27.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top