Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ສົກຮຽນໃຫມ່ 2017-2018 ໄດ້ໄຂຂື້ນ ຢ່າງເປັນທາງການ ພ້ອມໆກັນໃນທົ່ວປະເທດ ດ້ວຍບັນຍາກາດ ຄຶກຄື້ນ

Details
Category: Education
Hits: 818

ການໄຂສົກຮຽນໃຫມ່ 2017 – 2018 ໃນທົ່ວປະເທດ ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນ ທີ 1 ກັນຍາ 2017 ນີ້, ສະເພາະຢູ່ທີ່ນະຄອນຫລວງວຽງຈັນ ກ່ອນຫນ້ານີ້ ທາງພະແນກສືກສາ ທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ມີການຈັດຕັ້ງຕິດຕາມກວດກາຊຸກຍູ້ວຽກງານດັ່ງກ່າວ ພ້ອມທັງເຜີຍແຜ່ຈຸດປະສົງ ທີ່ ກະຊວງສຶກສາທິການ ແລະ ກິລາ ໄດ້ແນະນໍາ ຈັດຕັ້ງເຜີຍແຜ່ໃຫ້ຄູບາ - ອາຈານ ແລະ ພະນັກງານ ໃນຫ້ອງການສຶກສາທິການ ແລະ ກິລາ ແຕ່ລະເມືອງໃຫ້ຮັບຊາບ ເຖິງ ວຽກງານຈຸດສຸມ ໂດຍສະເພາະແມ່ນຂະຫຍາຍໂອກາດ ການເຂົ້າຮຽນຂອງເດັກ ເດັກກ່ອນໄວຮຽນ ໂດຍສະເພາະ ແມ່ນເດັກ 5 ປີ ໃຫ້ໄດ້ເຂົ້າຮຽນຢ່າງທົ່ວເຖິງເພາະເປັນເດັກກຽມປະຖົມ ຖ້າຢູ່ໃນອະນຸບານກໍແມ່ນ ອະນຸບານ 3 ເພື່ອກຽມຄວມາພ້ອມໃນການເຂົ້າໂຮງຮຽນຊັ້ນປະຖົມ ພ້ອມລະດົມໃຫ້ພໍ່-ແມ່ຜູ້ປົກຄອງ ເວົ້າສະເພາະ ຄະນະພັດທະນາການສຶກສາ ໃຫ້ເອົາໃຈໃສ່ພໍ່ - ແມ່ປະຊາຊົນໃນບ້ານຂອງຕົນ ນໍາເອົາລູກຫຼານ ເດັກ ອາຍຸ 6 ປີ ໃຫ້ໄດ້ເຂົ້າຮຽນເພື່ອເພີ່ມອັດຕາສຸດທິການເຂົ້າຮຽນ ໃຫ້ມັນສູງ ພ້ອມທັງປັບປຸງຄຸນນະພາບການຮຽນ-ການສອນ ໃນຂັ້ນປະຖົມ-ຂັ້ນມັດທະຍົມ ໃຫ້ມີຄຸນນະພາບດີ ອີງໃສ່ອຸປະກອນການຮຽນ-ການສອນ ທີ່ທາງຂັ້ນເທິງສາມາດສະໜອງ ໃຫ້ຢ່າງພຽງພໍ

ພ້ອມດຽວກັນວຽກງານກິລາມວນຊົນ ກໍໃຫ້ທົ່ວເຖິງ ໄປຄຽງຄູ່ກັນກໍຍົກລະດັບທາງດ້ານແນວຄິດການເມືອງ ດ້ານວິຊາສະເພາະ ໃຫ້ກັບຄູ - ອາຈານ ມີການກວດຄືນການປັບປຸງການຈັດຕັ້ງ ໃຫ້ເປັນລະບົບຄົບຊຸດ ກຽມພ້ອມທັງຄູອາຈານ ວັດຖຸອຸປະກອນຕ່າງໆ ໃຫ້ຄົບຖ້ວນສົມບູນ ມາຮອດປະຈຸບັນ ການເປີດສົກຮຽນໃຫມ່ຂອງນະຄອນຫຼວງ ໄດ້ເປີດຢ່າງເປັນທາງການ ພ້ອມກັນທຸກໆແຫ່ງ ໃນວັນທີ 1 ກັນຍາ 2017 ນີ້ ສ່ວນພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຍັງໄດ້ຖືເອົາໂອກາດນີ້ ຮຽກຮ້ອງມາຍັງບັນດາຄູ - ອາຈານ ພ້ອມກັນເອົາໃຈໃສ່ປະຕິບັດຕາມລະບຽບແບບແຜນ ຄົບຕາມ 5 ຫຼັກມູນການສຶກສາ 3 ລັກສະນະ ແລະ 3 ຂໍ້ແຂ່ງຂັ້ນ ທີ່ທາງກະຊວງ ສຶກສາທິການ ແລະ ກິລາ ວາງອອກ ສຳລັບລູຸກຫລານນັກຮຽນ ກໍ່ໃຫ້ຕັ້ງໃຈສຶກສາຄົ້ນຄົ້ວຮໍ່າຮຽນ.

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top