Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ມະຫາວິທະຍາໄລແຫ່ງຊາດ (ມຊ) ຮັບເອົານັກສຶກສາ ທີ່ຜ່ານການສອບເສັງ ເຂົ້າສຶກສາຕໍ່ວິຊາຊີບ

Details
Category: Education
Hits: 733

ສົກປິຮຽນ 2017-2018 ນີ້, ມະຫາວິທະຍາໄລແຫ່ງຊາດ ຮັບເອົານັກສຶກສາ ທີ່ຜ່ານການສອບເສັງ ເຂົ້າສຶກສາຕໍ່ວິຊາຊີບ ໃນຄະນະວິຊາຕ່າງໆ ຫລາຍກວ່າ 4 ພັນກວ່າຄົນ, ນອກນັ້ນ, ຍັງມີນັກສຶກສາໃນແຜນ ອີກຈຳນວນ 919 ຄົນ.

ທ່ານ ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 29 ສິງຫາ ຜ່ານມານີ້ ວ່າ: ການສອບເສັງ ເຂົ້າມະຫາວິທະຍາໄລແຫ່ງຊາດ ສົກປີ 2017-2018 ໄດ້ສໍາເລັດໃນຕົ້ນເດືອນ ສິງຫາ 2017 ທີ່ຜ່ານມາ, ໂດຍມີນັກສຶກສາ ສະໝັກເຂົ້າສອບເສັງ ທັງໝົດ 18.193 ຄົນ, ສຳລັບ ມຊ ມີຄວາມສາມາດຮັບເຂົ້າຮຽນ ໄດ້ພຽງ 4.838 ຄົນ, ໂດຍມີ ຄະນະສຶກສາສາດ ຮັບເອົາ 283 ຄົນ, ຄະນະອັກສອນສາດ 434 ຄົນ, ຄະນະວິທະຍາສາດ-ສັງຄົມ 576 ຄົນ, ຄະນະເສດຖະສາດ ບໍລິຫານທຸລະກິດ 600 ຄົນ, ຄະນະນິຕິສາດ-ລັດຖະສາດ 240 ຄົນ, ຄະນະວິທະຍາສາດ ທໍາມະຊາດ 432 ຄົນ, ຄະນະວິສະວະກຳສາດ 728 ຄົນ, ຄະນະກະເສດສາດ 192 ຄົນ, ຄະນະວິທະຍາສາດປ່າໄມ້ 204 ຄົນ, ຄະນະສະຖາປັດຕະຍະກຳສາດ 224 ຄົນ, ຄະນະວິທະຍາສາດ ສິ່ງແວດລ້ອມ 192 ຄົນ, ຄະນະຊັບພະຍາກອນນ້ຳ 173 ຄົນ ແລະ ຄະນະວິທະຍາສາດ ການກິລາ ແລະ ກາຍະກຳ ຮັບເອົາພຽງ 72 ຄົນ. ທ່ານ ສົມສີ ຍໍພັນໄຊ ຍັງໄດ້ໃຫ້ຮູ້ຕື່ມວ່າ: ນອກຈາກນັກສຶກສາ ທີ່ເສັງເຂົ້າແລ້ວ ຍັງມີນັກສຶກສາ ທີ່ມາໃນແຜນ ມີທັງໝົດ 919 ຄົນ. ໃນນັ້ນ, ມີພະນັກງານ 6 ຄົນ ແລະ ນັກຮຽນ ຊົນເຜົ່າ 10 ຄົນ. ປັດຈຸບັນ ພວມເປີດໃຫ້ນັກສຶກ ເຂົ້າມາລົງທະບຽນ ຕາມແຕ່ລະສາຂາວິຊາຮຽນ ເຊິ່ງຈະ ເລີ່ມເປີດສົກຮຽນໃໝ່ ໃນຕົ້ນເດືອນຕຸລາ 2017 ນີ້.

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01.jpg
  • Click to enlarge image 02new.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top