Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ຫ້ອງການສຶກສາທິການ ແລະ ກິລາເມືອງ ລະຄອນເພັງ ຈັດພິທີໄຂສົກຮຽນໃໝ່ສົກ 2017-2018

Details
ທະວີສັກ ໃບລາສີ
Category: Education
Hits: 865

ເພື່ອປະຕິບັດຕາມກົດໝາຍ ວ່າດ້ວຍການສຶກສາ, ແຜນພັດທະນາການສຶກສາ, ທິດຊີ້ນໍາຂອງພະແນກ ສຶກສາທິການ ແລະ ກິລາແຂວງ ແລະ ເພື່ອຄວາມເປັນເອກະພາບ ໃນການຈັດຕັ້ງການຮຽນ-ສອນປະຈໍາສົກ 2017-2018 ໃນທົ່ວເມືອງລະຄອນເພັງ.
ໃນວັນທີ 29 ສິງຫາ ທີ່ຜ່ານມາ ຫ້ອງການສຶກສາທິການ ແລະ ກິລາເມືອງ ລະຄອນເພັງ ໄດ້ຈັດພິທີໄຂສົກຮຽນສົກ 2017-2018 ຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນ ຂອງໂຮງຮຽນ ມໍສໍ ລະຄອນສີ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ແກ້ວຜາ ສີລາດວງໃຈ ຮັກສາການ ເລຂາພັກເຈົ້າເມືອງໆ ລະຄອນເພັງ, ທ່ານ ຄໍາຫວັນ ສີສະອາດ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ, ມີຜູ້ອໍານວຍການໂຮງຮຽນທົ່ວເມືອງ, ນັກຮຽນມໍສໍ ລະຄອນສີ, ແຂກຮັບເຊີນ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ອໍລະດາ ແພງສີລິວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານການປະຕິບັດການຮຽນ-ສອນ ໃນສົກປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດເປັນຕົ້ນ: ອັດຕາການເຂົ້າຮຽນຂອງນັກຮຽນໃນແຕ່ລະຊັ້ນເພີ່ມຂຶ້ນ (ອະນຸບານ ແລະ ກຽມປະຖົມເພີ່ມຂຶ້ນ 2%, ມັດທະຍົມຕົ້ນ 1% ແລະ ມັດທະຍົມປາຍເພີມຂຶ້ນເກືອບ 7%) ສາມາດບັນລຸຕາມຄາດໝາຍທີ່ວາງໄວ້, ອັດຕາຄ້າງຫ້ອງຫຼຸດລົງ, ອັນພົ້ນເດັ່ນຜົນການສອບເສັງຈົບຊັ້ນ ປໍ5, ມໍ4 ແລະ ມໍ7 ແມ່ນເສັງໄດ້ 100%, ວຽກງານສຶກສານອກໂຮງຮຽນສາມາດລົບລ້າງການກືກໜັງສືໃຫ້ປະຊາຊົນໃນເກນອາຍຸ 15 ຂຶ້ນໄປສໍາເລັດ 75 ບ້ານ 100%, ຍົກໃຫ້ເຫັນດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຕ້ອງໄດ້ສືບຕໍ່ແກ້ໄຂເປັນຕົ້ນ: ອັດຕາການປະລະການຮຽນຍັງສູງ ເຊິ່ງຕ້ອງໄດ້ປັບປຸງແກ້ໄຂໃຫ້ຫຼຸດລົງ (ຊັ້ນປະຖົມຈາກ 4,10%ໃຫ້ເຫຼືອ 3,50%, ຊັ້ນມັດທະຍົມຕົ້ນຈາກ 15% ໃຫ້ເຫຼືອບໍ່ເຖິງ 12% ແລະ ມັດທະຍົມປາຍຈາກ 9,2% ໃຫ້ເຫຼືອບໍ່ເຖິງ 7% ແລະ ອື່ນໆ.
ພ້ອມນີ້, ຍັງໄດ້ຜ່ານແຜນການໄຂສົກຮຽນ ແລະ ຈັດຕັ້ງການຮຽນ-ສອນໃນທົ່ວເມືອງ ໂດຍໄດ້ກໍານົດ ໃຫ້ແຕ່ລະໂຮງຮຽນຕ້ອງໄດ້ກະກຽມ ຄວາມພ້ອມດ້ານຕ່າງໆ, ພະນັກງານຄູຕ້ອງໄດ້ປະຈໍາການ ແຕ່ອາທິດທີ 3 ຂອງເດືອນສິງຫາ, ຮອດວັນທີ 1 ກັນຍາຕ້ອງໃຫ້ໄດ້ເລີ່ມຈັດການຮຽນ-ສອນປົກກະຕິ ແລະ ອາທິດທີ 2 ຂອງເດືອນກັນຍາ ແມ່ນໃຫ້ສໍາເລັດການລາຍງານຕົວເລກນັກຮຽນ ໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ.

Editor: ດາວໄຊ ສີວິໄລ


  • Click to enlarge image 1-1.jpg
  • Click to enlarge image 1-2.jpg
  • Click to enlarge image 1-3.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top