Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ຫົວຫນ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ເປີດເຜີຍພ້ອມໃນການໄຂສົກຮຽນໃໝ່ 2017-2018

Details
ທະວີສັກ ໃບລາສີ
Category: Education
Hits: 883

ການໄຂສົກຮຽນໃໝ່ 2017-2018 ທົ່ວປະເທດ ກໍ່ຄືນະຄອນຫຼວງວຽງຈັນ ຈະເລີ່ມໄຂຂຶ້ນຢ່າງເປັນທາງການໃນວັນທີ 1 ກັນຍາ 2017 ກໍ່ຄືມື້ອື່ນນີ້.
ຊຶ່ງທ່ານ ຊົມພູ ແກ້ວປັນຍາ, ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ສະເພາະການຫ້າງຫາກະກຽມການເປີດສົກຮຽນໃໝ່ໃນປີນີ້ ໂດຍລວມແລ້ວ ພາຍຫຼັງທີ່ໄດ້ມີການຈັດການສອບເສັງເລື່ອນຊັ້ນ ຈົບຊັ້ນ ປ5 ມ4 ມ7 ໄດ້ອອກແຈ້ງການໃຫ້ກັບບັນດາໂຮງຮຽນແຕ່ລະແຫ່ງທີ່ຂຶ້ນກັບເມືອງ ພາຍໃນ ນວ ໃຫ້ຫ້າງຫາກະກຽມບູລະນະສ້ອມແປງອາຄານສະຖານທີ່ຕະຫຼອດ ເຖິງໂຕະ-ຕັ່ງຄວາມພ້ອມຫຼາຍໆດ້ານໃນການກະກຽມເປີດສົກຮຽນໃໝ່.
ພາຍຫຼັງທີ່ໄດ້ມີການແຈ້ງການລົງໄປ ທາງພະແນກສຶກສາທິການ ແລະ ກີລາ ນວ ໄດ້ມີການຈັດຕັ້ງການລົງຕິດຕາມກວດກາຊຸກຍູ້ວຽກງານດັ່ງກ່າວ ມາເຖິງເດືອນກໍລະກົດ 2017 ໃຫ້ແຕ່ລະເມືອງເປີດກອງປະຊຸມຜູ້ບໍລິຫານການສຶກສາຂັ້ນເມືອງຂຶ້ນ ພ້ອມທັງເຜີຍແຜ່ຈຸດປະສົງທີ່ກະຊວງສຶກສາທິການ ແລະ ກີລາ ໄດ້ແນະນຳຈັດເຜີຍແຜ່ໃຫ້ບັນດາຄູ-ອາຈານ ແລະ ພະນັກງານໃນຫ້ອງການສຶກສາທິການ ແລະ ກີລາ ແຕ່ລະເມືອງໄດ້ຮັບຊາບ ເຊິ່ງໃນສົກຮຽນນີ້ ວຽກງານຈຸດສຸມ ແມ່ນຂະຫຍາຍໂອກາດການເຂົ້າຮຽນຂອງເດັກ ເດັກກ່ອນໄວຮຽນ ໂດຍສະເພາະແມ່ນເດັກ 5 ປີ ໃຫ້ໄດ້ເຂົ້າຮຽນຢ່າງທົ່ວເຖິງ ເພາະເປັນເດັກກຽມປະຖົມ ຖ້າຢູ່ໃນອະນຸບານກໍ່ແມ່ນອະນຸບານ 3 ເພື່ອກຽມຄວາມພ້ອມໃນການເຂົ້າຮຽນຊັ້ນປະຖົມ ພ້ອມລະດົມໃຫ້ພໍ່ແມ່ຜູ້ປົກຄອງ ເວົ້າລວມ ເວົ້າສະເພາະ ຄະນະພັດທະນາການສຶກສາຂັ້ນບ້ານ ໃຫ້ເອົາໃຈໃສ່ພໍ່ແມ່ປະຊາຊົນໃນບ້ານຂອງຕົນ ນຳເອົາລູກຫຼານເດັກ ອາຍຸ 6 ປີ ໃຫ້ໄດ້ເຂົ້າຮຽນ ເພີ່ມອັດຕາສຸດທິການເຂົ້າຮຽນໃຫ້ມັນສູງ ພ້ອມທັງ ປັບປຸງຄຸນະພາບການຮຽນ-ການສອນໃນຊັ້ນປະຖົມ ໃຫ້ມີຄຸນະພາບດີ ອີງໃສ່ອຸປະກອນການຮຽນ-ການສອນ ທີ່ທາງຂັ້ນເຖິງສາມາດສະໜອງໃຫ້ຢ່າງພຽງພໍ ແລະ ກ່ອນການໄຂສົກຮຽນໃໝ່ໄດ້ມີການລະດົມນັກຮຽນທີ່ຮຽນຈົບຊັ້ນ ປ5 ໃຫ້ໄດ້ເຂົ້າຮຽນຊັ້ນມັດທະຍົມຕົ້ນໃຫ້ຫຼາຍຂຶ້ນ ເຊິ່ງໄລຍະຜ່ານມາຍັງບໍ່ທັນດີເທົ່າທີ່ຄວນ ເພື່ອບໍ່ໃຫ້ປະລະການຮຽນ ແລະ ເອົາໃຈໃສ່ບັນຫາສົ່ງເສີມສຸຂະພາບເດັກໃນໂຮງຮຽນ ເປັນຕົ້ນ ການລ້າງມື ຖູແຂ້ວ ແລະ ສຸຂະອະນາໄມຕ່າງໆ ພ້ອມດຽວກັນວຽກງານກີລາມ່ວນຊົນກໍ່ໃຫ້ທົ່ວເຖິງ ໄປຄຽງຄູ່ກັນກໍ່ຍົກລະດັບທາງດ້ານແນວຄິດການເມືອງ ດ້ານວິຊາສະເພາະໃຫ້ກັບຄູ-ອາຈານ ມີການກວດຄືນ ການປັບປຸງການຈັດຕັ້ງໃຫ້ເປັນລະບົບຄົບຊຸດ ກຽມພ້ອມທັງຄູ-ອາຈານ ວັດຖຸອຸປະກອນຕ່າງໆໃຫ້ຄົບຖ້ວນສົມບູນ ແລະ ໂຮງຮຽນຫຼາຍແຫ່ງກໍ່ມີການລົງທະບຽບຮັບສະໝັກນັກຮຽນກັນເປັນທີ່ຮຽບຮ້ອຍແລ້ວ.
ມາຮອດປັດຈຸບັນ ຖືວ່າການຫ້າງຫາກະກຽມການເປີດສົກຮຽນໃໝ່ຂອງນະຄອນຫຼວງ ມີຄວາມພ້ອມໃນການໄຂສົກຮຽນໃໝ່ຢ່າງເປັນທາງການພ້ອມກັນ ໃນວັນທີ 1 ກັນຍາ 2017 ໂອກາດນີ້ ທ່ານໄດ້ຮຽກຮ້ອງມາຍັງຄູ-ອາຈານ ເອົາໃຈໃສ່ປະຕິບັດຕາມລະບຽບແບບແຜນຄົບຕາມ 5 ຫຼັກມູນຂອງການສຶກສາ 3 ລັກສະນະ ແລະ 3 ຂໍ້ແຂ່ງຂັນຂອງກະຊວງວາງອອກ ລູກຫຼານນັກຮຽນກໍ່ໃຫ້ຕັ້ງໃຈສຶກສາຄົ້ນຄວ້າຮ່ຳຮຽນ ແລະ ຮຽກຮ້ອງມາຍັງທຸກພາກສ່ວນຕ່າງໆ ໂດຍສະເພາະພໍ່ແມ່ຜູ້ປົກຄອງໃຫ້ເອົາໃຈໃສ່ຕື່ມ ໃນການແນະນຳຕິດຕາມໃກ້ຊິດ ແລະ ຮຽກຮ້ອງມາຍັງທຸກພາກສ່ວນເອົາໃຈໃສ່ດູແລລູກຫຼານນັກຮຽນ ຖ້າເຫັນສິ່ງໃດບໍ່ຖືກຕ້ອງ ກໍ່ຊ່ວຍກັນຕັກເຕືອນ ເພື່ອປະກອບສ່ວນເຮັດໃຫ້ການພັດທະນາປັບປຸງຄຸນະພາບການສຶກສາຂອງນະຄອນຫຼວງ ໃຫ້ນັບມື້ດີຂຶ້ນ.

Editor: ຕະວັນ ແສງສະຫວັນ


  • Click to enlarge image 1-1.jpg
  • Click to enlarge image 1-2.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top