ວິທະຍາໄລຄູດົງຄຳຊ້າງ ໜຶ່ງສະຖາບັນທີ່ມີຄວາມໝາຍຄວາມສຳຄັນ ໃນການປະກອບສ່ວນພັດທະນາປະເທດຊາດ ມີໜ້າທີ່ສິດສອນແມ່ພິມຂອງຊາດ ເນັ້ນຄຸນນະພາບມາດຖານທີ່ສ້າງຄວາມເປັນເລີດ ກາຍເປັນຄູ-ອາຈານ ມືອາຊີບປະກອບພັດທະນາສິດສອນລູກຫຼານ ໃຫ້ມີຄວາມຮູ້ ຂະນະສົກຮຽນໃໝ່ນີ້ຈະຮັບນັກສຶກສາ 210 ຄົນ.
ເມື່ອບໍດົມມານີ້ ທ່ານນາງ ວິລາ ແສງສະຫວ່າງ ຜູ້ອຳນວຍການວິທະຍາໄລຄູດົງຄຳຊ້າງ ໃຫ້ສຳພາດ ວ່າ: ວິທະຍາໄລຄູດົງຄຳຊ້າງ ແມ່ນ 1 ໃນ 8 ແຫ່ງ ຂອງສະຖາບັນສ້າງຄູ ທົ່ວປະເທດ ທີ່ທຸ້ມເທຮ່ວມມືກັບຕ່າງປະເທດພັດທະນາສ້າງບຸກຄະລາກອນ ໃຫ້ຮັບປະກັນດ້ານການ ສຶກສາກາຍເປັນສູນສ້າງຄວາມເປັນເລີດ ທີ່ສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມ ໂດຍເນັ້ນໃສ່ ການພັດທະນາບຸກຄະລາກອນ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ເຂົ້າການສຶກສາຂອງປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນເທື່ອລະກ້າວ.
ສຳລັບສົກຮຽນ 2017-2018 ທາງວິທະຍາໄລຄູດົງຄຳຊ້າງ ອີງຕາມການເຫັນດີທາງກະຊວງສຶກສາທິການ ແລະ ກີລາ ກໍ່ຄື ກົມສ້າງຄູສາຍ ຊີວະສາດ ຮັບນັກສຶກສາຈຳນວນ ທັງໝົດ 210 ຄົນ, ສ້າງສູນຄວາມເປັນເລີດຄູອະນຸບານ 90 ຄົນ, ລະດັບປະລິນຍາຕີ, ສາຍຄູປະຖົມ 90 ຄົນ ແລະ ຄູມັດທະຍົມ 30 ຄົນ, ຖືວ່າສົກຮຽນນີ້ ການຮັບນັກສຶກສາຫຼຸດ ລົງ 37 ສ່ວນຮ້ອຍ, ຈາກສົກຮຽນຜ່ານມາ ຮັບນັກສຶກສາ 600 ກວ່າຄົນ ຊຶ່ງ ເຫດຜົນຍ້ອນແມ່ນ ຄວາມຕ້ອງການຂອງສັງຄົມ ກໍ່ຄື ການສະໜອງ ຄູ ໂດຍທາງວິທະຍາໄລ ສະໜອງຄູພຽງ 3 ແຂວງນະຄອນຫຼວງວຽງຈັນ, ບໍລິຄຳໄຊ ແລະ ຄຳມວນ. ວຽກງານພົ້ນເດັ່ນສົກຮຽນຜ່ານມາ ແມ່ນໄດ້ຮ່ວມມືຫຼາຍປະເທດ ທາງດ້ານຫຼັກສູດ, ເປັນຕົ້ນຮ່ວມມືກັບ ສສ ຫວຽດນາມ, ໄທ, ກຳປູເຈຍ. ສາມາດຍາດຜົນງານຄວາມຮູ້ລະດັບການສຶກສາຖ້າທຽບໃສ່ປະເທດອາຊຽນຄຸນນະພາບການສຶກສາ ເຮົາຖືວ່າຕິດອັນດັບດີນອກນີ້ສ້າງຄູລະດັບປະລິນຍາຕີ - ຄູອະນຸບານ 70 ຄົນ, ສົ່ງຄືນຕາມທ້ອງຖິ້ນ ແລະຕາມໂຮງຮຽນເອກະຊົນຕ່າງໆໃນປະເທດ, ລົງຝຶກອົບຮົມ ທີ່ເນັ້ນໃສ່ຄູເຂດທ້ອງຖິ່ນ ແລະ ສອນຄົນເຜົ່າ ໃຫ້ຮູ້ພາສາລາວ ປະຈຸບັນ, ທາງວິທະຍາໄລຄູດົງຄຳຊ້າງ ມີພະນັັກຄູພ້ອມ 100 ສ່ວນຮ້ອຍ.
Editor: ກຳປານາດ ລັດຖະເຮົ້າ