Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ສຶກສາທິການ ແລະ ກິລາເມືອງເຊໂປນ ຈັດກອງປະຊຸມຜູ້ບໍລິຫານການສຶກສາທົ່ວເມືອງສົກປີ 2016-2017

Details
Category: Education
Hits: 664

ເມື່ອບໍ່ດົນມານີ້ ຢູ່ຫ້ອງປະຊຸມຂອງຫ້ອງການສຶກສາທິການ ແລະ ກິລາເມືອງເຊໂປນ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວເມືອງ ສົກປີ 2016-2017 ຂື້ນ,ໂດຍການເປັນປະທານຂອງ ທ່ານ ຄຳຫຼ້າ ພົມມີໄຊ ຮອງເຈົ້າເມືອງເຊໂປນ, ທ່ານ ສີອຸດອນ ຄອນສຸວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສະຫວັນນະເຂດ ພ້ອມຄະນະ, ມີບັນດາຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ຜູ້ບໍລິຫານການສຶກສາທົ່ວເມືອງເຊໂປນ ຈຳນວນ 65 ຄົນ, ຍິງ 15 ຄົນເຂົ້າຮ່ວມ.

ໃນພິທີ ທ່ານ ສີສຸກກີ ຍາດຕາວັນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງເຊໂປນ ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາສົກຮຽນ 2016-2017 ແລະ ແຜນສົກປີ 2017-2018 ໂດຍທົ່ວໄປຈະໄດ້ຈັດຕັ້ງການຮຽນ-ການສອນ ແຕ່ວັນທີ 1 ກັນຍາ 2017 ເປັນຕົ້ນໄປ ການກະກຽມໄຂສົກຮຽນໃໝ່ອຳນາດການປົກຄອງແຕ່ລະຂັ້ນ ກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການປຸກລະດົມຊຸກຍູ້ເດັກໃນເກນອາຍຸໃຫ້ໄດ້ເຂົ້າຮຽນ, ໂຮງຮຽນໄດ້ມີການປັບປຸງປົວແປງອາຄານ ສະຖານທີ່ ຮໍ່າຮຽນ, ເຊິ່ງເປັນການປະກອບສ່ວນເຮັດໃຫ້ການຈັດຕັ້ງປະຕິບັດແຜນການສຶກສາເພື່ອທຸກຄົນ ແຜນຍຸດທະສາດເພື່ອການເຕີບໂຕ ແລະ ລົບລ້າງຄວາມທຸກຍາກປະກົດຜົນເປັນຈິງເທື່ອລະກ້າວ, ຈຸດປະສົງເພື່ອເປັນການເຮັດໃຫ້ເດັກກຸ່ມອາຍຸ 3-4 ປີ ໃຫ້ໄດ້ເຂົ້າຮຽນ ແລະ ເພື່ອປັບປຸງຂີດຄວາມສາມາດຂອງຄູອະນຸບານ ໃຫ້ມີປະສິດທິພາບສູງຂື້ນ, ຄາດ ໝາຍແມ່ນອັດຕາເຂົ້າຮຽນຂອງເດັກກຸ່ມອາຍຸ 3-4 ປີ ໃຫ້ໄດ້ 30,16%,ອັດຕາເຂົ້າຮຽນຂອງເດັກກຸ່ມ3-5 ປີ ໃຫ້ໄດ້ 33,16% ແລະ ອັດຕາເຂົ້າຮຽນເດັກກຸ່ມອາຍຸ 5 ປີ ຂື້ນໄປໃຫ້ໄດ້ 48,17% ແລະ ທິດທາງແຜນການສົກປີ 2017-2018 ຈະນຳເອົາແຜນການນີ້ໄປເປັນອີງໃນການຈັ້ງຕັ້ງປະຕິບັດຂະຫຍາຍເປັນແຜນງານ,ໂຄງການອັນລະອຽດ ແລະ ກໍ່ຕ້ອງເປັນເຈົ້າການກວດກາຕິດຕາມ,ຊຸກຍູ້ການຈັດຕັ້ງປະຕິບັດແຜນການທີ່ກ່ຽວຂ້ອງຂອງຕົນເອງ ແລະ ຕ້ອງລາຍງານສ່ອງແສງໃຫ້ຂັ້ນເທິງຢ່າງເປັນປົກກະຕິ, ໃນທີ່ປະຊຸມບັນດາແຂກເຂົ້າຮ່ວມກໍ່ພັດປ່ຽນກັນປະກອບຄຳຄິດຄຳເຫັນເຂົ້າໃນບົດສະຫຼຸບຈຸດດີ, ຈຸດອ່ອນທີ່ຍັງຄົງຂ້າງ ແລະ ຫາວິທີແກ້ໄຂຮ່ວມກັນຢ່າງກົງໄປກົງມາ,

ຂ່າວຈາກ ຖວທ ເມືອງເຊໂປນ, ແຂວງສະຫວັນນະເຂດ

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01new.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top