Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ວິທະຍາໄລເຕັກນິກປາກປ່າສັກ ຮັບສະໝັກນັກສຶກສາໃໝ່ 3 ພັນກວ່າຄົນ

Details
Category: Education
Hits: 1029

ວິທະຍາໄລເຕັກນິກປາກປ່າສັກ ສະຖາບັນສາຍອາຊີວະສຶກສາ ຕົວແບບລະດັບຕົ້ນຂອງລາວທີ່ທຸ່ມເທສຸມໃສ່ມຸ່ງໝັ້ນສູ້ຊົນພັດທະນາບຸກຄະລາກອນ ແລະ ນັກວິຊາການໃນຂະແໜງອຸດສາຫະກຳເພື່ອສະໜອງໃຫ້ແກ່ພາລະກິດການພັດທະນາເສດຖະກິດ-ສັງຄົມ ຂອງປະເທດປະຈຸບັນຄືສັງຄົມໃຫ້ຄວາມສົນໃຈເຊື່ອໝັ້ນ ຊຶ່ງປີນີ້ພຽງເປີດຮັບສອງທິດມີນັກຮຽນລົງທະບຽນຂາຍຄຳ ຮ້ອງ 2 ພັນກວ່າຄົນ ແລະ ຄາດຮອດມື້ສອບເສັງມີເຖິງ 8 ພັນຄົນ ຂະນະທີ່ຕົວເລກຮອງຮັບໄດ້ 3.700 ຄົນ.

ເມື່ອບໍ່ດົນມານີ້ ທ່ານ ສາຍຄຳ ພັນທະວົງ ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ໃຫ້ສຳພາດນັກຂ່າວໜັງສືພີມເສດຖະກິດ-ສັງຄົມ ຮູ້ວ່າ: ວິທະຍາໄລເຕັກນິກປາກປ່າສັກ ເປັນສາຍອາຊີວະທີ່ເປັນສູນຕົວແບບດີເດັ່ນ ແລະ ໄດ້ມີການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຫຼາຍພາກສ່ວນໃນ ການຊ່ວຍເຫຼືອທາງດ້ານວິຊາການ ແລະ ພັດທະນາຊັບພະຍາກອນມະນຸດຮ່ວມປະເທດເຢຍລະມັນ, ອົດສະຕາລີ, ຍີ່ປຸນ, ໄທ, ສສ ຫວຽດນາມ, ສ ເກົາຫຼີ, ສ ປ ຈີນ ແລະອົງການຈັດຕັ້ງສາກົນອື່ນໆທີ່ສຳຄັນ ຮ່ວມມືກັບອົງການຈັດຕັ້ງທັງພາກລັດ ແລະ ພາກເອກະຊົນຫຼາຍກວ່າ 400 ແຫ່ງໃນທົ່ວປະເທດ. ວິທະຍາໄລເຕັກນິກປາກປ່າສັກ ພັດທະນາການຮຽນການສອນສ້າງບຸຄະລາກອນໃຫ້ມີທັກສະສີມືດີໃຫ້ເປັນພົນລະເມືອງດີ, ມີຄວາມຮູ້ ແລະ ມີວິຊາຊີບສາມາດປະກອບການໄດ້ມີຫົວຄິດປະດິດສ້າງ ແລະມີຄວາມກະຕືລືລົ້ນໃນການພັດທະນາປະເທດ ຊາດກໍຄືພັດທະນາຕົນເອງມີພາລະບົດບາດສົມບູນ ແລະ ມີຄຸນສົມບັດສິນທຳອັນປອດໃສເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຊາດ, ສ້າງທຸກເງື່ອນໄຂ ແລະ ສິ່ງອຳນວຍຄວາມສະດວກທ່າແຮງ ພູມປັນຍາເພື່ອພັດທະນາຂະແໜງວິຊາຊີບທັງໄລຍະສັ້ນ ແລະ ໄລຍະຍາວ ໃຫ້ສອດຄ່ອງກັບຄວາມຕ້ອງການ ຂອງກຳລັງແຮງງານຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ.

ທ່ານ ສາຍຄຳ ພັນທະວົງ ໃຫ້ຮູ້ຕື່ມວ່າ: ສຳລັບສົກຮຽນ 2017-2018 ທາງວິທະຍາໄລປາກປ່າສັກແມ່ນມີຕົວເລກຮັບນັກສຶກສາ 3.700 ຄົນ ສົກຮຽນນີ້ທາງລັດຖະບານໃຫ້ສາຂາເປົ້າໝາຍສ້າງແຮງງານກໍ່ສ້າງ, ໄມ້, ທ່ອງທ່ຽວ, ຊ່າງຈອດ, ຕັດຫຍິບ ໃຫ້ມີສຸຂະພາບແຂງແຮງມີຄວາມຕັ້ງໃຈແມ່ນຈະເຂົ້າເລີຍໂດຍບໍ່ໄດ້ສອບເສັງພ້ອມ ໃຫ້ເງິນເບ້ຍລ້ຽງ, ສຳລັບສາຂາຊ່າງຈອດ, ເລຂານຸການ, ໄຟຟ້າ, ຊ່າງກໍ່ສ້າງ ແລະ ເລຂານຸການນັກຮຽນຈົບມໍຕົ້ນ ແລະ ກຸ່ມຄົນເຂດຫ່າງໄກສອກຫຼີກນອກນີ້ທາງລັດຖະບານກໍ່ຄືກະຊວງສຶກສາທິການ ແລະ ກີລາ ຮ່ວມທຶນເອດີບີໃຫ້ທຶນນັກສຶກສາ 630.000 ກີບ. ແນວໃດກໍ່ຕາມສຳລັບນັກສຶກສາທ່ານໃດທີ່ກຳລັງຊອກບ່ອນສຶກສາຢູ່ທາງວິທະຍາໄລປາກປ່າສັກໜຶ່ງສະຖາບັນທີ່ພ້ອມໃຫ້ຄວາມຮູ້ ແລະ ຫຼາຍເງື່ອນໄຂຮຽນຈົບໄປຖ້າມີຄວາມຕັ້ງໃຈຮຽນເກັ່ງວຽກເຮັດ ແມ່ນບໍ່ຖ້າຊອກເສຍເວລາເພາະທາງວິທະຍາໄລມີຄູ່ຮ່ວມທຸລະກິດ 400 ແຫ່ງ ພ້ອມຮັບເອົານັກສຶກສາ.

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01.jpg
  • Click to enlarge image 02new.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top