ໃນລະຫວ່າງ ວັນທີ 16-18 ສິງຫາ 2017 ນີ້, ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ປະຈຳປີ 2017 ຂຶ້ນຢູ່ທີ່ຫ້ອງປະຊຸມ ພະແນກສຶສາທິການ ແລະ ກິລາ ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານນາງ ຈັນແພງ ວິພາວັນ ຄະນະປະຈຳພັກແຂວງ, ຫົວຫນ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ເຂົ້າຮ່ວມໃນກອງປະຊຸມ ມີບັນດາທ່ານຫົວຫນ້າ, ຮອງຫົວຫນ້າພະແນການກ່ຽວຂ້ອງ ແລະ ຜູ້ບໍລິຫານການສຶກສາ ທົ່ວແຂວງວຽງຈັນ ເຂົ້າຮ່ວມ. ທ່ານ ອິໂຖ ວິໄລສານ ຮອງຫົວຫນ້າ ພະແນກສຶກສາທີການ ແລະ ກິລາ ແຂວງວຽງຈັນ ໄດ້ຜ່ານຮ່າງບົດສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈຳປີ 2017 ແລະ ທິດທາງແຜນການປີ 2018 ເປັນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາແຫ່ງຊາດ 5 ປີ ຄັ້ງທີ 8 ( 2016-2020 ) ຜູ້ບໍລິຫານການສຶກສາທຸກຂັ້ນແມ່ນໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດ ແລະ ຫນ້າທີ່ ທີ່ພັກ-ລັດ ມອບຫມາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ຕາມ 3 ລັກສະນະ 5 ຫລັກມູນການສຶກສາ ເຫັນໄດ້ວ່າ ມີຫລາຍດ້ານ, ຫລາຍຄາດຫມາຍທີ່ສາມາດບັນລຸໄດ້ການຈັດຕັ້ງປະຕິບັດການສຶກສາກ່ອນໄວຮຽນແມ່ນມີການຂະຫຍາຍຕົວພໍສົມຄວນ ທົ່ວແຂວງມີໂຮງຮຽນລ້ຽງເດັກ-ອານຸບານ 186 ແຫ່ງ, ມີ 531 ຫ້ອງ ມີຄູສອນ 808 ຄົນ, ມີນັກຮຽນທັງຫມົດ 11,688 ຄົນ, ຮອດປະຈຸບັນອັດຕາເຂົ້າຮຽນລວມຂອງເດັກອາຍຸ 0-2 ປີ ປະຕິບັດ ໄດ້ 6,6 ສ່ວນຮ້ອຍ, ເດັກເກນອາຍຸ 3-4 ປີ ປະຕິບັດໄດ້ 46 ສ່ວນຮ້ອຍ, ເດັກເກນອາຍຸ 3-5 ປີ ປະຕິບັດໄດ້ 56,9 ສ່ວນຮ້ອຍ ແລະ ເດັກເກນອາຍຸ 5 ປີ ເທົ່າກັບ 77,9 ສ່ວນຮ້ອຍ ສະເລ່ຍເດັກແຕ່ລະເກນອາຍຸ ສາມາດປະຕິບັດໄດ້ລື່ນຄາດຫມາຍ (ປີ 2017) ຖ້າທຽບໃສ່ສົກປີ 2015-2016 ຜ່ານມາ. ການສຶກສາຊັ້ນປະຖົມທົ່ວແຂວງມີໂຮງຮຽນປະຖົມ 421 ແຫ່ງ, ມີຫ້ອງຮຽນ 2.152 ຫ້ອງ, ມີຄູສອນ 2.666 ຄົນ, ມີນັກຮຽນ 49.113 ຄົນ, ສະເລ່ຍ ອັດຕາເຂົ້າຮຽນໃນຊັ້ນປະຖົມປະຕິບັດໄດ້ 99,5 ສ່ວນຮ້ອຍ ອັດຕາຄ້າງຫ້ອງ 1 ສ່ວນຮ້ອຍ, ອັດຕາປະລະການຮຽນ 3,1 ສ່ວນຮ້ອຍ,ການສຶກສາຊັ້ນມັດທະຍົມຕອນຕົ້ນ ໃນທົ່ວແຂວງມີໂຮງຮຽນມັດທະຍົມຕອນຕົ້ນ ທັງພາກລັດ ແລະ ເອກະຊົນ 46 ແຫ່ງ, ມີ 887 ຫ້ອງ, ມີຄູສອນທັງຫມົດ 2.807 ຄົນ ມີນັກຮຽນທັງຫມົດ 35.121 ຄົນ, ອັດຕາເຂົ້າຮຽນ 94,1 ສ່ວນຮ້ອຍ, ອັດຕາເລື່ອນຂັ້ນ-ຈົບຊັ້ນ ມໍ ຕົ້ນ ປະຕິບັດໄດ້ 91,3 ສ່ວນຮ້ອຍ, ອັດຕາຄ້າງຫ້ອງ 1,5% ອັດຕາປະລະການຮຽນ 7,1 ສ່ວນຮ້ອຍ, ການສຶກສາຊັ້ນມັດທະຍົມຕອນປາຍ ທົ່ວແຂວງ ມີໂຮງຮຽນ ມໍສໍ 45 ແຫ່ງ, ມໍປາຍ 3 ແຫ່ງ, ລວມມີຫ້ອງຮຽນ 409 ຫ້ອງ, ມີນັກຮຽນທັງຫມົດ17.489 ຄົນ, ອັດຕາເຂົ້າຮຽນບັນລຸໄດ້ 62,2% ອັດຕາຄ້າງຫ້ອງ 0,7% ພ້ອມນີ້, ກໍໄດ້ເອົາໃຈໃສ່ການສຶກສານອກໂຮງຮຽນສາມາດລົບລ້າງຄວາມບໍ່ຮູ້ຫນັງສື ແລະ ບຳລຸງຍົກລະດັບຊັ້ນປະຖົມ ຈຳນວນ 224 ຄົນ, ຍິງ 123 ຄົນ, ມັດທະຍົມຕົ້ນ 756 ຄົນ, ຍິງ 337 ຄົນ ແລະ ມໍປາຍ 96 ຄົນ, ຍິງ 29 ຄົນ, ຮອດປະຈຸບັນສາມາດປະກາດຈົບຊັ້ນມັດທະຍົມຕອນຕົ້ນ ບຳລຸງໄດ້ 5 ເມືອງ ຄື: ເມືອງວຽງຄຳ, ແກ້ວອຸດົມ,ທຸລະຄົມ, ເຟືອງ ແລະ ເມືອງ ຫີນເຫີບ.
ທີມຂ່າວ ຈາກແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ