Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ກອງປະຊຸມຜູ້ບໍລິຫານສຶກສາ ແລະ ກິລາ ທົ່ວແຂວງໄຊສົມບູນ ປະຈຳສົກປີ 2016-2017

Details
ທະວີສັກ ໃບລາສີ
Category: Education
Hits: 866

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມຜູ້ບໍລິຫານສຶກສາ ແລະ ກິລາ ທົ່ວແຂວງໄຊສົມບູນ ປະຈຳສົກປີ 2016-2017 ຂຶ້ນຢ່າງເປັນທາງການ ໃນວັນທີ 15 ສິງຫາ ທີ່ຜ່ານມາ ຢູ່ສະໂມສອນສຶກສາທິການເມືອງລ້ອງຊານ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ,ເຈົ້າແຂວງໄຊສົມບູນ, ມີບັນດາຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເຈົ້າເມືອງ, ແຂກຖືກເຊີນຈາກພະແນກການ, ກຸ່ມວັດທະນະທຳ-ສັງຄົມ, ຜູ້ບໍລິຫານການສຶກສາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ ຂອງກອງປະຊຸມ ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານການພັດທະນາວຽກງານສຶກສາ ແລະ ກິລາ ໃນໄລຍະ 1 ປີຜ່ານມາ ຕິດພັນກັບວຽກງານ 3 ສ້າງ ພ້ອມທັງ ກຳນົດກິດຈະກຳໜ້າວຽກທີ່ຈະຕ້ອງສູ້ຊົນ ແກ້ໄຂສິ່ງທ້າທາຍ ແລະ ຂໍ້ຄົງຄ້າງ ເພື່ອເພີ່ມທະວີໃຫ້ວຽກງານການສຶກສາ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແນໃສ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ,ຮອງຮັບແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ແຜນນະໂຍບາຍ, ຄາດໝາຍ ແລະ ຍຸດທະສາດຂອງການພັດທະນາ ແລະ ສຶກສາກິລາ 5 ປີ ຄັ້ງທີ 8 (2016-2020).
ໃນໂອກາດດັ່ງກ່າວ ຜູ້ແທນກອງປະຊຸມໄດ້ພ້ອມກັນປະເມີນຕີລາຄາຕໍ່ບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ ການຈັດຕັ້ງປະຕິບັດສອບເສັງຈົບຊັ້ນ ມ 4 ແລະ ມ7 ເປັນຕົ້ນ ເພີ່ມທະວີປັບປຸງຄຸນນະພາບການຮຽນ-ການສອນ, ສູ້ຊົນໃຫ້ອັດຕາການເຂົ້າຮຽນເພີ່ມຂຶ້ນຄຽງຄູ່ກັບອັດຕາປະລະ ອັດຕາຄ້າງຫ້ອງໃຫ້ຫຼຸດລົງ, ສ້າງໃຫ້ມີໂຮງຮຽນມັດທະຍົມພາຍໃນແຂວງ ທີ່ມີເງື່ອນໄຂເປັນໂຮງຮຽນຕົວແບບດ້ານການຮຽນ-ການສອນ.
ຈາກນັ້ນ ຍັງໄດ້ມີການມອບຫຼຽນໄຊແຮງງານຊັ້ນ 3, ໃຫ້ກັບໂຮງຮຽນມັດທະຍົມສົມບູນ ແລະ ຄູ-ອາຈານ ທີ່ເປັນຕົວແບບທາງດ້ານການສິດສອນ ແລະ ໂຮງຮຽນປອດຢາເສບຕິດຂຶ້ນ ຄື: ຫຼຽນໄຊແຮງງານຊັ້ນ 3, ມີ 2 ໂຮງຮຽນ, ລວມມີ 2 ຫຼຽນ, ບຸກຄົນ 2 ທ່ານ, ຫຼຽນໄຊແຮງງານຊັ້ນ 3, ມີ 10 ໂຮງຮຽນ, ລວມມີ 10 ຫຼຽນ, ບຸກຄົນ 10 ທ່ານ ແລະ ກອງປະຊຸມແມ່ນໄດ້ດໍາເນີນເປັນເວລາ 3 ວັນຈຶ່ງຈະສໍາເລັດ.

Editor: ດາວໄຊ ສີວິໄລ


  • Click to enlarge image 1-1.jpg
  • Click to enlarge image 1-2.jpg
  • Click to enlarge image 1-3.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top