Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ຝຶກອົບຮົມກ່ຽວກັບ ການສຳຫລວດສຸຂະພາບເດັກຍິງລາວ

Details
Category: Education
Hits: 739

ໃນລະຫວ່າງວັນທີ 15-18 ສິງຫາ 2017 ນີ້, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ແລະ ມະຫາວິທະຍາໄລ ແມ່ຍິງ ອີວາ ແຫ່ງ ເກົາຫລີ ໄດ້ສຶບຕໍ່ ເປີດຊຸດອົບຮົມ ກ່ຽວກັບການສຳຫລວດສຸຂະພາບ ເດັກຍິງລາວ ເປັນເວລາ 4 ວັນເຕັມ, ຜ່ານການລາຍງານ ຂອງທີມງານ ມະຫາວິທະຍາໄລ ອີວາ ວ່າ: ທີມງານໄດ້ເລີ່ມດຳເນີນໂຄງການ ມາແຕ່ປີ 2015 ເປັນຕົ້ນມາ ເຊິ່ງໄດ້ຮຽນຮູ້ກ່ຽວກັບບັນຫາສຸຂະພາບ ເດັກຍິງ ແລະ ສຸຂະພາບແມ່ຍິງ ໃນ ສປປ ລາວ, ໂດຍຜ່ານຂະບວນການສຳພາດ ດ້ານຄຸນນະພາບ, ການປ່ຽນແປງຕ່າງໆໃນແມ່ຍິງ ກຸ່ມອາຍຸໄວກາງຄົນ ແລະ ມີສ່ວນຮ່ວມໃນການປ່ຽນແປງຮູບແບບການດຳລົງຊີວິດ. ຈາກຜົນການຄົ້ນຄວ້າ ພົບວ່າ ການສຶກສາທີ່ເຫມາະສົມຕັ້ງແຕ່ໄວຍັງນ້ອຍແມ່ນມີຄວາມສຳຄັນ ແລະ ມີຄວາມຈຳເປັນຕໍ່ການດຳລົງຊີວິດ, ການມີສຸຂະພາບທີ່ແຂງແຮງ, ເຊີ່ງທີມງານດັ່ງກ່າວ ແມ່ນຕ້ອງຈຳເປັນເຮັດວຽກກ່ຽວກັບການສຶກສາ ທີ່ກ່ຽວພັນເຖິງສຸຂະພາບແບບເຊື່ອມສານ ສຳລັບເດັກຍິງ. ເຊິ່ງພວກເຂົາເລົ່ານັ້ນແມ່ນຈະກາຍເປັນແມ່ ໃນອະນາຄົດ ທີ່ຈະຕ້ອງມີຄວາມຮັບຜິດຊອບ ສຸຂະພາບໃນຄອບຄົວ ໂດຍມີການວາງແຜນໄວ້ ໃນການສ້າງຄວາມເຂັ້ມແຂງກ່ຽວກັບຂິດຄວາມສາມາດ ເພື່ອສຶບຕໍ່ໂຄງການດ້ວຍການສະຫມັກໃຈ ແລະ ການດຳລົງຊີວິດ ຢ່າງມີສຸຂະພາບທີ່ດີ ແບບມືອາຊີບ ໂດຍຜ່ານຂະບວນການສຶກສາ ແບບນີ້ເປັນຕົ້ນ. ການຝຶກອົບຮົມ ຄັ້ງນີ້, ເຂົ້າຮ່ວມເປັນປະທານ ມີ ທ່ານນາງ ດຣ. ວັນພະນອມ ສີຈະເລີນ ຄະນະບໍດີ ຄະນະຫລັງມະຫາໄລ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ພ້ອມດ້ວຍ ຄະນະບໍດີ ຈາກມະຫາວິທະຍາໄລ ແມ່ຍີງ ອິວາ ແຫ່ງ ສາທາລະນະລັດ ເກົາຫລີ. ຖດຍມີບັນດາຄູ່ຮ່ວມງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງການ ຝຶກອົບຮົມການສຳຫລວດສຸຂະພາບເດັກຍິງລາວ ຄັ້ງນີ້, ເພື່ອໃຫ້ເຂົ້າໃຈເຖິງເງື່ອນໄຂສະພາບຕົວຈິງສຸຂະພາບແບບເຊື່ອມສານ ຂອງເດັກຍິງໃນ ລາວ, ບົ້ນພື້ນຖານການຄົ້ນຄວ້າ ດ້ານຄຸນນະພາບ ແລະ ເພື່ອພັດທະນາໂຄງການ ການຮັກສາສຸຂະພາບແບບເຊື່ອມສານໃນເດັກຍິງ, ຕາມຂໍ້ມູນເບື້ອງຕົ້ນໄດ້ກຳນົດ ແມ່ນຈະໄດ້ເຮັດການອົບຮົມເດັກຍິງແບບເຊື່ອມສານ ໂດຍຜູ້ຊ່ຽວຊານ ແລະ ພັດທະນາໂຄງການ ການໃຫ້ສຸຂະສຶກສາ ເພື່ອເສີມສ້າງຂິດຄວາມສາມາດ ແກ່ເດັກຍິງ ໂດຍຜ່ານຂະບວນການດັ່ງກ່າວ, ການສ້າງພື້ນຖານໃຫ້ກັບຄົນລາວ ເພື່ອແນໃສ່ສຶບຕໍ່ໂຄງການສຸຂະພາບເດັກຍິງ ດ້ວຍຄວາມສະຫມັກໃຈ ແລະ ຢຶນຍົງ. ໂຄງການນີ້ປະກອບດ້ວຍການສຳຫລວດ, ການສຳພາດລົງເລີກ ແລະ ການຄົ້ນຄວ້າແບບແຊກແຊງ. ສຳລັບການສຳຫລວດແມ່ນຈະໄດ້ຈັດຕັ້ງປະຕິບັດກັບນັກຮຽນມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ໃນນະຄອນຫລວງວຽງຈັນ ຈຳນວນ 1 ພັນຄົນ, ການສຳພາດລົງເລີກ ແມ່ນຈະໄດ້ສຳພາດ ນັກຮຽນ 100 ຄົນ ແລະ ການຄົ້ນຄວ້າແບບລົງເຮັດກິດຈະກຳ ແມ່ນຈະໄດ້ເຮັດກັບນັກຮຽນ ມັດທະຍົມຕົ້ນ ແລະ ປາຍ ຈຳນວນ 200 ຄົນ ໃນ 4 ໂຮງຮຽນ ໄດ້ແກ່: ໂຮງຮຽນມັດກທະຍົມເພຍວັດ, ມັດທະຍົມໄຊເສດຖາ, ມັດທະຍົມອານຸວົງ ແລະ ມັດທະຍົມ ຈັນສະຫວ່າງ ເຊີ່ງຈະເລີ່ມຈັດຕັ້ງ ໃນຕົ້ນເດືອນກັນຍາ 2017 ເປັນຕົ້ນໄປ.

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 001.jpg
  • Click to enlarge image 002new.jpg
  • Click to enlarge image 003.jpg
  • Click to enlarge image 004.jpg
  • Click to enlarge image 005.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top