ຊຸດຝຶກອົບຮົມຄູສອນວິຊາສຶກສາພົນລະເມືອງ ໃຫ້ຄູອາຈານມໍຕົ້ນ-ມໍປາຍທົ່ວເມືອງປາກຊັນ ໄດ້ຈັດຂຶ້ນໃນ ລະຫວ່າງ ວັນທີ 8-11 ສິງຫາ 2017 ນີ້ ຢູ່ທີ່ຫ້ອງປະຊຸມ ແຂວງບໍລິຄຳໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານນາງ ພອນໄຊ ເລື່ອງມີໄລ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານນາງ ບົວລີ ບັນຊາລິດ ຫົວໜ້າກົມອົບຮົມຄະນະໂຄສະນາຮົບຮົມສູນກາງພັກ, ທ່ານນາງ ຄໍາຮັກ ໄລວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ, ມີບັນດາຄູອາຈານ ທີ່ມາຈາກໂຮງຮຽນມໍຕົ້ນ-ມໍປາຍທົ່ວເມືອງປາກຊັນ ເຂົ້າຮ່ວມຝຶກທັງໝົດ 20 ກວ່າທ່ານ
ເພື່ອປະຕິບັດຕາມມະຕິກອງປະຊຸມໃຫ່ຍຄັ້ງທີ່ 10 ຂອງພັກ, ມະຕິ 6 ຂອງອົງຄະນະພັກແຂວງບໍລິຄຳໄຊ ກຽ່ວກັບການຍົກສູງຄຸນນະພາບການເມືອງ-ແນວຄິດ ແລະ ການຈັດຕັ້ງປະຕິບັດທົ່ວທຸກເປົ້າໝາຍ ໃຫ້ດີຂຶ້ນເທື່ອລະກ້າວ ແລະ ປະຕິບັດຕາມຄຳສັງແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ່ 17/ຄອສພ ລົງວັນທີ 26 ມີຖຸນາ 2015 ກຽ່ວກັບການນຳໃຊ້ເອກະສານຂອງຄູ-ອາຈານສອນວິຊາສຶກສາພົນລະເມືອງ ການຝຶກອົບຮົມຄູສອນຄັ້ງນີ້ ແມ່ນຂີດໝາຍສໍາຄັນອັນໜຶ່ງ ເປັນການປະກອບສ່ວນອັນໃຫ່ຍຫຼວງ ຕໍ່ການກໍ່ສ້າງຊັບພະຍາກອນມະນຸດ ໂດຍສະເພາະຄູ-ອາຈານ ທີ່ເຮັດໜ້າທີ່ໂດຍກົງ ໃນການສຶກສາອົບຮົມແນວຄິດຂອງຊາວໜຸ່ມ ເຍົາວະຊົນ ອະນຸຊົນທີ່ເປັນໜໍ່ແໜງອະນາຄົດຂອງຊາດ ເອກະສານທີ່ນໍາມາຝຶກອົບຮົມຄັ້ງນີ້ປະກອບມີ 9 ເອກະສານ ຄື: ຄວາມຮູ້ພື້ນຖານກຽ່ວກັບລັດທິມາກ-ເລນິນ, ການສ້າງ ແລະ ບູລະນະ ລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ ຂາດໝາຍໜ້າທີ່ລວມຂອງການສ້າງບາດກ້າວບຸກທະລຸ ການແຂ້ໄຂຄວາມທຸກຍາກ ການສ້າງຄວາມໝັ້ນຄົງ ໃຫ້ແກ່ລັດທິປະຊາທິປະໄຕ ປະຊາຊົນ ພັດທະນາເສດຖະກິດ ຕິດພັນກັບການພັດທະນາວັດທະນະທຳ-ສັງຄົມ ແລະ ພັດທະນາປະເທດຊາດ ການຫັນເປັນອຸດສະຫະກຳ ແລະ ທັນສະໄໝ, ສັງຄົມປອງດອງ ແມ່ນບໍ່ເກີດແຫ່ງກຳລັງແຮງຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ເປີດກວ້າງການພົວພັນ ແລະ ຮ່ວມມືກັບຕ່າງປະເທດ.
Editor: ກຳປານາດ ລັດຖະເຮົ້າ