ກະຊວງສຶກສາທິການ ແລະ ກິລາ ເປີດເຜີຍວ່າ: ສົກປີ 2017-2018 ນີ້ ຈະຮັບເອົານັກສຶກສາເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຕ່າງໆໃນທົ່ວປະເທດ ປະມານ 11.000 ກວ່າຄົນ, ການສອບເສັງຜ່ານມາ ມີນັກຮຽນລົງທະບຽນສອບເສັງຢ່າງເປັນທາງການ ປະມານ 18.000 ກວ່າຄົນ.
ເຈົ້າໜ້າທີ່ຈາກກົມແຜນການ, ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ໃນວັນທີ 8 ສິງຫາ 2017 ນີ້ວ່າ: ລັດຖະບານ ໄດ້ພິຈາລະນາຮັບເອົາຕົວເລກ ປະມານ 11.000 ກວ່າຄົນ ເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຕ່າງໆທົ່ວປະເທດ ສົກປີ 2017-2018, ໃນນັ້ນ ມະຫາວິທະຍາໄລແຫ່ງຊາດ (ມຊ) ທີ່ນະຄອນຫລວງວຽງຈັນ ຮັບເອົາ ປະມານ 6.000 ຄົນ, ສ່ວນທີ່ເຫລືອແມ່ນແບ່ງປັນໃຫ້ມະຫາວິທະຍາໄລສຸພານຸວົງ ແຂວງຫລວງພະບາງ, ມະຫາວິທະຍາໄລຈໍາປາສັກ, ແລະ ມະຫາວິທະຍາໄລ ສະຫວັນນະເຂດ.
ໃນສົກປີ 2017-2018 ເຫດຜົນຍ້ອນວ່າຢູ່ມະຫາວິທະຍາແຫ່ງຕ່າງໆ ໄດ້ເພີ່ມຄະນະ ແລະ ຫລັກສູດໃໝ່ຂຶ້ນ ຈຶ່ງຈໍາເປັນຕ້ອງເພີ່ມຕົວເລກການຮັບນັກຮຽນຂຶ້ນຕື່ມ.
ແນວໃດກໍດີ ໃນຈໍານວນນັກຮຽນສອບເສັງຈົບ ມ7 ທົ່ວປະເທດປີນີ້ ມີຕົວເລກສູງເຖິງ 60.000 ກວ່າຄົນ, ແຕ່ມະຫາວິທະຍາໄລແຫ່ງຕ່າງໆ 4 ແຫ່ງ ສາມາດຮັບຮອງໄດ້ພຽງແຕ່ 11.000 ກວ່າຄົນ ແລະ ຍັງເຫລືອປະມານ 49.000 ກວ່າຄົນ ຄາດວ່າອາດໄປສອບເສັງເຂົ້າຮຽນ ໃນລະດັບວິທະຍາໄລ ແລະ ໂຮງຮຽນວິຊາຊີບແຫ່ງຕ່າງໆ ທັງພາກລັດ ແລະ ເອກະຊົນ.
Editor: ກຳປານາດ ລັດຖະເຮົ້າ