ເມື່ອບໍ່ດົນມານີ້, ຢູ່ທີ່ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ໄດ້ມີກອງປະຊຸມພົບປະ ລະຫວ່າງ ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ສປປ ລາວ ກັບວິທະຍາໄລເສດຖະກິດ-ການເງີນ ແຂວງ ຖາຍຫງຽນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຝ່າຍແຂວງ ບໍລິຄຳໄຊ ນຳໂດຍ ທ່ານ ໂພເພັດ ກຸນນະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ບໍລິຄຳໄຊ ພ້ອມດ້ວຍຄະນະ ຝ່າຍວິທະຍາໄລເສດຖະກິດ-ການເງີນ ແຂວງ ຖາຍຫງຽນ ນຳໂດຍ ທ່ານ ຫວຽນ ກົງເຍື່ອງ ຜູ້ອຳນວຍການວິທະຍາໄລເສດຖະກິດ-ການເງີນ ແຂວງ ຖາຍຫງຽນ ສສ ຫວຽດນາມ ພ້ອມດ້ວຍຄະນະ
ຈຸດປະສົງ ກອງປະຊຸມແມ່ນແນໃສການຊ່ວຍເຫຼືອ ກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ແຂວງບໍລິຄຳໄຊ ສປປ ລາວ ຝ່າຍວິທະຍາໄລເສດຖະກິດ-ການເງີນ ແຂວງ ຖາຍຫງຽນ ສສ ຫວຽດນາມ ກໍ່ຈະສ້າງຊັບພະຍາກອນມະນຸດ ໃຫ້ແກ່ແຂວງບໍລິຄຳໄຊ ມີທັງໝົດ 40 ທືນ, ໃນນີ້ລະບົບ ຊັ້ນກາງ, ຊັ້ນສູງ ສົກຮຽນ 2017-2018 ປະກອບມີ ຂະແຫນງໄຟຟ້າອຸດສາຫະກຳ ແລະ ຊ່າງຈອດ ແຕ່ລະຂະແໜງແມ່ນ 20 ທືນ, ທາງໂຮງຮຽນຈະຮັບຜິດຊອບຄ່າຮຽນ ຄ່າຫໍພັກ ໃນໂຮງຮຽນຕາມການກຳນົດຂອງໂຮງຮຽນ ໄລຍະຮຽນພາສາຫວຽດນາມ 1 ປີ, ຮຽນຕໍ່ວິຊາຊີບ ລະບົບຊັ້ນກາງ 1 ປີ ແລະ ຊັ້ນສູງ 2 ປີ ມີການຮຽນເຊືອມຕໍ່ລະບົບປະລີນຍາຕີ ນັ້ກຮຽນຮັບຜິດຊອບຄ່ານໍ້າ, ຄ່າໄຟ, ອາຫານການກີນ ແລະ ໄປການມາການ ,ເອກະສານຂ້າມປະເທດ
ໂອກາດນີ້, ທັງສອງຝ່າຍໄດ້ລົງນາມເຊັນບົດບັນທືກຮ່ວມກັນ ຝ່າຍອຂວງ ບໍລິຄຳໄຊ ສປປ ລາວ ໂດຍແມ່ນ ທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ
ຝ່າຍວິທະຍາໄລເສດຖະກິດ-ການເງີນ ແຂວງ ຖາຍຫງຽນ ສສ ຫວຽດນາມ ໂດຍແມ່ນ ທ່ານ ຫວຽນ ກົງເຍື່ອງ ອຳນວຍການວິທະຍາໄລເສດຖະກິດ-ການເງີນ ແຂວງ ຖາຍຫງຽນ ພ້ອມນີ້ຍັງໄດ້ເຊັນບົດບັນທືກຮ່ວມມືການຊ່ວຍເຫຼືອວຽກງານການສຶກສາ ລະຫວ່າງ ໂຮງຮຽນ ມປາຍ, ມສ ຂອງແຂວງບໍລິຄຳໄຊ ສປປ ລາວ ແລະ ບັນດາວະທະຍາໄລຢູ່ແຂວງ ຖາຍຫງຽນ ສສ ຫວຽດນາມ ພ້ອມທັງມອບຂອງຂັວນ ທີລະລຶກໃຫ້ເຊີ່ງກັນ ແລະ ກັນ ນຳອິກ
ຂອບໃຈ ທີມຂ່າວ ແຂວງບໍລິຄຳໄຊ
Editor: ກຳປານາດ ລັດຖະເຮົ້າ