Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ໂຄງການປະກວດແຕ້ມຮູບ ລົດໂຕໂຍຕ້າ ໃນຝັນຂອງຂ້ອຍ ປະຈໍາປີ 2017

Details
Category: Education
Hits: 974

ໃນວັນທີ 2 ສິງຫາ 2017 ທີ່ຜ່ານມານີ້ ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ, ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ຮ່ວມກັນກັບ ຕົວແທນຈຳໜ່າຍໂຕໂຍຕ້າ ຢ່າງເປັນທາງການໃນ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ມີການຈັດງານປະກາດຜົນງານ ຂອງ 2 ເຍົາວະຊົນ ທີ່ໄດ້ເປັນຕົວແທນຂອງປະເທດລາວ ເພື່ອໄປແຂ່ງຂັນຮູບແຕ້ມລະດັບໂລກ ທີ່ປະເທດຍີ່ປຸ່ນ ພິທີດັ່ງກ່າວເປັນກຽດເຂົ້າຮ່ວມ ໂດຍ ທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປະກອນ ວົງວິທະຍາພິລົມ ປະທານຝ່າຍປະຕິບັດການສຳນັກງານເຂດພູມິພາກແມ່ນ້ຳຂອງ ແລະ ຜູ້ບໍລິຫານລະດັບສູງ ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ແລະ ພ້ອມດຽວຕົວແທນຈຳໜ່າຍໂຕໂຍຕ້າ ຢ່າງເປັນທາງການໃນ ສປປ ລາວ, ໄດ້ຮ່ວມສະແດງຄວາມຍິນດີກັບ 2 ນ້ອງເຍົາວະຊົນ ຕົວແທນ ຂອງ ສປປ ລາວ ແລະ ຄອບຄົວ, ນອກຈາກນີ້ ບໍລິສັດ ໂຕໂຍຕ້າ ຍັງໄດ້ສະຫນັບສະຫນູນ ເງີນຄ່າໃຊ້ຈ່າຍໃນການເດີນທາງທັງໜົດ ມູນຄ່າກວ່າ 100 ລ້ານ ກີບ (ໜຶ່ງຮ້ອຍລ້ານກີບ).

ໂຄງການປະກວດແຕ້ມຮູບ ໂຕໂຢຕ້າ ໃນຝັນ ຫລື TOYOTA Dream car art contest 2017 ຈັດຂື້ນໂດຍການ ຮ່ວມມື ຂອງບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ຮ່ວມກັນກັບ ຕົວແທນຈຳໜ່າຍໂຕໂຍຕ້າ ຢ່າງເປັນທາງການໃນ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກິລາ ເພື່ອສົ່ງເສີມໃຫ້ເຍົາວະຊົນລາວໃຫ້ ກ້າສະແດງອອກ ຜ່ານຄວາມຄິດສ້າງສັນ ແລະ ຈິນຕະນາການ ໂດຍມີສິນລະປະ ເປັນຊື່ກາງຜ່ານການແຕ້ມຮູບ ໃນຫົວຂໍ້: ລົດໂຕໂຍຕ້າ ໃນຝັນຂອງຂ້ອຍ ເຊິ່ງປີນີ້ມີຜົນງານສົ່ງເຂົ້າປະກວດ ກວ່າ 830,000 ຜົນງານຈາກ 79 ປະເທດທົ່ວໂລກ ແລະ ຄະນະກຳມະການໄດ້ຂັດເລືອກເຍົາວະຊົນ 30 ຄົນ, ທີ່ຜົນງານດີເດັນ ເຂົ້າຮ່ວມການແຂ່ງຂັນລະດັບໂລກ world contest ທີ່ປະເທດຍີ່ປຸ່ນ ໃນລະຫວ່າງ ວັນທີ 21-25 ສິງຫາ 2017 ເຊີ່ງ 2 ນ້ອງເຍົາວະຊົນລາວ ທີ່ໄດ້ຮັບການຂັດເລືອກ ເປັນຕົວແທນຂອງປະເທດລາວໄປແຂ່ງຂັນໃນລະດັບໂລກ ໄດ້ແກ່ ນາງ ລັດຕະນາ ຈັນດາວົງ ອາຍຸ 14 ປີ ຈາກໂຮງຮຽນມັດທະຍົມຕອນຕົ້ນ ສີສັນຕະນາກ ຜູ້ຊະນະເລີດ ອັນດັບ 1 ລຸ້ນ ອາຍຸ 12-15 ປີ, ແລະ ທ້າວ ຄຳພູ ສີຫະລາດ ອາຍຸ11ປີ ຈາກໂຮງຮຽນມັດທະຍົມຕອນຕົ້ນ ຫ້ອມສະຫວັນ ຜູ້ຊະນະເລີດອັນດັບ 1 ລຸ້ນອາຍຸ 8-11ປີ ໃນລະດັບປະເທດ.

ຕອນທ້າຍໃນພິທີໄດ້ມອບທືນ ສະນັບສະຫນູນເງີນຄ່າໃຊ້ຈ່າຍໃນການເດີນທາງທັງໜົດ ມູນຄ່າກວ່າ 100 ລ້ານກີບ ໃຫ້ແກ່ນ້ອງໆທັງສອງ ອີກດ້ວຍ.

Editor: ກຳປານາດ ລັດຖະເຮົ້າ

  • Click to enlarge image 01new.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  • Click to enlarge image 07.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top