ນັກຮຽນລາວ ຈໍານວນ 8 ນ້ອງ ທີ່ເດີນທາງເຂົ້າຮ່ວມແຂ່ງຂັນວິທະຍາສາດໂລກ ຄັ້ງທີ 3 ທີ່ ສປ ຈີນເປັນເຈົ້າພາບ ສາມາດຍາດໄດ້ 1 ຫຼຽນເງິນ ໃນຫົວຂໍ້ “ກະຖິນ” ແລະ 3 ຫຼຽນທອງ ໃນຫົວຂໍ້ “ແມງກະບີ້”, “ແມງຫິງຫ້ອຍ” ແລະ ຫົວຂໍ້ “ໝາກໝັ້ນ”.
ໃນວັນທີ 26 ກໍລະກົດ 2017 ທີ່ຫ້ອງປະຊຸມ ກົມພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ (ເຂດສະໜາມກິລາເຈົ້າອານຸວົງ) ໄດ້ມີພິທີສະຫຼຸບຜົນການເຂົ້າຮ່ວມການແຂ່ງຂັນວິທະຍາສາດໂລກ ປີທີ 3 (GNHD th) ທີ່ ສປ ຈີນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນສຸກ ທິລະສັກ ຫົວໜ້າກົມພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະນໍາພາ ແລະ ນ້ອງນັກຮຽນຢ່າງພ້ອມພຽງ. ການແຂ່ງຂັນດັ່ງກ່າວ, ໄດ້ດໍາເນີນໃນລະຫວ່າງວັນທີ 19-25 ກໍລະກົດ ຜ່ານມາ, ມີຄະນະນໍາພາ ແລະ ນັກຮຽນ ຈໍານວນ 241 ຄົນ, ມີ 108 ທີມ ຈາກ 11 ປະເທດເຂົ້າຮ່ວມ ປະກອບມີ ຈີນ, ກໍາປູເຈຍ, ຮົງກົງ, ມາເກົ້າ, ມາເລເຊຍ, ມຽນມາ, ຫວຽດນາມ, ໄທ, ແອັຟຟຣິກາໃຕ້, ອາເມຣິກາ ແລະ ລາວ. ໃນນັ້ນ, ສປປ ລາວ ໄດ້ສົ່ງຄະນະນໍາພາ ແລະ ນັກຮຽນເຂົ້າຮ່ວມ 11 ຄົນ, ນຳໂດຍທ່ານ ບຸນຕ້ອມ ໄຊດາລາ ຈາກບໍລິສັດ ມາຍມິເດຍ, ທ່ານ ພຸດທະໄຊ ມຸງຄຸນສະຫວັດ ຄູສອນຈາກໂຮງຮຽນ ໄຊຍະບູລີ ແລະ ທ່ານນາງ ສີວິວັນ ແສງຫາລາດ ວິຊາການກົມພະລະ ແລະ ສິລະປະສຶກສາ ກະຊວງ ສສກ ແລະ ນັກຮຽນ 8 ນ້ອງ ປະກອບມີ ນາງ ເຊັ່ງຄິນ ແຊ່ເຕິນ ແລະ ນາງ ນິດທິດາ ແກ້ວແສງທິດ ຈາກໂຮງຮຽນມັດທະຍົມສຶກສາໄຊຍະບູລີ ແຂວງໄຊຍະບູລີ, ນາງ ສຸພັນສາ ຄີນສະໝອນ ແລະ ທ້າວ ທິດທິພອນ ໂອລິນ ຈາກໂຮງຮຽນມັດທະຍົມສຶກສາທ່າແຂກ ແຂວງຄຳມ່ວນ, ນາງ ມຸກດາວັນ ແກ້ວດາວັນ ແລະ ທ້າວ ບຸນລ້ອມ ເຫຼືອຄຳ ຈາກໂຮງຮຽນມັດທະຍົມສຶກສາລາດຄ້າຍ ແຂວງຊຽງຂວາງ ແລະ ນາງ ມາລາ ພົມມະສອນ ແລະ ທ້າວ ເອລີຊາ ສີແສງຈັນ ຈາກໂຮງຮຽນມັດທະຍົມຕອນປາຍ ພອນສະຫວັນ ແຂວງຈຳປາສັກ, ເຊິ່ງໄດ້ສົ່ງຫົວຂໍ້ແຂ່ງຂັນກ່ຽວກັບ “ແມງກະບີ້”, “ແມງຫິງຫ້ອຍ”, “ໝາກໝັ້ນ” ແລະ “ກະຖິນ” ເຂົ້າຮ່ວມແຂ່ງຂັນ.
ຜ່ານການແຂ່ງຂັນ, ຜົນປາກົດວ່າ ນັກຮຽນລາວ ສາມາດຍາດໄດ້ 1 ຫຼຽນເງິນ ຈາກນາງ ມາລາ ພົມມະສອນ ແລະ ທ້າວ ເອລີຊາ ສີແສງຈັນ ຈາກໂຮງຮຽນມັດທະຍົມຕອນປາຍ ພອນສະຫວັນ ແຂວງຈຳປາສັກ ໃນຫົວຂໍ້ “ກະຖິນ” ແລະ 3 ຫຼຽນທອງ ຈາກນາງ ເຊັ່ງຄິນ ແຊ່ເຕິນ ແລະ ນາງ ນິດທິດາ ແກ້ວແສງທິດ ຈາກໂຮງຮຽນມັດທະຍົມສຶກສາໄຊຍະບູລີ ແຂວງໄຊຍະບູລີ ໃນຫົວຂໍ້“ແມງກະບີ້”, ນາງ ສຸພັນສາ ຄີນສະໝອນ ແລະ ທ້າວ ທິດທິພອນ ໂອລິນ ຈາກໂຮງຮຽນມັດທະຍົມສຶກສາທ່າແຂກ ແຂວງຄຳມ່ວນ ໃນຫົວຂໍ້ “ແມງຫິງຫ້ອຍ” ແລະ ຈາກ ນາງ ມຸກດາວັນ ແກ້ວດາວັນ ແລະ ທ້າວ ບຸນລ້ອມ ເຫຼືອຄຳ ຈາກໂຮງຮຽນມັດທະຍົມສຶກສາລາດຄ້າຍ ແຂວງຊຽງຂວາງ ໃນຫົວຂໍ້ “ໝາກໝັ້ນ”.
ໂອກາດດັ່ງກ່າວ, ທ່ານ ບຸນສຸກ ທິລະສັກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາພາ ແລະ ນັກຮຽນ ທີ່ໄດ້ເຂົ້າຮ່ວມສະແດງຄວາມສາມາດ, ຄວາມຮູ້ທາງດ້ານພາສາອັງກິດ ແລະ ໄດ້ໂຄສະນາກ່ຽວກັບວັດທະນະທໍາຮີດຄອງປະເພນີ້, ທັງເປັນການເຜີຍແຜ່ທາງດ້ານການຮັກສາສິ່ງແວດລ້ອມ ແລະ ການທ່ອງທ່ຽວໃນ ສປປ ລາວ ໃຫ້ບັນດາປະເທດທີ່ເຂົ້າຮ່ວມແຂ່ງຂັນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະເທດລາວຫຼາຍຂຶ້ນ. ນອກຈາກນີ້, ທ່ານຍັງຮຽກຮ້ອງໃຫ້ບັນດານັກຮຽນທີ່ໄດ້ເຂົ້າຮ່ວມການແຂ່ງຂັນ ແລະ ສາມາດຍາດໄດ້ຜົນສໍາເລັດໃຫ້ເອົາໃຈໃສ່ເສີມຈະຫຍາຍຜົນງານດັ່ງກ່າວ ພ້ອມທັງສືບຕໍ່ສຶກສາຮໍ່າຮຽນ ເປັນຕົ້ນແມ່ນການເຝິກຝົນຫຼໍ່ຫຼອມທາງດ້ານພາສາອັງກິດ ແລະ ພາສາເພື່ອນບ້ານ, ຮໍ່າຮຽນ ແລະ ກໍາແໜ້ນມູນເຊື່ອວັດທະນະທໍາຮີດຄອງປະເພນີທີ່ດີງາມ ພ້ອມທັງນໍາໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ໃຫ້ຫ່າງໄກຈາກສິ່ງເສບຕິດ.
Editor: ກຳປານາດ ລັດຖະເຮົ້າ