ໃນວັນທີ 25 ກໍລະກົດ 2017 ນີ້, ນັກຮຽນ ມ7 ຫລາຍກວ່າ 60.000 ຄົນ ສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ ໃນທົ່ວປະເທດຢ່າງເປັນທາງການ. ຂະນະທີ່ ກະຊວງສຶກສາທິການ ແລະ ກິລາ ຍັງບໍ່ມີການເປີດເຜີຍຕົວເລກ ຮັບເອົານັກສຶກສາ ເຂົ້າສຶກສາ ຢູ່ມະຫາວິທະຍາໄລແຫ່ງຊາດແຫ່ງຕ່າງໆໃນທົ່ວປະເທດ ສໍາລັບ ສົກປີ 2017-2018
ຄູ-ອາຈານ ຢູ່ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດເຜີຍໃຫ້ຮູ້ວ່າ: ປັດຈຸບັນນີ້ ມະຫາວິທະຍາໄລແຫ່ງຊາດ ແຫ່ງຕ່າງໆໃນທົ່ວປະເທດ ຍັງບໍ່ຮູ້ກ່ຽວກັບຕົວເລກຮັບເອົານັກສຶກສາ ເຂົ້າສຶກສາ ໃນສະຖາບັນຂອງພວກຕົນເອງເທື່ອ, ເນື່ອງຈາກວ່າ ທາງກະຊວງສຶກສາທິການ ແລະ ກິລາ ຍັງຕ້ອງໄດ້ພິຈາລະນາຄວາມເປັນໄປໄດ້ ແລະ ເງື່ອນໄຂຕົວຈິງ. ທາງມະຫາວິທະຍາແຫ່ງຊາດ ໄດ້ມີແຈ້ງການສອບເສັງເຂົ້າ ມຊ ສົກສຶກສາ 2017-2018 ນັບແຕ່ວັນທີ 28 ມິຖຸນາ ໂດຍເລີ່ມຂາຍຄໍາຮ້ອງສະໝັກສອບເສັງ ແລະ ວັນທີ 25 ກໍລະກົດ ເປັນວັນສອບເສັງຢ່າງເປັນທາງການ.
ສໍາລັບ ສົກຮຽນປີ 2016-2017, ມີນັກຮຽນຈົບມັດທະຍາຍົມປາຍ ຫລື ມ7 ທົ່ວປະເທດເຂົ້າຮ່ວມສອບເສັງຈົບຊັ້ນຫລາຍກວ່າ 60.000 ກວ່າຄົນ ແລະ ໃນສົກຮຽນ 2015 - 2016 ມີນັກຮຽນມາຈາກບັນດາແຂວງໃນທົ່ວປະເທດ ລວມທັງນະຄອນຫລວງວຽງຈັນ ເຂົ້າສອບເສັງທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ປະມານ 17-18 ພັນຄົນ ແລະ ຮັບເອົາ 5 ພັນຄົນ.
ສົກຮຽນທີ່ຜ່ານມາ, ໂດຍອີງໃສ່ສະຖິຕິນັກຮຽນທີ່ຈົບ ມ7 ໃນທົ່ວປະເທດ ມີ 50 ພັນກວ່າຄົນ ສະເພາະ ນະຄອນຫລວງວຽງຈັນ ມີ 9 ພັນກວ່າຄົນ. ຈາກສະຖິຕິດັ່ງກ່າວ, ສາມາດເວົ້າໄດ້ວ່າ ນັກສຶກສາມີອັດຕາເພີ່ມຂຶ້ນກວ່າປີຜ່ານມາ ເນື່ອງຈາກສົກຮຽນນີ້, ມີນັກຮຽນເຂົ້າມາສອບເສັງ ສູງເຖິງ 17-18 ພັນຄົນ, ແບ່ງອອກເປັນ 18 ຈຸດສອບເສັງ. ໃນນັ້ນ, ມະຫາວິທະຍາໄລເຂດດົງໂດກ ມີ 12 ຈຸດ ແລະ ອີກ 6 ຈຸດ ແມ່ນຢູ່ໂສກປ່າຫລວງ ຄື: ຄະນະນິຕິສາດ ແລະ ລັດຖະສາດ (ດອນນົກຂຸ້ມ), ວິທະຍາໄລເຕັກນິກຊັບພະວິຊາ, ຄະນະວິສະວະກຳສາດ ແລະ ອີກ 3 ຈຸດສອບເສັງ ແມ່ນຢູ່ໂຮງຮຽນມັດທະຍົມສົມບູນວຽງຈັນ, ໂຮງຮຽນມິດຕະພາບລາວ-ຫວຽດນາມ (ຫລັກ 5), ມັດທະຍົມປາຍ ມິດຕະພາບວຽງຈັນ-ໂຮ່ຈິມິງ, ສ່ວນຫ້ອງສອບເສັງແມ່ນບັນຈຸຫ້ອງລະ 20-30 ຄົນ. ຫົວບົດສອບເສັງ ແມ່ນປະຕິບັດຕາມທິດຊີ້ນຳຂອງກະຊວງສຶກສາທິການ ແລະ ກິລາ ໃນມາດຕະຖານດຽວກັນທົ່ວປະເທດ ແລະ ທັງຮັບປະກັນຄວາມໂປ່ງໃສ.
ທາງດ້ານ ມຊ ກໍ່ອອກມາເຕື່ອນກ່ອນຫນ້ານີ້ ໃຫ້ລະວັງກຸ່ມຄົນບໍ່ຫວັງດີ ຫລອກເອົາເງິນແອບອ້າງແລ່ນເຂົ້າຮຽນຕໍ່ບັນຫານີ້, ທາງມະຫາວິທະຍາໄລແຫ່ງຊາດ ກໍຂໍເຕືອນໃຫ້ສັງຄົມ, ກໍຄືຜູ້ປົກຄອງນັກຮຽນ-ນັກສຶກສາ ຢ່າຫລົງເຊື່ອກັບການຕົວະຍົວະເດັດຂາດ ພ້ອມທັງໄດ້ຢືນຢັນວ່າການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດສົກຮຽນປີນີ້ ແມ່ນຈະເນັ້ນຄວາມເຂັ້ມງວດ ແລະ ໂປ່ງໃສ ທີ່ສຸດ.
ທາງດ້ານທ່ານ ຄໍາຜົງ ນາມມະວົງມີໄຊ, ຫົວໜ້າຫ້ອງການວິຊາການ ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດເຜີຍວ່າ: ປັດຈຸບັນໄດ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງເຄື່ອນໄຫວຕົວະຍົວະຫລອກລວງຜູ້ປົກຄອງ, ກໍຄືພໍ່ແມ່ນັກສຶກສາ ວ່າ: ສາມາດວິ່ງເຕັ້ນແລ່ນເອົາລູກຫລານເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ, ໂດຍນັກສຶກສາບໍ່ຕ້ອງຜ່ານການສອບເສັງ ຫລື ເສັງບໍ່ຜ່ານ ກໍສາມາດປອມແປງລາຍຊື່ໃຫ້ເຂົ້າຮຽນໄດ້.
ສໍາລັບ ການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ແມ່ນມີຄວາມ ໂປ່ງໃສ ແລະ ຍຸຕິທຳຫລາຍຂຶ້ນ, ເນື່ອງຈາກປັດຈຸບັນການກວດຄະແນນ ແລະ ກວດຂໍ້ສອບ ແມ່ນໄດ້ໃຊ້ມາດຖານສາກົນ ຄື: ນຳໃຊ້ລະບົບຄອມພິວເຕີ, ຊຶ່ງເຮັດໃຫ້ມີຄວາມວ່ອງໄວ ແລະ ໂປ່ງໃສທີ່ສຸດ, ພ້ອມນີ້ ການປະກາດຜົນການສອບເສັງ ແມ່ນໄດ້ຜ່ານການກວດກາຂອງຄະນະກຳມະການສອບເສັງລະດັບຊາດ, ໂດຍຈັດລຽງຄະແນນແຕ່ສູງຫາຕ່ຳ ຕາມເກນມາດຕະຖານຄະແນນທີ່ກຳນົດໃນລາຍວິຊາ, ເຊິ່ງພາຍຫລັງກວດກາລາຍຊື່, ຄະແນນທີ່ຖືກຕ້ອງ ແລະ ຜ່ານການຮັບຮອງຜົນສອບເສັງຈາກກະຊວງສຶກສາທິການ ແລະ ກິລາ ພາຍໃນ 15 ວັນ ແລະ ຜູ້ຖືກຄັດເລືອກແມ່ນໃຫ້ມາລົງທະບຽນ ພາຍໃນ 30 ວັນ, ຖ້າກາຍກຳນົດແມ່ນສະຫລະສິດ ແລະ ຫລັງຈາກຮັບນັກສືກສາໄດ້ປະມານ 1 ເດືອນ, ກໍຈະມີການກວດເຊັກປະຫວັດ ແລະ ເອກະສານທຸກຢ່າງຂອງນັກສຶກສາຢ່າງລະອຽດ ເພື່ອຮັບປະກັນບໍ່ໃຫ້ມີການປອມແປງເອກະສານຂອງນັກສຶກສາ ແລະ ຮັບປະກັນຄວາມໂປ່ງໃສ ເພື່ອເຮັດໃຫ້ວຽກງານການສຶກສາກໍຄືການພັດທະນາຊັບພະຍາກອນມະນຸດ ມີຄຸນນະພາບ ຫລາຍຂຶ້ນ.
Editor: ດາວໄຊ ສີວິໄລ